ນັກຊ່ຽວຊານຕີລາຄາສູງໝາກຜົນການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ

14:00 | 13/02/2023

ຍ​ສ​ໝ - ທ່ານ​ຮອງ​ສາດ​ສະ​ດາ​ຈານ​ຖື​ວ່າ ສິງ​ກະ​ໂປ​ມີ​ຄວາມ​ປ​ະ​ທັບ​ໃຈ​ຕໍ່​ຍຸດ​ທະ​ສາດ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ພະ​ລັງ​ງານ​ສີ​ຂຽວ ແລະ ຮັບ​ປະ​ກັນ​ຄ​ວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງາ​ນ​ກໍ່​ຄື​ເປົ້າ​ໝາຍຫຼຸດ​ການ​ປ່ອຍ​ທາດ​ພິດ​ລົງ 0 ໃນ​ປີ 2050.

ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບປະທານກຸ່ມບໍລິສັດ Adidas ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບປະທານກຸ່ມບໍລິສັດ Adidas
ນັກຊ່ຽວຊານຕີລາຄາສູງໝາກຜົນການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ສິງກະໂປ ແຕ່ວັນທີ 08-10 ກຸມພາ ຢ່າງເປັນທາງການ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານຮອງສາດສະດາຈານ ຫວູມິງເຄືອງ, ຫົວໜ້ານັກຊ່ຽວຊານໂຮງຮຽນ ຫຼີກຸງຢູ່ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ຕີລາຄາໝາກຜົນບຸກທະລຸຂອງການຢ້ຽມຢາມຄັ້ງນີ້ວ່າ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ສິງກະໂປ. ມີວິສາຫະກິດຫຼາຍແຫ່ງ, ກຸ່ມບໍລິສັດໃຫຍ່ຂອງ ສິງກະໂປ ສະແດງຄວາມສົນໃຈເຖິງການລົງທຶນເຂົ້າ ຫວຽດນາມ. ຕາມທ່ານ ຫວູມິງເຄືອງ ແລ້ວ, ການຢ້ຽມຢາມນີ້ແມ່ນການສະຫຼຸບຜົນງານຂອງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະ 50 ປີຜ່ານມາ, ຍາມໃດ 2 ຝ່າຍກໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ມີຄວາມຕັດສິນໃຈດ້ານການເມືອງສູງ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງ.

ທ່ານ​ຮອງ​ສາດ​ສະ​ດາ​ຈານ​ຖື​ວ່າ ສິງ​ກະ​ໂປ​ມີ​ຄວາມ​ປ​ະ​ທັບ​ໃຈ​ຕໍ່​ຍຸດ​ທະ​ສາດ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ພະ​ລັງ​ງານ​ສີ​ຂຽວ ແລະ ຮັບ​ປະ​ກັນ​ຄ​ວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງາ​ນ​ກໍ່​ຄື​ເປົ້າ​ໝາຍຫຼຸດ​ການ​ປ່ອຍ​ທາດ​ພິດ​ລົງ 0 ໃນ​ປີ 2050. ທ່ານ​ກໍ່​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນ​ຫາ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ການ​ລົງ​ທຶນ​ເຂົ້າ​ຂະ​ແໜງ​ພະ​ລັງ​ງານ​ສະ​ອາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ​ຈ​ະ​ບັນ​ລຸ​ບາດ​ກ້າວ​ສຳ​ຄັນ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.