ມີ​ວິ​ສາ​ຫະ​ກິດ ຫຼາຍ​ແຫ່ງ​ຢູ່ Fukuoka ແລະ ເຂດ Kyushu, ຍີ່​ປຸ່ນ ພວມ​ມີ​ຄວາມ​ສົນ​ໃຈ​ຕໍ່​ຕະຫຼາດ ຫວຽດ​ນາມ

00:14 | 06/02/2023

ຍ​ສ​ໝ -ຜູ້​ວ່າ​ການ Hattori Seitaro ມີ​ຄວາມ​ສົນ​ໃຈ​ພິ​ເສດ​ຕໍ່​ໂຄງ​ການ​ເວ​ທີ​ປາ​ໄສ​ບັນ​ດາ​ວິ​ສາ​ຫະ​ກິດ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ທົ່ວ​ໂລກ ​ຄັ້ງ​ທີ 2 ຢູ່ Fukuoka.

ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ
ແທັງ​ຮ​ວາ: ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ ແທັງ​ຮ​ວາ: ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ
ມີ​ວິ​ສາ​ຫະ​ກິດ ຫຼາຍ​ແຫ່ງ​ຢູ່ Fukuoka ແລະ ເຂດ Kyushu, ຍີ່​ປຸ່ນ ພວມ​ມີ​ຄວາມ​ສົນ​ໃຈ​ຕໍ່​ຕະຫຼາດ ຫວຽດ​ນາມ
ທ່ານ​ນາງ ຫວູ​ຈີ​ມາຍ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Fukuoka ເຂົ້າຢ້ຽມ​ຂ່ຳ​ນັບ​ທ່ານ ຜູ້​ວ່າ​ການ ແຂວງ Hattori Seitaro

ມີວິສາຫະກິດ ຫຼາຍແຫ່ງຢູ່ Fukuoka ແລະ ເຂດ Kyushu, ຍີ່ປຸ່ນ ພວມມີຄວາມສົນໃຈຕໍ່ຕະຫຼາດ ຫວຽດ​ນາມ

ຜູ້​ວ່າ​ການ Hattori Seitaro ມີ​ຄວາມ​ສົນ​ໃຈ​ພິ​ເສດ​ຕໍ່​ໂຄງ​ການ​ເວ​ທີ​ປາ​ໄສ​ບັນ​ດາ​ວິ​ສາ​ຫະ​ກິດ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ທົ່ວ​ໂລກ ​ຄັ້ງ​ທີ 2 ຢູ່ Fukuoka.

ເຂົ້າ​ຮ່ວມການ​ເຮັດ​ວຽກ​ກັບ​ທ່ານ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ມີ​ທ່ານ ຫງວຽນ​ຢຸຍ​ແອັງ, ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Fukuoka, ທ່ານ ຫວູ​ຮວ່າງ​ດຶກ, ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ຍີ່​ປຸ່ນ, ທ່າ​ນນາງ ຫງວຽນ​ທິ​ມິງ​ງວຽດ, ປະ​ທານ​ສະ​ມາ​ຄົມ​ແມ່​ຍິງ ຫວຽດ​ນາມ ຢູ່ Kyushu

ທີ່​ການ​ເຮັດ​ວຽກ, ທ່ານ​ນາງ ຫວູ​ຈີ​ມາຍ ໄດ້​ຂອບ​ໃຈ​ການ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ ແລະ ສ້າງ​ເງື່ອນ​ໄຂ​ຂອງ​ຜູ້​ວ່າ​ການ ແລະ ອຳ​ນາດ​ການ​ປົກ​ຄອງ​ແຂວງ Fukuoka ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດວຽກ​ຢູ່ Fukuoka.

ໃນ​ສະ​ພາບ​ການ​ປີ​ນີ້​ແມ່ນ​ປີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ຍີ່​ປຸ່ນ ກໍ່​ຄື 15 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ຮ່ວມ​ມື​ລະ​ຫວ່າງ ແຂວງ Fukuoka - ຮ່າ​ໂນ້ຍ, ທ່ານນາງ ຫວູ​ຈີ​ມາຍ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ມີ​ຄວາມ​ຫວັງ​ວ່າ​ອຳ​ນາດ​ການ​ປົກ​ຄອງ​ແຂວງ ແລະ ສະ​ຖານ​ກົງ​ສູນ​ໃຫຍ່ ຈະ​ພ້ອມ​ກັນ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດ​າ​ການ​ເຄື່ອ​ນ​ໄຫວ​ສະ​ເຫຼີມ​ສະຫຼອງ ທີ່​ໄດ້ມີ​ໃນແຜນການ​ຄາດ​ຄະ​ເນໄວ້ນັ້ນ.

