93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ.

08:46 | 01/02/2023

ຍ​ສ​ໝ - ໂດຍ​ຮູ້​ສຶກເອກ​ອ້າງ​ທະ​ນົງ​ໃຈ ແລະ ຕື້ນຕັນໃຈ ເມື່ອ​ບົດ​ເພງ “ຊົມ​ເຊີຍ ພັກ​ກອມ​ມູ​ນິດ ຫວຽດ​ນາມ” ຂອງ​ນັກ​ດົນ​ຕີ ໂດ​ມິງ, ດ້ວຍ​ຄວາມ​ຮູ້​ສຶກຈາກ​ຫົວ​ໃຈ​ກ່ຽວ​ກັບ​ພັກ, ໄດ້​ເປີດ​ຂຶ້ນ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທີ່​ໄດ້​ຈັດ​ຕັ້ງ​ຢູ່​ສ​ະ​ຖານ​ທີ່​ຫ່າງ​ໄກ​ປະ​ເທດ ຫວຽດ ນັບ​ພັນ​ກີ​ໂລ​ແມັດ.

ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ
ການພົບປະສັງສັນ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ ການພົບປະສັງສັນ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ
ກອງ​ປະ​ຊຸມ​ສຳ​ມະ​ນາ
ກອງ​ປະ​ຊຸມ​ສຳ​ມະ​ນາ (ພາບ: TTXVN)

93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ.

ໂດຍ​ຮູ້​ສຶກເອກ​ອ້າງ​ທະ​ນົງ​ໃຈ ແລະ ຕື້ນຕັນໃຈ ເມື່ອ​ບົດ​ເພງ “ຊົມ​ເຊີຍ ພັກ​ກອມ​ມູ​ນິດ ຫວຽດ​ນາມ” ຂອງ​ນັກ​ດົນ​ຕີ ໂດ​ມິງ, ດ້ວຍ​ຄວາມ​ຮູ້​ສຶກຈາກ​ຫົວ​ໃຈ​ກ່ຽວ​ກັບ​ພັກ, ໄດ້​ເປີດ​ຂຶ້ນ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທີ່​ໄດ້​ຈັດ​ຕັ້ງ​ຢູ່​ສ​ະ​ຖານ​ທີ່​ຫ່າງ​ໄກ​ປະ​ເທດ ຫວຽດ ນັບ​ພັນ​ກີ​ໂລ​ແມັດ.

ຕາມນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ຢູ່ Ottawa , ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ວັນ​ທີ 28 ມັງ​ກອນ, ສະ​ມ​າ​ຄົມ​ມິ​ຕ​ະ​ພາບ ກາ​ນາ​ດາ - ຫວຽດ​ນາມ (CVFS) ໄດ້​ຈັດ​​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ໄກ ກັບ​ຫົວ​ຂໍ້ “ກາ​ນາ​ດາ - ຫວຽດ​ນາມ: 50 ປີ​ແຫ່ງ​ການ​ພົວ​ພັນ ແລະ ຮ່ວມ​ມື”, ເຊິ່ງໄດ້ດຶງດູດ​​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຮຽ​ນ​ຮູ້ ກາ​ນາ​ດາ, ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມຫຼາຍ​ຄົນ.

ປີ 2023 ໄດ້​ສ້າງ​ຂີດ​ໝາຍ​ "ຄຳ - 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ກາ​ນາ​ດາ". ໂດຍແມ່ນ​ນັກ​ຮຽນ​ຮູ້ຫຼັກ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຟ້າມ​ກາວ​ຟອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກາ​ນາ​ດາ ໄດ້​ນຳ​ພາບ​ພົດ​ສັງ​ລວມ​ກ່ຽວ​ກັບ​ການ​ພົວ​ພັນ ຫວຽດ​ນາມ - ກາ​ນາ​ດາ​ ທີ່​ພວມ​ມີ​ການ​ພັດ​ທະ​ນາ​ທີ່​ນັບ​ມື້​ນັບ​ຮອບ​ດ້ານ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ສະ​ຖຽນ​ລະ​ພາບ ແລະ ຍືນ​ຍົງ​ກ່​ວາ​ອີກ ນັບ​ທັງ​ສະ​ພາບ​ການ​ສອງ​ຝ່າຍ, ໃນ​ພາກ​ພື້ນ ແລະ ສາ​ກົນ ມາໃຫ້​ບັນ​ດາ​ຜູ້​ແທນ.

