ແນະ​ນຳ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ພົວພັນຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ຢູ່ ເວ​ເນ​ຊູ​ເອ​ລາ

08:11 | 03/02/2023

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວຽດ​ຢ​ວຽນ ເນັ້ນ​ໜັກ​ວ່າ ນະ​ໂຍ​ບາຍ​ການພົວພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ສ້າງສາ​ ແລະ ປົກ​ປັກ​ຮັກ​ສາປະ​ເທ​ດ​ຊາດ.

ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ການ​ສຶກ​ສາ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ການ​ສຶກ​ສາ
ໄຂ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດສາ​ກົນ ຫວຽດ​ນາມ 2022 ໄຂ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດສາ​ກົນ ຫວຽດ​ນາມ 2022
ແນະ​ນຳ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ພົວພັນຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ຢູ່ ເວ​ເນ​ຊູ​ເອ​ລາ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວຽດ​ຢ​ວຽນ ແລະ ທ່ານ ພົນ​ຈັດ​ຕະ​ວາ Vicente Javier Mandujano Acevedo ທູດ​ການ​ທະ​ຫານ ​ສະ​ຖ​ານ​ທູດ​ເມັກ​ຊີ​ໂກ ປະ​ຈຳ ເວ​ເນ​ຊູ​ເອ​ລາ

ແນະ​ນຳ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ພົວພັນຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ ຢູ່ ເວ​ເນ​ຊູ​ເອ​ລາ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວຽດ​ຢ​ວຽນ ເນັ້ນ​ໜັກ​ວ່າ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​​ສ້າງສາ​ ແລະ ປົກ​ປັກ​ຮັກ​ສາປະ​ເທ​ດ​ຊາດ.

ເຂົ້າ​ຮ່ວມ​ເຫດ​ການ​ ​ມີ​ທ່ານ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວຽດ​ຢ​ວຽນ; ທູດ​ການ​ທະ​ຫານ ຫວຽດ​ນາມ ປະ​ຈຳ ເວ​ເນ​ຊູ​ເອ​ລາ ທ່ານ​ພັນ​ເອກ ຫວູ​ເທ​ຈຸງ.

ສ່ວນ​ແຂກ​ຖືກ​ເຊີນ​ ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ກະ​ຊວງ​ປ້ອງ​ກັນ​ຊາດ ເວ​ເນ​ຊູ​ເອ​ລາ, ທູດ​ການ​ທະ​ຫານ​ບາງ​ປະ​ເທດ​ປະ​ຈຳ ເວ​ເນ​ຊູ​ເອ​ລາ ​ຄື: ເມັກ​ຊີ​ໂກ, ລັດ​ເຊຍ, ຈີນ, ໂຮນ​ລັງ, ອີ​ຣານ , ກູ​ບາ, ອູຣູກວາຍ…

ພາຍ​ຫຼັງ​ແນະ​ນຳ​ກ່ຽວ​ກັບ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ບັນ​ດາ​​ໜ້າ​ປະ​ຫວັດ​ສາດ​ທີ່​ອົງ​ອາດ​ກ້າ​ຫານ​ຂອງ​ຊາດ ຫວຽດ​ນາມ, ກໍ່​ຄື​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ບັນ​ລຸ​ໄດ້​ໃນ​ວິ​ວັດ​ການ​​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວຽດ​ຢ​ວຽນ ໄດ້​ເນ​ັກ​ນັກ​ເຖິງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ທີ່​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ກໍ່​ສ້າງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ການ​ທູດ​ເພື່ອ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​​ສ້າງສາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວຽດ​ຢ​ວຽນ ກໍ່​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບາງ​ຈຸດ​ສຸມ​ໃນ​ນະ​ໂຍ​ບາຍ​ການ​ພົວພັນຕ່າງ​ປະ​ເທດ ໂດຍກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ວາງ​ອອກ​ຄື: ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ທູດ​ທີ່​ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ, ຫັນ​ເປັນຫຼາຍ​ຮູບ​ແບບ, ຫັນ​ບັນ​ດາ​ການ​ພົວ​ພັນ​ຕ່າງ​ປະ​ເທດເປັນ​ທັນ​ສະ​ໄໝ​, ຊຸກ​ຍູ້​ບົດ​ບາດ​ນຳ​ໜ້າ​ຂອງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ການ​ກໍ່​ສ້າງ ແລະ ຮັກ​ສ​າ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ມີ​ສະ​ຖຽນ​ລະ​ພາບ, ກໍ່​ສ້າງ​ພື້ນ​ຖານ​ການ​ທູດ​ຢ່າງ​ຮອບ​ດ້ານ, ທັນ​ສະ​ໄໝ, ອີງ​ຕາມ 3 ເສົາ​ຄ້ຳຫຼັກ ​ລວມ​ມີ ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ພັກ, ການ​ຕ່າງ​ປະ​ເທດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ.

ສ່ວນ​ທ່​ານ ພັນ​ເອກ ຫວູ​ເທ໊ຈູງ ໄດ້​ແນະ​ນຳ​ບາງ​ຂໍ້​ມູນ​ກ່ຽວ​ກັບ​ປຶ້ມ​ປົກ​ຂາວ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຄື ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ, ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ ແລະ ການພົວພັນ​ຕ່າງ​ປະ​ເທດ​ປ້ອງກ​ັນ​ຊາດ.

ບັນ​ດາ​ຂໍ້​ມູນ​ໄດ້​ຮັບ​ການ​ແນະ​ນຳ​ຢູ່​ລາຍ​ການ​ໄດ້​ຊ່ວຍ​ໃຫ້​ບັນ​ດາ​ຜູ້​ແທນທີ່​ເຂົ້າ​ຮ່ວມ ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງງ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນ​າມ, ກໍ່​ຄື​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ການ​ປ້ອງ​ກັນ​ຊາດ​ຂອງ ຫວຽດ​ນາມ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ ​ກໍ່​ຄື​ເພີ່ມ​ທະ​ວີ​ກາ​ລະ​ໂອ​ກາດ​ໃນ​ການ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ກັບ​ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.