ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ

15:14 | 14/02/2023

ຍ​ສ​ໝ - ທ່ານ ປ.ອ Vannarith Chheang ໃຫ້ຮູ້ວ່າ ສິງກະໂປແມ່ນປະເທດເກາະນ້ອຍ, ໃນຂະນະນັ້ນ ຫວຽດນາມ ແມ່ນປະເທດ ລະດັບກາງ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ບໍ່ໄດ້ຖະແຫຼງວ່າແມ່ນ ປະເທດລະດັບກາງ, ແຕ່ດ້ວຍທີ່ຕັ້ງຍຸດທະສາດ, ພູມີສາດເສດຖະກິດຂອງຕົນ, ອາດຈັດເອົາ ຫວຽດນາມ ເຂົ້າເປັນປະເທດ ລະດັບກາງ ໂດຍໄດ້ຮັບຄວາມສົນໃຈຈາກຫຼາຍປະເທດມະຫາອຳນາດ.

ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ
ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ
ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ
ພາບ​ປະ​ກອບ: TTXVN

ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ນັບມື້ນັບພັດທະນາຢ່າງຮອບດ້ານ ແລະ ບັນລຸລະດັບສູງໃໝ່, ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງໃຫ້ແກ່ທົ່ວພາກພື້ນ ອາຊຽນ ອີກດ້ວຍ. ຂໍ້ສັງເກດນີ້ໂດຍ ທ່ານ ປ.ອ Vannarith Chheang, ນັກຊ່ຽວຊານດ້ານນະໂຍບາຍພາກລັດ ແລະ ບັນດາບັນຫາສາກົນ, ສັງກັດມະຫາວິທະຍາໄລ ເຕັກໂນໂລຢີ Nanyang, ຫົວໜ້າສະຖາບັນຄົ້ນຄ້ວາວິໄສທັດ ອາຊີ (Asia Vision Institute) ໄດ້ຍົກອອກມາໃນການຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ກ່ອນການຢ້ຽມຢາມ ສິງກະໂປ ແລະ ບຣູໄນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນັບແຕ່ວັນທີ 8 – 11 ກຸມພາ.

ເມື່ອຕີລາຄາກ່ຽວກັບຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ, ທ່ານ ປ.ອ Vannarith Chheang ໄດ້ໄຈ້ແຍກວ່າ ນະໂຍບາຍການພົວພັນຕ່າງປະເທດຂອງ ຫວຽດນາມ ມີຄວາມເປັນເຈົ້າການທີ່ສຸດ, ເປັນຕົ້ນແມ່ນການເພີ່ມທະວີການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາປະເທດສະມາຊິກອາຊຽນ. ປີ 2023 ເປັນຂີດໝາຍສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ສິງກະໂປ. ການຢ້ຽມຢາມຈະແມ່ນຂີດໝາຍສຳຄັນຊຸກຍູ້ການພົວພັນສອງຝ່າຍ, ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ແລະ ສິງກະໂປ ຂຶ້ນສູ່ລະດັບສູງໃໝ່.

ສິງກະໂປ ປັດຈຸບັນແມ່ນຄູ່ຮ່ວມມືທາງການຄ້າ ແລະ ນັກລົງທຶນແຖວໜ້າຂອງ ຫວຽດນາມ, ສະນັ້ນການຢ້ຽມຢາມຈະປະກອບສ່ວນເພີ່ມທະວີການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງສອງປະເທດກ່ວາອີກ. ຂົງເຂດໜຶ່ງກໍ່ມີຄວາມສຳຄັນນັ້ນແມ່ນການທ່ອງທ່ຽວ. ພວກເຮົາອາດຈະເຫັນໄດ້ຈຳນວນແຂກທ່ອງທ່ຽວ ສິງກະໂປ ໄປຫວຽດນາມ ແລະ ກົງກັນຂ້າມ ນັບມື້ນັບເພີ່ມຂຶ້ນ, ພ້ອມກັນນັ້ນ ແມ່ນການເພີ່ມຂຶ້ນກ່ຽວກັບການແລກປ່ຽນການສຶກສາ ແລະ ພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.

