ໂທລະເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

16:47 | 03/02/2023

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (3/2/1930-3/2/2023), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ ແລະ ຄະ​ນະ​ບໍ​ລ​ິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ໄດ້​ສົ່ງ​ໂທລະເລກອວຍ​ພອນ​ໄປ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ. 93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ.
ຈົດ​ໝາຍອວຍ​ພອນ​ບຸນ​ເຕັດ​ຂອງ​ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ຈົດ​ໝາຍອວຍ​ພອນ​ບຸນ​ເຕັດ​ຂອງ​ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ
ໂທລະເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
ພາບ​ປະ​ກອບ: TTXVN

​ໂທລະເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (3/2/1930-3/2/2023), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ ແລະ ຄະ​ນະ​ບໍ​ລ​ິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ໄດ້​ສົ່ງ​​ໂທລະເລກອວຍ​ພອນ​ໄປ​ຍັງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

​ເນື້ອ​ໃນ​​​ໂທລະເລກອວຍ​ພອນ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ມີ​ຕອນ​ຂຽນ​ວ່າ:

ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ຮູ້​ສຶກ​ດີ​ໃຈ​ເມື່ອ​ເຫັນ​ໄດ້​ວ່າ ໃນ​ຕະຫຼອດ​ໄລ​ຍະ 93 ປີ​ຜ່ານ​ມາ, ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ ແລະ ເຕີບ​ໂຕ​ເຂັ້ມ​ແຂງ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ມີຄວາມ​ສະ​ຫງ່າລາສີ ໂດຍ​ປະ​ທານ​ໂຮ່​ຈີ​ມິນ​ຜູ້​ນຳທີ່ຍິ່ງ​ໃຫຍ່​ສ້າງ​ຕັ້ງ ແລະ ຫຼໍ່ຫຼອມ, ໄດ້​ແບບ​ຫາບ​ພາ​ລະ​ກຳປະ​ຫວັດ​ສາດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ສຳ​ເລັດ​ພາ​ລະ​ກິດ​ແຫ່ງ​ການ​ປົດ​ປ່ອຍ ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ສືບ​ຕໍ່​ສ້າງສາ, ພັດ​ທະ​ນາ​ປະ​ເທດ​ຊາດ​ຕາມ​ເປົ້າ​ໝາຍ​ສັງ​ຄົມ​ນິ​ຍົມ.

ພັກ​ກອມ​ມູ​ນິດ ຫວຽດ​ນາມ ເລີ່ມ​ຕົ້ນ ແລະ ນຳ​ພາ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ຍາດ​ໄດ້​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່, ຮອບ​ດ້ານ, ມີ​ຄວາມ​ໝາຍທາງດ້ານ​ປະ​ຫວັດ​ສາດຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ປະ​ເທດ ຫວຽດ​ນາມ ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ມີຄວາມ​ໝັ້ນ​ແກ່ນ, ປະ​ຕິ​ບັດ​ໜ້າ​ທີ່​ຄວບ​ຄູ່​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ​ພະ​ຍາດ​ໂຄວິດ - 19 ແລະ ຟື້ນ​ຟູ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມຢ່າງ​ສ​ຳ​ເລັດ​ຜົນ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເປັ​ນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ປະ​ກອບ​ສ່ວນ​ນຳ​ເສດ​ຖະ​ກິດໃຫ້​ມີ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ, ນຳ​ໜ້າ​ໃນ​ພາກ​ພື້ນ ແລະ ໂລກ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ພັກ​ປະ​ຊາ​ຊົນ​ປ​ະ​ຕິ​ວັດ​ລາວ ມີ​ຄວາມ​ເອກ​ອ້າງ​ທະ​ນົ​ງໃຈ​ເມື່ອ​ເຫັນ​ວ່າ ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ຄວາມ​ສາກ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ລາວ ຫວຽດ​ນາມ ໂດຍ​ການ​ນຳ​ລຸ້ນ​ກ່ອນ​ຂອງ​ສອງ​ພັກ, ສອງ​ລັດ ລາວ - ຫວຽດ​ນາມ ສ້າງ​ຕັ້ງ​ຂຶ້ນ, ເພີ່ມ​ພູນ​ຄູນ​ສ້າງ ແລະ ຝືກ​ຝົນຫຼໍ່ຫຼອມ, ຜ່ານຜ່າ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກຫຼາຍ​ຢ່າງ ພາຍ​ໃຕ້​ແປວໄພຂອງການ​ປະ​ຕິ​ວັດ ໃນຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ, ໄດ້​ກາຍ​ເປັນ​ຊັບ​ສິນ​ອັນ​ລ້ຳ​ຄ່າ, ແມ່ນ​ກົດ​ເກນ​ຄົງ​ຕົວ ແລະ ພັດ​ທະ​ນາ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຕັດ​ສິນ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ຂອງ​ແຕ່​ລະ​ປະ​ເທດ ແລະ ພວມ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູ​ນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ເພີ່ມ​ທະ​ວີ​ເຂົ້າ​ສູ່​ລວງ​ເລິກ​ໃນ​ທຸກ​ຂົງ​ເຂດ, ນຳ​ມາເຊິ​່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ພວກ​ເຮົາ.

​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ ຈະ​ສືບ​ຕໍ່​ຮ່ວມ​ກັບ ຫວຽດ​ນາມ ປົກ​ປັກ​ຮັກ​ສາ ແລະ ພັດ​ທ​ະນາ​ການ​ພົວ​ພັນ​ສາ​ມັກ​ຕີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ໃຫ້​ນັບ​ມື້​ນັບ​ແຕກດອກ​ອອກ​ຜົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສັ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໂລກ.

ຂໍອວຍ​ພອນ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ລາວ - ຫວຽດ​ນາມ ໝັ້ນ​ຄົງ​ທະນົງ​ແກ່ນ​ຊົ່ວ​ກາ​ລະ​ນານ.

ສ່ວນ​​ໂທລະເລກອວຍ​ພອນ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ການ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ ​ມີ​ຕອນ​ຂຽນ​ວ່າ:

ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸ​ດ​ໃຈ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາດ​ມາ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ. ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ກຳ​ປ​ູ​ເຈຍ - ຫວຽດ​ນາມ ທີ່ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດງ​ຢັ້ງ, ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ສືບ​ຕໍ່​ນຳ​ການ​ພົວ​ພັນ​ກຳ​ປູ​ເຈຍ - ຫວຽດ​ນາມ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຕາມ​ທິດ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຍືນ​ຍົງ​ຍາ​ວ​ນານ”.

ບຸນ​ຄົງ

302 Found

Found

The document has moved here.