ວັດຖຸອຸປະກອນທີ່ມອບໃນຄັ້ງນີ້ ລວມມີ ບັນດາວັດຖຸອຸປະກອນຮັບໃຊ້ກອງປະຊຸມທາງໄກຄື ໂທລະພາບ, ຄອມພິວເຕີ, ຕູ້ເຄື່ອງສຽງ, ຕູ້ອິນເຕີເນັດ… ໂດຍແຂວງກວາງຈິ ໜູນຊ່ວຍແຂວງ ສະຫວັນນະເຂດເພື່ອຕິດຕັ້ງລະບົບກອງປະຊຸມທາງໄກໃຫ້ແກ່ແຂວງສະຫວັນນາະເຂດ ຕາມເນື້ອໃນທີ່ໄດ້ແລກປ່ຽນ, ເຫັນດີຢູ່ທີ່ການໂອ້ລົມສົນທະນາຕີລາຄາກາງສະໄໝລະຫວ່າງຜູ້ແທນຂັ້ນສູງຂອງແຂວງ ສະຫວັນນາເຂດ ແລະ ກວາງຈິ ທີ່ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2021.
ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນ ໄດ້ຕີລາຄາສູງ ບັນດາໂຄງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນ ລາວ, ເປັນຕົ້ນແມ່ນເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ລາວຢູ່ນະຄອນໂຮ່ຈີມິນ ໂດຍຄະນະກຳມະການປະຊາຊົນນະຄອນ ສົມທົບກັບສະຖານກົງສູນ ສປປ.ລາວ ປະຈຳ ນະຄອນໂຮ່ຈິມິນຈັດຂຶ້ນໃນຫວ່າງແລ້ວນີ້.
ໃນຊຸມວັນລະດູໜາວຢູ່ຮ່າໂນ້ຍ, ບັນດາເພື່ອນມິດລາວ ແລະ ຫວຽດນາມ ໄດ້ພົບປະກັນໃນພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ ໃນວັນທີ 13 ທັນວາ. ນະທີ່ນີ້, ບັນດາເລື່ອງລາວທີ່ຕື້ນຕັນໃຈ ຂອງເຂົາເຈົ້າ ໃນອະດີດໄດ້ເຊື່ອມຕໍ່ເຖິງປັດຈຸບັນ ແລະ ໄດ້ຈຸດປະກາຍແຈ້ງ, ມີຄວາມອົບອຸ່ນກວ່າອີກ ຍ້ອນບັນດາຄວາມດີໃຈ ແລະ ຮອຍຍິ້ມ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງວັນການພົວພັນອາຊຽນ-ອີຢູ ຄົບຮອບ 45ປີ ທີ່ນະຄອນ Brussels ປະເທດແບນຊິກ, ຕອນເຊົ້າວັນທີ 14 ທັນວານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ.
ຄະນະກໍາມະການປະຊາຊົນແຂວງ ຮຽກຮ້ອງພະແນກພົວພັນຕ່າງປະເທດ ເປັນປະທານ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງສືບຕໍ່ຮັບ, ມອບນັກສຶກສາ ລາວໃຫ້ມະຫາວິທະຍາໄລກວາງນາມ ຄຸ້ມຄອງ, ບໍາລຸງສ້າງ; ສົມທົບກັບ ມະຫາວິທະຍາໄລກວາງນາມ ແລະບັນດາທ້ອງຖິ່ນ, ຫົວໜ່ວຍທ່ີກ່ຽວຂ້ອງ ຄຸ້ມຄອງ ແລະແກ້ໄຂທັນການບັນດາບັນຫາທີ່ກ່ຽວຂ້ອງເຖິງນັກສຶກສາລາວ ໃນໄລຍະທີ່ຮໍ່າຮຽນ, ດໍາລົງຊີວິດຢູ່ແຂວງກວາງນາມ ໃຫ້ຖືກຕ້ອງຕາມ ການກໍານົດ...
ຫຼາຍສິບປີຜ່ານໄປ, ເດັກຊາຍ ຄຳແກ້ວ ວົງພິລາ, ຈ໊າງລາວຫຼື ແລະ ເຈີ່ນວັນຖັ໊ງ ມີອາຍຸ 60-80 ກວ່າປີແລ້ວ, ແຕ່ຄວາມຊົງຈຳໃນສະໄໝທີ່ “ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ” ແມ່ນຍັງມີຊີວິດຢູ່ຕະຫຼອດໄປ.
ຫວ່າງແລ້ວນີ້, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ.