ໂດຍຕີລາຄາກ່ຽວກັບແງ່ຫວັງການຮ່ວມມືສອງຝ່າຍໃນທຸກຂົງເຂດ ໃນຊຸມປີຈະມາເຖິງ, ທ່ານ ປ.ອ Vannarith Chheang ຖືວ່າ ຂົງເຂດເສດຖະກິດຈະບັນລຸໄດ້ກຳລັງໜູນໃໝ່. ຍ້ອນວ່າ ປັດຈຸບັນ ຫວຽດນາມ ພວມມີທີ່ຕັ້ງຍຸດທະສາດ ແລະ ພູມີສາດດ້ານເສດຖະກິດດ້ວຍການເຂົ້າຮ່ວມຂອງສັນຍາການຄ້າເສລີ (FTA) ຫຼາຍສະບັບຄື: ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ກ່ຽວກັບບັນດາກາລະໂອກາດ ຮ່ວມມືພິເສດໃໝ່ ໃນຂົງເຂດເສດຖະກິດດີຈີຕອນ ແລະ ເສດຖະກິດສີຂຽວລະຫວ່າງ ຫວຽດນາມ ແລະ ສິງກະໂປ, ທ່ານ ປ.ອ Vannarith Chheang ຖືວ່າ:

ຂົງເຂດທີ່ທັງສອງປະເທດຄວນຮ່ວມມືແມ່ນຄວາມໝັ້ນຄົງໃນການເດີນທະເລ. ເວົ້າແບບອື່ນແມ່ນການຮ່ວມມືເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍໃນການເດີນທະເລ ໃຫ້ມີສະຖຽນລະພາບ ແລະ ອີງຕາມກົດໝາຍ. ສິງກະໂປ ໄດ້ຄົ້ນຄ້ວາຫຼາຍຢ່າງໃນຂົງເຂດການເດີນທະເລ, ເຕັກໂນໂລຢີ ແລະ ແຫຼ່ງຊັບພະຍາກອນມະນຸດ ກໍ່ຄືບັນດານັກຊ່ຽວຊານ. ເພາະສະນັ້ນ, ຂ້າພະເຈົ້າຄິດວ່າການຮ່ວມມືໃນການເດີນທະເລແມ່ນຂົງເຂດເຊິ່ງສອງປະເທດອາດຈະແລກປ່ຽນກັນຢ່າງເລິກເຊິ່ງ ແລະ ເພີ່ມທະວີກ່ວາອີກ.

ທ່ານ ປ.ອ Vannarith Chheang ໃຫ້ຮູ້ວ່າ ສິງກະໂປແມ່ນປະເທດເກາະນ້ອຍ, ໃນຂະນະນັ້ນ ຫວຽດນາມ ແມ່ນປະເທດ ລະດັບກາງ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ບໍ່ໄດ້ຖະແຫຼງວ່າແມ່ນ ປະເທດລະດັບກາງ, ແຕ່ດ້ວຍທີ່ຕັ້ງຍຸດທະສາດ, ພູມີສາດເສດຖະກິດຂອງຕົນ, ອາດຈັດເອົາ ຫວຽດນາມ ເຂົ້າເປັນປະເທດ ລະດັບກາງ ໂດຍໄດ້ຮັບຄວາມສົນໃຈຈາກຫຼາຍປະເທດມະຫາອຳນາດ. ສຳລັບສິງກະໂປແລ້ວ, ເຖິງວ່າແມ່ນປະເທດເກາະນ້ອຍ ແຕ່ດ້ວຍນະໂຍບາຍການພົວພັນຕ່າງປະເທດຂອງຕົນ, ຍາມໃດ ສິງກະໂປ ກໍ່ສະແດງໃຫ້ເຫັນຄວາມຕັ້ງໜ້າໃນການຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍສາກົນ ອີງຕາມກົດໝາຍ ເພື່ອຮັບປະກັນວ່າທຸກປະເທດລ້ວນແຕ່ເຄົາລົບກົດໝາຍສາກົນ. ຫວຽດນາມ ກໍ່ແບ່ງປັນທັດສະນະກ່ຽວກັບການປັບປຸງຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງຕາມກົດເກນ ແລະ ວິທີການນຳໃຊ້ກົດໝາຍສາກົນ ເພື່ອແກ້ໄຂການປະທະກັນ. ປັດຈຸບັນ, ສອງປະເທດໄດ້ ແລະ ພວມຕັ້ງໜ້າສະໜັບສະໜູນມາດຖານນີ້.

ໃນສະພາບການອາຊີ - ປາຊີຟິກ ກາຍເປັນໃຈກາງດຶງດູດຄວາມສົນໃຈຂອງທຸກປະເທດມະຫາອຳນາດ, ບໍ່ມີປະເທດໃດໃນພາກພື້ນຢາກໃຫ້ ອາເມລິກາ ແລະ ຈີນ ສູ້ຢັນກັນ. ສິງກະໂປ ແລະ ຫວຽດນາມ ລ້ວນແຕ່ເຫັນດີເປັນເອກະພາບຕໍ່ຫຼັກໝັ້ນບໍ່ເລືອກເອົາຝ່າຍໃດ, ຫວັງວ່າ ອາເມລິກາ ແລະ ຈີນ ຈະແກ້ງແຍ້ງກັນຢ່າງປອດໄສ, ມີສະຖຽນລະພາບ. ນີ້ແມ່ນສານສຳຄັນເຊິ່ງທັງສິງກະໂປ ແລະ ຫວຽດນາມ ລ້ວນແຕ່ປາດຖະໜາສົ່ງສານ.