ຕາມ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ກາວ​ຟອງ​ ແລ້ວ, ພື້ນ​ຖານ​ເພື່ອ​ໃຫ້​ການ​ພົວ​ພັນ ຫວຽດ​ນາມ - ກາ​ນາ​ດາ ພັດ​ທະ​ນາ​ກ່​ວາ​ອີກແມ່ນ: ສອງ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ, ປະ​ຕິ​ບັດ​ຕາມ​ກົດ​ບັດ ສ​ປ​ຊ ແລະ ບັນ​ດາ​ຫຼັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ, ລວມ​ມີ​ ກົດ​ບັດ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ ທະ​ເລ ປີ 1982, ສອງ​ປະ​ເທດ​ໄດ້​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ລວມ​ເພື່ອ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ສະ​ໜັບ​ສະ​ໜູນ​ການ​ຮັກ​ສາ​ລະ​ບອບ​ລະ​ບຽບ​ການ​ອີງ​ຕາມ​ກົດ​ໝາຍ​ຢູ່​ເຂດ​ທະ​ເລ ແລະ ມະ​ຫາ​ສະ​ມຸດ, ໃນ​ນັ້ນ​ມີ ທະ​ເລ​ຕາ​ເວັນ​ອອກ, ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ, ການ​ບິນ, ການ​ຄ້າ ແລະ ນຳ​ໃຊ້​ບັນ​ດາ​ມະ​ຫາ​ສະ​ໝຸດ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ປົກ​ປັກ​ຮັກ​ສາສິ່ງ​ແວດ​ລ້ອມ ແລະ ລະ​ບົບ​ຊີ​ວະ​ນາໆ​ພັນ. ສອງ​ປະ​ເທດຢັ້ງ​ຢຶນການ​ສະ​ໜັບ​ສະ​ໜູນ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ, ລວມ​ມີ​ ເຄົາ​ລົບບັນດາ​ວິ​ວັດ​ການ​ການ​ທູດ ແລະ ນິ​ຕິ​ກຳ​ຢ່າງ​ຄົບ​ຖ້ວນ, ສອດຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ສອງ​ປະ​ເທດ​ໄດ້​ສະ​ໜັບ​ສະ​ໜູນ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ, ເນັ້ນ​ໜັກ​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງ​ອາ​ຊຽນ​ໃນ​ໂຄງ​ປະ​ກອບ​ພາກ​ພື້ນ.

ພິ​ເສດ, ສອງ​ປະ​ເທດ​ຮັບ​ຮູ້​ໄດ້ເຖິງ​ຄວາມ​ສຳ​ຄັນຂອງ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້ສິດ​ທິ​ມະ​ນຸດ​ທີ່​ເໝາະ​ສົມ​ກັບ​ລັດ​ຖະ​ທຳ​ມະ​ນຸນ​ແຫ່ງ​ຊາດ ແລະ ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ, ປະ​ຕິ​ບັດ​ກົດ​ບັດ ສ​ປ​ຊ ແລະ ຖະ​ແຫຼງ​ການ​ສາ​ກົນກ່ຽວກັບ​ສິ​ດ​ທິ​ມະ​ນຸດ, ແບ່ງ​ປັນ​ຄຳ​ໝັ້ນ​ສັນ​ຍາ​ຖື​ການ​ຄ້າ ແລະ ການ​ລົງ​ທຶນ​ຕາມຫຼັກ​ການທີ່ຕ່າງຝ່າຍຕ່າງໃີຜົນປະໂຫຍດ ແມ່ນ​ປັດ​ໄຈ​ສຳ​ຄັນ​ໃນການກຳ​ນົດ​ທິດ​ການ​ພົວ​ພັນ. ນອກ​ຈາກ​ນັ້ນ, ສອງ​ປະ​ເທດ​ກໍ່ລ້ວນ​ແຕ່​ສະໜັບ​ສະ​ໜູນ​ບັນ​ດາ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ຢ່າງແໜ້ນແຟ້ນໃນຫຼາຍ​ຂົງ​ເຂດ​ຄື: ດຳ​ເນີນ​ທຸ​ລະ​ກິດ, ການ​ຮຽນ​ຮູ້, ການສື່ສານ, ວັດ​ທະ​ນະ​ທຳ, ກິ​ລາ, ການ​ທ່ອງ​ທ່ຽວ…

ຕາມ​ທ່ານ Steve Rutchinski, ສະ​ມາ​ຊິກ CVFS ແລ້ວ, ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ ແມ່ນກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ຮັດ​ແໜ້ນ​ນ້ຳ​ໃຈ​ມິ​ດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ. ປີ​ນີ້, CVFS ມີ​ແຜນ​ການ​ສຸມ​ໃສ່​ບາງ​ເວ​ທີ​ປາ​ໄສ​ທາງ​ໄກ ເພື່ອ​ປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ປະ​ຊາ​ຊົນ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາ​ອີກ, ມຸ່ງ​ໄປ​ເຖິງ​ບາງ​ຫົວ​ຂໍ້​ຄື: ຍຸດ​ທະ​ສາດ​ຕ້ານ​ຄວາ​ມ​ທຸກ​ຍາກຢ່າງ​ສຳ​ເລັດຜົນ​ຂອງ ຫວຽດ​ນາມ, ບັນ​ດາ​ໂຄງ​ການ​ສັງ​ຄົມ​ຢູ່ ຫວຽດ​ນາມ, ກໍ່​ຄື​ວິ​ວັດ​ການ​ຮຽກ​ຮ້ອງຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຊາວ​ຫວຽດ​ນາມ 40.000 ຄົນ ທີ່​ຖືກ​​ຜົນ​ສະ​ທ້ອນ​ຈາກ​ທາດ​ພິດ​ສີ​ສົ້ມ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.