ຫວ່າງແລ້ວນີ້, ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນພິທີອັດກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ຄັ້ງທີ III, ອາຍຸການ 2022 -2026.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ໄດ້ໄຂລາຍການສິລະປະພິເສດ “ສາຍໃຈ ຫວຽດ-ລາວ”, ສະຫຼຸບການແຂ່ງຂັນ “ຊອກຮູ້ປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022.
ຍສໝ - ສະຫາຍພົນຈັດຕະວາ ເລຊວນຊາງ ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕີລາຄາວ່າ: ໃນເວລາ 1 ເດືອນ, ຄະນະພະນັກງານກອງທັບປະຊາຊົນລາວ ໄດ້ຍົກສູງຈິດໃຈຄວາມ ຮັບຜິດຊອບ, ຄວາມສາມັກຄີ, ສະແຫວງຫາຊອກຮູ້, ຄຽງບ່າຄຽງໄຫຼ່ພ້ອມກັບ ຄະນະຈັດຕັ້ງຊຸດຝຶກອົບຮົມປະຕິບັດແຜນການ ແລະ ເນື້ອໃນການຝຶກອົບ ຮົມຢ່າງມີປະສິດທິຜົນ.
ຕອນບ່າຍວັນທີ 12 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີອັດກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ຄັ້ງທີ III, ອາຍຸການ 2022 - 2026.
ຍສໝ - ນັບແຕ່ເມື່ອປຸກລະດົມຮອດວັນທີ 15 ກັນຍາ 2022 (ວັນປິດຮັບບົດສົ່ງເຂົ້າປະກວດ), ຄະນະຈັດຕັ້ງໄດ້ຮັບ 6.215 ບົດ, ດ້ວຍການເຂົ້າຮ່ວມຂອງ 48 ຫົວໜ່ວຍ, ຫຼາຍສິບທ້ອງຖິ່ນ ແລະ ຜູ້ຂຽນນັບພັນຄົນຢູ່ ຫວຽດນາມ ແລະ ລາວ.
ທ່ານ ຫງວຽນຈ້ອງ ເງັຍ ແລະ ທ່ານ ຄຳພັນ ເຜີຍຍະວົງ ເຫັນດີຕ້ອງສືບຕໍ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ນັບທັງດ້ານການເມືອງ, ແນວຄິດ ແລະ ຄຸນສົມບັດ, ວຽກງານພະນັກງານ, ສຸມໃສ່ສຶກສາການເມືອງ ແນວຄິດ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້.
ກອງປະຊຸມພົບປະວິສາຫະກິດຫວຽດນາມ ປະຈຳ ລາວ ປີ 2022 ຈະດຳເນີນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 9 ທັນວາ.
ໂດຍໄດ້ຮັບການມອບສິດຈາກການນໍາກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ, ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຫ້ອງການຊາວໜຸ່ມກອງທັບ ແລະຫ້ອງການກໍາມະບານກອງທັບ ຈັດຕັ້ງພິທີປິດຊຸດຝຶກອົບຮົມວຽກງານຊາວໜຸ່ມ ແລະກໍາມະບານ ໃຫ້ຄະນະພະນັກງານກອງທັບປະຊາຊົນລາວ.
ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022) ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນຊາດລາວ (2/12/1975 – 2/12/2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2022) ແລະ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ.
ສະຫາຍ ຫງວຽນຊວນຖັ໊ງ ສະແດງຄວາມປິຕິຊົມຊື່ນຕໍ່ສາຍ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມື ຮອບດ້້ານຫວຽດນາມ-ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ ແລະ ຂອບໃຈການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ ເຊິ່ງລາວ ໄດ້ສະຫງວນໃຫ້ແກ່ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ.
ໄລ່ມາຮອດປັດຈຸບັນ, ແຂວງເງະອານ ແລະ 3 ແຂວງປະເທດລາວ ທີ່ມີເສັ້ນຊາຍແດນຮ່ວມກັນ ຈັດຕັ້ງການແຮກສ່ຽວໄດ້ 21 ຄູ່ ບ້ານ - ບ້ານ, ປ້ອມທະຫານຊາຍແດນ 8 ປ້ອມ ກັບບັນດາກອງຮ້ອຍ, ຄ້າຍຕຳຫຼວດ ກັບ 3 ແຂວງຫົວພັນ - ຊຽງຂວາງ - ບໍລິຄຳໄຊ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ວັນທີ 06 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ, ໄດ້ພົບປະກັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດລາວ ແລະ ເຮັດວຽກກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດ ລາວ.
ຕອນເຊົ້າວັນທີ 7 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ໂດຍ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍາລາດ ໄດ້ມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງການປ້ອງກັນປະເທດສາກົນ ຫວຽດນາມ ປີ 2022.