ຍີ່​ປຸ່ນ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໜູນ​ຊ່ວຍ​ແຂວງກວາງ​ຈິ້​ເປີດ​ປະ​ຕູຊາຍ​ແດນ​ຢ່າງ​ປອດ​ໄພ

16:48 | 03/02/2023

ຍ​ສ​ໝ - ວັນ​ທີ 31 ມັງ​ກອນ, ສະ​ຖານ​ກົງ​ສູນ​ໃຫຍ່ ຍີ່​ປຸ່ນ ປະ​ຈຳ​ດ່າ​ນັ້ງ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້​ມອບ​ຮັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ ທີ່​ຈຳ​ເປັນ​ໃຫ້​ແກ່​ແຂວງ​ກ໋​ວາງ​ຈິ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ພະ​ນັກ​ງານ​ແນວ​ໜ້າ​ເຂດ​ຊາຍ​ແດນ, ຮັບ​ປະ​ກັນ​ວິ​ວັດ​ການ​ເປີດ​ປະ​ຕູ​ຊາຍ​ແດນ​ສາ​ກົນ​ຂອງ​ຫວຽດ​ນາມ ໃຫ້ມີ​ການ​ດຳ​ເນີນ​ຢ່າງ​ປອດ​ໄພ.

VUFO ຈະ​ໜູນ​ຊ່ວຍ​ທ້າຍ​ບິ່ງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ VUFO ຈະ​ໜູນ​ຊ່ວຍ​ທ້າຍ​ບິ່ງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ
ຍີ່​ປຸ່ນ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໜູນ​ຊ່ວຍ​ແຂວງກວາງ​ຈິ້​ເປີດ​ປະ​ຕູຊາຍ​ແດນ​ຢ່າງ​ປອດ​ໄພ
ພິ​ທີ​ມອບ​ຮັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ (ພາບ: IOM)

ຍີ່​ປຸ່ນ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໜູນ​ຊ່ວຍ​ແຂວງກວາງ​ຈິ້​ເປີດ​ປະ​ຕູຊາຍ​ແດນ​ຢ່າງ​ປອດ​ໄພ

ວັນ​ທີ 31 ມັງ​ກອນ, ສະ​ຖານ​ກົງ​ສູນ​ໃຫຍ່ ຍີ່​ປຸ່ນ ປະ​ຈຳ​ດ່າ​ນັ້ງ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້​ມອບ​ບັນດາ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດທີ່​ຈຳ​ເປັນ​ໃຫ້​ແກ່​ແຂວງ​ກ໋​ວາງ​ຈິ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ພະ​ນັກ​ງານ​ແນວ​ໜ້າ​ເຂດ​ຊາຍ​ແດນ, ຮັບ​ປະ​ກັນ​ວິ​ວັດ​ການ​ເປີດ​ປະ​ຕູ​ຊາຍ​ແດນ​ສາ​ກົນ​ຂອງ​ຫວຽດ​ນາມ ໃຫ້ມີ​ການ​ດຳ​ເນີນ​ຢ່າງ​ປອດ​ໄພ.

ບ້ວງ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ ຍີ່​ປຸ່ນ ແລະ IOM ໃຫ້​ແກ່​ແຂວງ ກ໋​ວາງ​ຈິ ລວມ​ມີ​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ການ​ອະ​ນາ​ໄມ​ຄື: ສະ​ບູ, ນ້ຳ​ຢາ​ລ້າງ​ມື​ຂ້າ​ເຊື້ອ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ຄື ເຄື່ອງວັດ​ແທກ​ອຸນຫະພູມຮ່າງ​ກາຍ ແລະ ເຄື່ອງ​ບັັນຈຸ​ນ້ຳ​ຢາ​ລ້າງ​ມື​ຂ້າ​ເຊື້ອ.

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານຫົວ​ໜ້າກົງ​ສູນ​ໃຫຍ່ ຍີ່​ປຸ່ນ ປະ​ຈຳ ດ່າ​ນັ້ງ Yakabe Yoshinori ໄດ້​ສະ​ແດງ​ຄວາມ​ຊົມ​ເຊີນ​ຕໍ່​ບັ້ນການ​ສົ່ງມອບ​ມໍ່ໆ​ມາ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ຂອງ ລັດ​ຖະ​ບານ ຍີ່​ປຸ່ນ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ວິ​ວັດ​ການ​ເປີດ​ປະ​ຕູ​ຊາຍ​ແດນ​ສາ​ກົນຢ່າງ​ປອດ​ໄພ​ຂອງ ຫວຽດ​ນາມ. ທ່ານ Yakabe Yoshinori ໃຫ້​ຮູ້​ວ່າ:

​ພ​ວກ​ຂ້າ​ພະ​ເຈົ້າ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ IOM ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ວິ​ຊາ​ການ​ເຕັກ​ນິກ​ໃຫ້​ແກ່​ພະ​ນັກ​ງານ​ແນວ​ໜ້າ​ດ່ານ​ຊາຍ​ແດນ, ພ້ອມ​ທັງ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ປົກ​ປ້ອງ​ສ່ວນ​ບຸກ​ຄົນ ແລະ ວັດ​ຖຸ​ທີ່​ຈຳ​ເປັນ​ໃຫ້​ແກ່​ເຂດ​ຊາຍ​ແດນ.