ໂດຍຕີລາຄາກ່ຽວກັບແງ່ຫວັງການຮ່ວມມືສອງຝ່າຍໃນທຸກຂົງເຂດ ໃນຊຸມປີຈະມາເຖິງ, ທ່ານ ປ.ອ Vannarith Chheang ຖືວ່າ ຂົງເຂດເສດຖະກິດຈະບັນລຸໄດ້ກຳລັງໜູນໃໝ່. ຍ້ອນວ່າ ປັດຈຸບັນ ຫວຽດນາມ ພວມມີທີ່ຕັ້ງຍຸດທະສາດ ແລະ ພູມີສາດດ້ານເສດຖະກິດດ້ວຍການເຂົ້າຮ່ວມຂອງສັນຍາການຄ້າເສລີ (FTA) ຫຼາຍສະບັບຄື: ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ກ່ຽວກັບບັນດາກາລະໂອກາດ ຮ່ວມມືພິເສດໃໝ່ ໃນຂົງເຂດເສດຖະກິດດີຈີຕອນ ແລະ ເສດຖະກິດສີຂຽວລະຫວ່າງ ຫວຽດນາມ ແລະ ສິງກະໂປ, ທ່ານ ປ.ອ Vannarith Chheang ຖືວ່າ:

ຂົງເຂດທີ່ທັງສອງປະເທດຄວນຮ່ວມມືແມ່ນຄວາມໝັ້ນຄົງໃນການເດີນທະເລ. ເວົ້າແບບອື່ນແມ່ນການຮ່ວມມືເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍໃນການເດີນທະເລ ໃຫ້ມີສະຖຽນລະພາບ ແລະ ອີງຕາມກົດໝາຍ. ສິງກະໂປ ໄດ້ຄົ້ນຄ້ວາຫຼາຍຢ່າງໃນຂົງເຂດການເດີນທະເລ, ເຕັກໂນໂລຢີ ແລະ ແຫຼ່ງຊັບພະຍາກອນມະນຸດ ກໍ່ຄືບັນດານັກຊ່ຽວຊານ. ເພາະສະນັ້ນ, ຂ້າພະເຈົ້າຄິດວ່າການຮ່ວມມືໃນການເດີນທະເລແມ່ນຂົງເຂດເຊິ່ງສອງປະເທດອາດຈະແລກປ່ຽນກັນຢ່າງເລິກເຊິ່ງ ແລະ ເພີ່ມທະວີກ່ວາອີກ.

ນອກຈາກນັ້ນແລ້ວ, ຫວຽດນາມ ຍັງມີທ່າໄດ້ປຽບຫຼາຍຢ່າງຄື: ມີສະຖຽນລະພາບດ້ານການເມືອງ, ລະບົບພື້ນຖານໂຄງລ່າງຄື: ຖະໜົນຫົນທາງ, ພະລາທິການ, ທ່າກຳປັ່ນທະເລ ແລະ ຄ່າໃຊ້ຈ່າຍໃນການຜະລິດຢູ່ ຫວຽດນາມ ກໍ່ແກ້ງແຍ້ງໄດ້. ອີກຂົງເຂດໜຶ່ງກໍ່ມີຄວາມສຳຄັນ ເຊິ່ງພວກເຮົາອາດຈະເຫັນໄດ້ຢ່າງຈະແຈ້ງແມ່ນການເຕົ້າໂຮມກ່ຽວກັບທັດສະນະ ແລະ ຜົນປະໂຫຍດຍຸດທະສາດໃນບັນດາບັນຫາສາກົນ. ແລະສຸດທ້າຍແມ່ນການພົບປະແລກປ່ຽນປະຊາຊົນ, ທ່ານ ປ.ອ Vannarith Chheang ຄິດວ່າ ສອງປະເທດລ້ວນແຕ່ເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ການສຶກສາ, ສິງກະໂປ ຍັງແມ່ນສະຖານທີ່ບຳລຸງສ້າງພະນັກງານຂັ້ນສູງຂອງ ຫວຽດນາມ ເປັນຈຳນວນຫຼາຍ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.