ປະເທດລາວ ອຸດໜູນ ແລະ ຍົກເງິນຂັ້ນເດືອນຕ່ຳໃຫ້ຜູ້ອອກແຮງງານ

16:35 | 28/07/2023

ຍສໝ - ສື່​ມວນ​ຊົນ​ລາວ ໄດ້ນຳສະເໜີຂ່າວວ່າ ລັດຖະບານ​ໄດ້ເຫັນດີເປັນເອກະພາບໃນ​ຫຼັກການກ່ຽວກັບການ​ອຸດ​ໜູນ​ໃຫ້ພະນັກງານ, ລັດຖະກອນ​ທີ່​ມີ​ເງິນເດືອນຂັ້ນ​ຕ່ຳ ​ແລະ​ ເພີ່ມທະວີເງິນເດືອນຂັ້ນຕ່ຳສຸດ​​ໃຫ້ພະນັກງານພາກສ່ວນ​​ເອກະ​ຊົນ.

ວັນທີ 26 ກໍລະກົດ, ສື່​ມວນ​ຊົນ​ລາວ ໄດ້ນຳສະເໜີຂ່າວວ່າ ລັດຖະບານ​ໄດ້ເຫັນດີເປັນເອກະພາບໃນ​ຫຼັກການກ່ຽວກັບການ​ອຸດ​ໜູນ​ໃຫ້ພະນັກງານ, ລັດຖະກອນ​ທີ່​ມີ​ເງິນເດືອນຂັ້ນ​ຕ່ຳ ​ແລະ​ ເພີ່ມທະວີເງິນເດືອນຂັ້ນຕ່ຳສຸດ​​ໃຫ້ພະນັກງານພາກສ່ວນ​​ເອກະ​ຊົນ ເພື່ອຊ່ວຍໃຫ້ປະຊາຊົນຮັບມືກັບອັດຕາເງິນເຟີ້ທີ່ພວມເພີ່ມຂຶ້ນ. ນີ້ແມ່ນໝາກຜົນຂອງກອງປະຊຸມປະຈໍາເດືອນຂອງລັດຖະບານທີ່ຫາກໍ່ສິ້ນສຸດລົງໃນວັນທີ 25 ກໍລະກົດ.

ປະເທດລາວ ອຸດໜູນ ແລະ ຍົກເງິນຂັ້ນເດືອນຕ່ຳໃຫ້ຜູ້ອອກແຮງງານ
ປັດຈຸບັນນີ້, ເງິນເດືອນຕ່ຳສຸດຂອງພະນັກງານ, ລັດຖະກອນໃນລາວແມ່ນ 1.300.000 ກີບ (ປະມານ 67 ໂດລາ)

ອົງການເຈົ້າໜ້າທີ່ຕ້ອງກໍານົດຈໍານວນຜູ້ທີ່ຈະໄດ້ຮັບຜົນປະໂຫຍດຈາກການເພີ່ມເງິນເດືອນ ແລະ ວິເຄາະຄວາມສາມາດລົບປະມານຂອງລັດຖະບານທີ່ຈ່າຍຮ່ວງແຜນປະຈຳນີ້.

ກ່ອນໜ້ານັ້ນ, ໃນຕົ້ນເດືອນນີ້, ທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດລາວ, ທ່ານນາຍົກລັດຖະມົນຕີລາວ ສອນ​ໄຊ ສີ​ພັນ​ດອນ ​ໄດ້ທາບທາມຄວາມອາດສາມາດຂອງ​ລັດຖະບານ​ໃນການເພີ່ມເງິນເດືອນຂັ້ນ​ຕ່ຳ​ສຸດ ​ແລະ ອຸດໜູນ​ໃຫ້ພະນັກງານ​ລັດ, ຂ້າລາຊະການ ​ແລະ ພະນັກງານ​ລັດຖະກອນທີ່ຮັບກຳລັງ​ຮັບເງິນເດືອນ​ຕ່ຳ​.

ປັດຈຸບັນນີ້, ເງິນເດືອນຂັ້ນຕ່ຳສຸດຂອງພະນັກງານ, ລັດຖະກອນໃນລາວແມ່ນ 1.300.000 ກີບ (ປະມານ 67 ໂດລາ), ໃນຂະນະທີ່ຄ່າຄອງຊີບເພີ່ມຂຶ້ນ. ສະນັ້ນ, ບັນດາ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​​ໄດ້ສະເໜີ​​ລັດຖະບານ​ພິຈາລະນາ​ການ​ຂຶ້ນ​ເງິນເດືອນດັ່ງກ່າວ.

ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ສອນ​ໄຊ ສີ​ພັນ​ດອນ ໄດ້​ຊີ້​ນຳ​ບັນດາອົງການທີ່ມີໜ້າທີ່ເຮັດໃຫ້ອັດຕາແລກປ່ຽນເງິນຕາເປັນປົກກະຕິ, ຈຳກັດ​ເງິນ​ເຟີ້​ທີ່​ເພີ່ມ​ຂຶ້ນ ແລະ ແກ້ໄຂ ສະພາບການໜິ້ຄ່າແຮງງານທີ່​ເກີດ​ຂຶ້ນ. ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ພະ​ແນ​ກມີ​ຄວາມ​ຮັບຜິດຊອບ​ໃນການດັດສົມ​​ລາຄາ​ຂາຍ​ສິນຄ້າ ​ເພື່ອ​ຫຼຸດຜ່ອນ​ການແບກຫາບ​ທາງ​ດ້ານ​ການ​ເງິນ​ໃຫ້​ແກ່​ປະຊາຊົນ.

ພ້ອມ​ກັນ​ນັ້ນ, ລັດຖະບານ​ກໍ່​ຮຽກຮ້ອງ​ໃຫ້​ຮັບປະກັນ​ການ​ສະໜອງ​ນ້ຳມັນ​ເຊື້ອ​ໄຟ​ໃຫ້​ພຽງພໍ ​ແລະ ​ເພີ່ມ​ທະວີ​ຜະລິດ​ຕະພັນ​ເພື່ອ​ຊຸກຍູ້​ການ​ຜະລິດ​ສິນຄ້າ​ພາຍ​ໃນ, ທົດ​ແທນ​ການ​ນຳ​ເຂົ້າ ​ແລະ ສົ່ງ​ເສີມ​ການ​ສົ່ງ​ອອກ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.