ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ສິງ​ກະ​ໂປ

09:19 | 13/02/2023

ຍ​ສ​ໝ - ທ່ານ Tow Heng Tan, ຮອງປະທານສະພາບໍລິຫານ, ຜູ້ອຳນວຍການ ບໍລິສັດ Sembcorp Industries ສະໜອງມາດຕະການຫັນປ່ຽນພະລັງງານ ແລະ ພັດທະນາຕົວເມືອງໃນທົ່ວໂລກ, ໂດຍໃຫ້ຮູ້ວ່າ ກຸ່ມບໍລິສັດມີແຜນການເປີດ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຕື່ມອີກ ຢູ່ແຂວງ ລ້າງເຊີນ, ເງະອານ.

ການ​ຢ້ຽມ​ຢາມ​ສິງ​ກະ​ໂປ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງເຖິງ​ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ ການ​ຢ້ຽມ​ຢາມ​ສິງ​ກະ​ໂປ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງເຖິງ​ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ (ພາບ: TTXVN)
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ (ພາບ: TTXVN)

ໃນການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບບັນດາກຸ່ມບໍລິສັດ, ວິສາຫະກິດ, ກອງທຶນການລົງທຶນ ແຖວໜ້າສິງກະໂປ ແລະ ໂລກ ທີ່ມີຫ້ອງການຕັ້ງຢູ່ສິງກະໂປ.

ທີ່ການຕ້ອນຮັບ, ທ່ານ Tow Heng Tan, ຮອງປະທານສະພາບໍລິຫານ, ຜູ້ອຳນວຍການ ບໍລິສັດ Sembcorp Industries ພ້ອມກັບບັນດາການນຳກຸ່ມບໍລິສັດ Sembcorp ທີ່ມີເງິນລົງທຶນ ຂອງລັດຖະບານ ສິງກະໂປ ສະໜອງມາດຕະການຫັນປ່ຽນພະລັງງານ ແລະ ພັດທະນາຕົວເມືອງໃນທົ່ວໂລກ, ໂດຍໃຫ້ຮູ້ວ່າ ກຸ່ມບໍລິສັດມີແຜນການເປີດ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຕື່ມອີກ ຢູ່ແຂວງ ລ້າງເຊີນ, ເງະອານ ເພື່ອປະຕິບັດໂຄງການ VSIP ຕາມທິດເຂດອຸດສາຫະກຳອັດສະລິຍະ, ທັນສະໄໝ ແລະ ຍືນຍົງ.

ທີ່ການຕ້ອນຮັບທ່ານ Lee Chong Min, ປະທານກອງທຶນ CMIA (ກອງທຶນທີ່ມີສຳນັກງານໃຫຍ່ຕັ້ງຢູ່ສິງກະໂປ) ແລະ ທ່ານນາງ Nina Yang, ຜູ້ອຳນວຍການຝ່າຍບໍລິຫານ Surbana Jurong (SJ) - ບໍລິສັດໃຫ້ຄຳປຶກສາການບໍລິການຄຸ້ມຄອງ, ພື້ນຖານໂຄງລ່າງ ແລະ ຕົວເມືອງທົ່ວໂລກມີທຶນ 100% ຂອງລັດຖະບານ ສິງກະໂປ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຂອງກອງທຶນ CMIA ແລະ ກຸ່ມບໍລິສັດ SJ ລົງທຶນໂຄງການພັດທະນາແບບຍືນຍົງ “ເຂດຕົວເມືອງນິເວດກະສິກຳ - ສະບຽງອາຫານ ເຕັກໂນໂລຢີສູງ” ຢູ່ເມືອງກູຈີ, ນະຄອນໂຮ່ຈີມິນ.

ໃນ​ວັນ​ດຽວ​ກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ເຂົ້າຮ່ວມເວທີວິປາໄສສາຫະກິດ ຫວຽດນາມ - ສິງກະໂປ ໂດຍມີການເຂົ້າຮ່ວມ ຂອງການນຳບັນດາກະຊວງ, ອົງການຂຶ້ນກັບລັດຖະບານ, ບັນດາອົງການ ແລະ ວິສາຫະກິດ ຂອງສອງປະເທດເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນຢູ່ເວທີປາໄສ, ທ່ານຟ້າມມິງຈີງ ໄດ້ຈ້ງໃຫ້ບັນດາຜູ້ແທນຮັບຊາບ ກ່ຽວກັບໝາກຜົນການພົບປະເຈລະຈາ ກັບທ່ານນາຍົກລັດຖະມົນຕີ ສິງກະໂປຫຼີຊຽນຫຼົງ, ໃນນັ້ນໄດ້ຕີລາຄາວ່າການພົວພັນສອງປະເທດ ກຳລັງຢູ່ໃນໄລຍະອັນດີງານ ແລະ ນັບມື້ນັບເພີ່ມທະວີ, ປັບປຸງ, ຊຸກຍູ້; ໂດຍຖື ນີ້ແມ່ນພື້ນຖານ, ສະພາບແວດລ້ອມສະດວກ ເພື່ອໃຫ້ຄູ່ຮ່ວມມື, ນັກລົງທຶນສືບຕໍ່ເສີມຂະຫຍາຍ ເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ ແລະ ເພື່ອການພົວພັນອັນດີງາມລະຫວ່າງ ຫວຽດນາມ - ສິງກະໂປ, ບົນຫຼັກການ “ກົມກຽວຜົນປະໂຫຍດ, ແບ່ງປັນຄວາມສ່ຽງ”.

ຢູ່ເວທີປາໄສ, ທ່ານຟ້າມມິງຈີງ ແລະ ການນຳບັນດາກະຊວງ, ອົງການຂຶ້ນກັບລັດຖະບານສອງປະເທດ ໄດ້ເປັນສັກຂີພິຍານໃນພິທີລກປ່ຽນ ຂໍ້ຕົກລົງຮ່ວມມືລະຫວ່າງອົງການ, ທ້ອງຖິ່ນ ຂອງສອງປະເທດ.

ເຫດການ
302 Found

Found

The document has moved here.