ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຫວຽດນາມ - ລາວ

00:00 | 29/07/2023

ຍສໝ - ຕອນບ່າຍວັນທີ 28 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໄດ້ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ປະຈໍາ ລາວ ໄປອວຍພອນກົມພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ.

ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ
ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງຄະນະພົວພັນຕ່າງປະເທດພັກປະຊາຊົນປະຕິວັດ ລາວ, ຕອນເຊົ້າວັນທີ 28 ມິຖຸນາ, ຄະນະຜູ້ແທນສະຖານທູດ ຫວຽດນາມ ໂດຍທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ເປັນຫົວໜ້າຄະນະ, ໄດ້ໄປສຳນັກງານໃຫຍ່ ຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດລາວ ຢູ່ນະຄອນຫຼວງ ວຽງຈັນ ເພື່ອອວຍພອນ.

ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຫວຽດນາມ - ລາວ
ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຫວຽດນາມ - ລາວ

ທ່ານ ເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ຢັ້ງຢືນວ່າ ບັນດາໝາກຜົນໃນການຮ່ວມມືອັນດີງາມລະຫວ່າງສອງປະເທດໃນໄລຍະຜ່ານມາມີການປະກອບສ່ວນສຳຄັນຂອງຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດລາວ, ປະກອບສ່ວນປັບປຸງສາຍພົວພັນສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນບັນດາຂົງເຂດ. ທ່ານເອກອັກຄະລັດຖະທູດ ຫວັງວ່າ ໃນໄລຍະຈະມາເຖິງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຈະສືບຕໍ່ສົມທົບກັບສະຖານທູດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສອງປະເທດ ປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດໃຫ້ເປັນຢ່າງດີ.

ສ່ວນທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຂອບໃຈຄະນະພົວພັນຕ່າງປະເທດສູນກາງພັກກອມມຸນິດ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ໃນໄລຍະຜ່ານມາ ເຊິ່ງຍາມໃດກໍ່ໜູນຊ່ວຍ, ສົມທົບກັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຢ່າງແໜ້ນແຟ້ນ, ປະກອບສ່ວນຊ່ວຍຄະນະປະຕິບັດສຳເລັດໜ້າທີ່ເຊິ່ງພັກປະຊາຊົນປະຕິວັດລາວ ມອບໝາຍໃຫ້.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.