ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ອີຣານ ຍັງ​ຄົງ​ມີຫຼາຍຄວາມ​ໝັ້ນ​ໝາຍ

10:00 | 13/02/2023

ຍ​ສ​ໝ - ຕອນ​ຄ່ຳ​ວັນ​ທີ 9 ກຸມພາ, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ສາທາລະນະ​ລັດ​ອິດສະ​ລາມ ອີຣານ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 44 ປີ​ແຫ່ງ​ວັນ​ຊາດ​ອີຣານ (11/2/1979-11/2/2023) ​ແລະ ຄົບຮອບ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ອີ​ຣານ ແລະ ຫວຽດນາມ (4/8/1973 – 4/8/2023).

ຫວຽດ​ນາມ - Uzbekistan ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - Uzbekistan ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ຮ່ວມ​ມື​ສອງ​ຝ່າຍ
ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ອີຣານ ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ອີຣານ
ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ອີຣານ ຍັງ​ຄົງ​ມີຫຼາຍຄວາມ​ໝັ້ນ​ໝາຍ
ທ່ານ Ali Akbar Nazari, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສາທາລະນະ​ລັດ​ອິດສະ​ລາມ ອີຣານ ປະຈຳ ຫວຽດນາມ ກັບ​ແຂກ​ຖືກ​ເຊີນ (ພາບ: ຫາຍ​ອານ)

ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ອີຣານ ຍັງ​ຄົງ​ມີຫຼາຍຄວາມ​ໝັ້ນ​ໝາຍ

ຕອນ​ຄ່ຳ​ວັນ​ທີ 9 ກຸມພາ, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ສາທາລະນະ​ລັດ​ອິດສະ​ລາມ ອີຣານ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 44 ປີ​ແຫ່ງ​ວັນ​ຊາດ​ອີຣານ (11/2/1979-11/2/2023) ​ແລະ ຄົບຮອບ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ອີ​ຣານ ແລະ ຫວຽດນາມ (4/8/1973 – 4/8/2023).

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Ali Akbar Nazari, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສາທາລະນະ​ລັດ​ອິດສະ​ລາມ ອີຣານ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແລະ ອີຣານ ມີ​ປະຫວັດສາດການ​ພົບ​ປະ​ແລກປ່ຽນ​ທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ມີ​ຫຼາຍ​ຈຸດທີ່​ຄ້າຍຄື​ກັນ​ໃນ​ດ້ານ​ວັດທະນະທຳ; ​ແຕ່​ລະ​ຝ່າຍ​ລ້ວນ​ແຕ່​ມີ​ທ່າ​ແຮງສະເພາະ​ຂອງ​ຕົນ​ເພື່ອ​ຊ່ວຍ​ເຫຼືອ​ກັ​ນ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​.

50 ປີ​ທີ່​ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ບົນ​ພື້ນຖານ​ເຄົາລົບ ​ແລະ ມີຄວາມ​ເຂົ້າ​ໃຈ​ເຊິ່ງກັນ ແລະ ກັນ, ມີ​ການ​ພົວ​ພັນ​ໂດຍ​ອີງ​ຕາມ​ 3 ປັດ​ໄຈນັ້​ນ​ແມ່ນ​ ເຄົາ​ລົບ, ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ ​ແລະ ການ​ຮ່ວມ​ມື​ທີ່​ມີ​ລັກສະນະຕ່າງຝ່າຍຕ່າງໃີຜົນປະໂຫຍດໃນ​ລັດ​ທິຫຼາຍ​ຝ່າຍ. ​ໃນ​ຊຸມ​ມື້ທີ່​ປະ​ສົບ​ກັບຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ສອງ​ປະ​ເທດ​ໄດ້​​ມີ​ການ​ເຊື່ອມ​ໂຍງກັນ​ຢ່າງແໜ້ນ​ແຟ້ນ ​ແລະ ມີ​ການປຶກສາ​ຫາລື​ກັນ​ໃນ​ຂັ້ນ​ຕ່າງໆ​. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Ali Akbar Nazari ຕີ​ລາ​ຄາ​ວ່າ:

“ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຍັງ​ມີຄ​ວາມ​ສາ​ມາດ​ບົ່ມ​ຊ້ອນໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ… ລະ​ຫວ່າງ 2 ປະ​ເທດ. ການ​ພົວພັນ​ລະຫວ່າງ​ອີ​ຣານ - ຫວຽດນາມ ຈະ​ນັບ​ມື້​ນັບ​ເປີດ​ກ້​ວາງ, ແຕກດອກ​ອອກ​ຜົນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ ​ເລ​ທິທູ​ຮັ່ງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ໃຫ້​ຮູ້​ວ່າ: ໄລ​ຍະ​ຜ່ານ​ມາ, ການ​ພົວພັນ​ດ້ານ​ການ​ເມືອງ - ການຕ່າງ​ປະ​ເທດ​ລະ​ຫວ່າງ ຫວຽດນາມ - ອີຣານ ​ບັນ​ບຸໄດ້​​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ. ພາຍຫຼັງ​ການຄວບ​ຄຸມພະຍາດ​ໂຄ​ວິດ-19 ໄດ້, ສອງ​ຝ່າຍ​ໄດ້​ຟື້ນ​ຟູ​ກົນ​ໄກ​ຮ່ວມ​ມື​ຢ່າງ​ວ່ອງ​ໄວ, ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນບັນດາ​ຂັ້ນ. ​ໃນ​ນັ້ນ​ແມ່ນ​ການ​ຢ້ຽມຢາມ ອີຣານ ​ໃນ​ເດືອນທັນວາ ປີ 2022 ຂອງ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຈີ່ນ​ກວາງເຟືອງ. ການ​ຢ້ຽມຢາມ​ໄດ້​ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ 2 ປະ​ເທດ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ເປີດ​ຫຼາຍ​ທິດ​ທາງ​ໃໝ່​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ໄປ​ຄຽງ​ຄູ່​ກັບ​​ການ​ພົວພັນ​ດ້ານ​ການ​ເມືອງ ​ແລະ ການ​ທູດ​ແລ້ວ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ອີຣານ ຍັງ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ. ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ສືບ​ຕໍ່​ຟື້ນ​ຕົວ ​ແລະ​ ມີເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ. ນັບ​ມື້​ນັບ​ມີ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ອີ​ຣານ ມີ​ຄວາມ​ສົນ​ໃຈຕໍ່​ການ​ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່​ແຕ່ລະ​ປະ​ເທດ.

ບັນ​ດາຂົງ​ເຂດ​ການ​ຮ່ວມ​ມື​ອື່ນໆ​ ກໍ່ໄດ້ ແລະ ພວມ​ບັນ​ລຸ​ໝາກຜົນ​ທີ່​ຕັ້ງໜ້າ. ອີຣານ ມີ​ທ່າ​ແຮງ​ດ້ານ​ວິທະຍາສາດເຕັກ​ໂນ​ໂລ​ຢີ, ​ໂດຍ​ສະ​ເພາະ​ແມ່ນ ນາ​ໂນເຕັກ, ດາວ​ທຽມ, ​ອາວະກາດ ​ແລະ ການເຫັນ​ເປັນ​ດີ​ຈີ​ຕອນ. ນີ້​ກໍ່ແມ່ນ​ບັນດາ​ຂົງ​ເຂດຮ່ວມ​ມື​ທີ່​​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ສະພາບ​ການທີ່​ລັດຖະບານ ຫວຽດນາມ ພວມ​ໃຫ້​ບຸລິມະສິດ​ຫຼາຍ​ຢ່າງ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ. ​ໃນ​ຂົງ​ເຂດ​ການທ່ອງທ່ຽວ, ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ ແລະ ຮ່ອງ​ຮອຍ​ປະ​ຫ​ວັດ​ສາດ ຫຼາຍ​ແຫ່ງ ທັງ​ອີຣານ ​ແລະ ຫວຽດນາມ ນັບ​ມື້​ນັບ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ແຂກ​ທ່ອງ​ທ່ຽວ​ທີ່​ມີ​ຄວາມມັກຮັກໃນການ​ຄົ້ນ​ຫາ​ປະຫວັດສາດ, ວັດທະນະທຳ ​ແລະ ພັກຜ່ອນ​ຢ່ອນ​ອາລົມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.