ດ້ວຍ​ບ້ວງ​ເງິນ​ໜູນ​ຊ່ວຍ​ຂຶ້ນ​ເຖິງ 1,6 ລ້ານ USD ຈາກ​ລັດ​ຖະ​ບານ ຍີ່​ປຸ່ນ, IOM ໄດ້​ໜູນ​ຊ່ວຍ​ວິ​ວັດ​ການ​ເປີດ​ປະ​ຕູ​ຊາຍ​ແດນ​ສາ​ກົນຄືນ​ໃໝ່ຢ່າງ​ປອດ​ໄພ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ຜ່ານ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ທາງ​ການ​ແພດ​ສາ​ທາ​ລະ​ນະ​ຢູ່ 6 ດ່ານ​ຊາຍ​ແດນ​ສາ​ກົນ ແລະ 5 ສະ​ໜາມ​ບິນ​ສາ​ກົນ (ສະ​ໜາມ​ບິນ ໂນ້ຍ​ບາຍ, ສະ​ໜາມ​ບິນ ດ່າ​ນັ້ງ, ກາມ​ແຣງ, ເຕິນ​ເຊີນ​ເຍິດ ແລະ ຝຸກວັກ) ໃນ​ທົ່ວ​ຫວຽດ​ນາມ. ຄາດ​ວ່າ​ຈະ​ມີ​ພະ​ນັກ​ງານແນວໜ້າ 400 ຄົນ, ພະ​ນັກ​ງານ​ລັດ 50 ຄົນ ແລະ ປະ​ຊາ​ຊົນ 3000 ຄົນ​ຢູ່​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ໂຄງ​ການ​ດັ່ງ​ກ່າວ.

ສ່ວນ​ທ່ານນາງຫົວ​ໜ້າ​ຄະ​ນະ IOM Park Mihyung ກໍ່​ເຊື່ອ​ໝັ້ນ​ວ່າ​ ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ທີ່ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ​ຖະ​ບານ ຍີ່​ປຸ່ນ ​ແມ່ນ​ການ​ປະ​ກອບ​ສ່ວນ​ທີ່​ແທດ​ຈິງ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຍົກ​ລະ​ດັບ​ໃຫ້​ແກ່​ເຂດ​ຊາຍ​ແດນ​ຫວຽດ​ນາມ ຫຼັງ​ພະ​ຍາດ​ໂຄວິດ - 19.

ຕາມ​ທ່ານ​ນາງ Park Mihyung ແລ້ວ, ພະ​ຍາດ​ໄດ້​ເຮັດ​ໃຫ້ເຫັນ​ບົດ​ບາດ​ຂອງ​ແຮງ​ງານທີ່ເຄື່ອນຍ້າຍຖິ່ນຖານໃນ​ສັງ​ຄົມ ແລະ ຄວາມ​ຈຳ​ເປັນທີ່ຈະ​ຕ້ອງ​ມີ​ກົນ​ໄກ​ທີ່​ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ ​ເພື່ອທັງ​ປົກ​ປ້ອງ ​ທັງ​ມອບ​ສິດ​ໃຫ້​ແກ່​ຜູ້​ເຄື່ອນຍ້າຍຖິ່ນຖານ ດ້ວຍ​ຖາ​ນະ​ເປັນ​ສະ​ມ​າ​ຊິກ​ທີ່ສຳ​ຄັນ​ຂອງ​ປະ​ຊາ​ຄົມ​ພວກ​ເຮົາ.

ໃນ​ສະ​ພາບ​ການ​ຫວຽດ​ນາມ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ເປີດ​ປະ​ຕູ​ສາ​ກົນ​ຄືນ​ໃໝ່, ສິ່ງ​ທ້າ​ທາຍສຳລັບ​​ພວກ​ເຮົາ​ແມ່ນ ສືບ​ຕໍ່​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ທີ່ເຄື່ອນຍ້າຍຖິ່ນຖານ, ພິ​ເສດ​ແມ່ນ​ກຳ​ລັງ​ແຮງ​ງານທີ່ເຄື່ອນຍ້າຍຖິ່ນຖານ​ຢູ່​ຕ່າງ​ປະ​ເທດ, ຮັບ​ປະ​ກັນ​ວ່າ​ເຂົາ​ເຈົ້າ​ໄດ້​ສຳ​ຜັດ​ກັບ​ຂໍ້​ມູນ​ທີ່​ຖືກ​ຕ້ອງ, ໄດ້​ມອບ​ສິດ​ເພື່ອມີ​ການ​ຕັດ​ສິນ​ໃຈ​ຢ່າງ​ຖືກ​ຕ້ອງ ແລະ ປົກ​ປ້ອງ​ຕົນ​ເອງ​ຈາກ​ຄວາມ​ສ່ຽງ​ເມື່ອ​ໄປ​ປະ​ຕິ​ບັດງານ​ຢູ່​ຕ່າງ​ປະ​ເທດ. ທ່ານ​ນາງ Park Mihyung ໃຫ້​ຮູ້​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.