ທ່ານຫົວໜ້າສະ​ຖານ​ກົງ​ສູນ​ໃຫຍ່​ ແຈ້ງໃຫ້ຊາບ​ວ່າ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ຄາດ​ວ່າ ຈະ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ບັນ​ດາ​ວິ​ສາ​ຫະ​ກິດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທົ່ວ​ໂລກ ຄັ້ງ​ທີ 2 ຢູ່ Fukuoka ໃນ​ເດືອນ​ຕຸ​ລາ ປີ 2023. ໃນ​ໂອ​ກາດ​ນີ້, ທ່ານຫົວໜ້າສະ​ຖານ​ກົງ​ສູນ​ໃຫຍ່​ປາດຖະໜາຢາກໃຫ້​ແຂວງ​ຈະ​ສົມ​ທົບ​ກັນ​ເພື່ອ​ໂຄ​ສະ​ນາ ແລະ ແນະ​ນຳ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂ​ອງ Fukuoka ກໍ່​ຄື​ເຂດ Kyushu.

ສ່ວນທ່ານ​ຜູ້​ວ່າ​ການ Hattori Seitaro ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ທ່ານ​ນາງ ຫວູ​ຈີ​ມາຍ ທີ່​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Fukuoka ແລະ ຜົນສຳເລັດໃນການຈັດ​ບຸນ​ເຕັດ​ຫວຽດ​ນາມ ຢູ່ Fukuoka ຢ່າງ​ຈົ​ບ​ງາມ, ອັນໄດ້ສ້າງ​ຄວາມ​ປະ​ທັບ​ໃຈ, ຄວາມ​ສົນ​ໃຈ ບໍ່​ພຽງ​ແຕ່​ສຳ​ລັບ​ປະ​ຊາ​ຄົມ​ຊາ​ວ​ຫວຽດ​ນາມ ຢູ່​ທ້ອງ​ຖິ່ນ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ຊາ​ຊົນ​ປະ​ຈຳ​ຖິ່ນ​ກໍ່​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ສຸດ​ຈິດ​ສຸດ​ໃຈນຳອີກ.

ທ່ານ​ຜູ້​ວ່າ​ການ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ໂຄງ​ການ​ເວ​ທີ​ປາ​ໄສ​ບັນ​ດາ​ວິ​ສາ​ຫະ​ກິດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ທົ່ວ​ໂລກ ​ຄັ້ງ​ທີ 2 ຢູ່ Fukuoka, ໃນ​ສະ​ພາບ​ການທີ່​ນັບ​ມື້​ນັບ​ມີ​ວິ​ສາ​ຫະ​ກິດ ຢູ່ Fukuoka ແລະ ເຂດ ມີ​ຄວາມ​ສົນ​ໃຈ​ຕໍ່​ຕະຫຼາດ​ຫວຽດ​ນາມ.

ທ່ານ​ຜູ້​ວ່າ​ການ​ຫວັງ​ວ່າ ສະ​ຖານ​ກົງ​ສູນ​ໃຫຍ່​ຈະ​ພ້ອມ​ກັບ​ແຂວງ​ສົມ​ທົບ​ກັນ​ເພື່ອ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ໃຫ້​ສຳ​ເລັດ​ຜົນ, ນຳມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ, ຜ່ານ​ນັ້ນ​ ກໍ່ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ​ຍີ່​ປຸ່ນ ແລະ ຫວຽດ​ນາມ.

ນອກ​ຈາກ​ນັ້ນ​ທ່ານ​ຜູ້​ວ່າ​ການ​ກໍ່​ສະ​ແດງ​ຄວາມ​ສົນ​ໃຈ​ຕໍ່​ການ​ແລກ​ປ່ຽນ​ຄະ​ນະ​ການ​ນຳ​ລະ​ຫວ່າງ​ນະ​ຄອນ​ຮ່າ​ໂນ້ຍ ກັ​ບ Fukuoka ແລະ ວິ​ສາ​ຫະ​ກິດ ໃນ​ປີ 2023.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.