ລາວ ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX

00:00 | 27/07/2023

ຍສໝ - ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ລາວ ຊຸດທີ IX ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ.

ລັດແຫ່ງ ສປປ ລາວ ປະດັບຫຼຽນໄຊໃຫ້ບັນດາໝູ່ຄະນະ ແລະ ສ່ວນບຸກຄົນຂອງແຂວງ ໄທຫງວຽນ ລັດແຫ່ງ ສປປ ລາວ ປະດັບຫຼຽນໄຊໃຫ້ບັນດາໝູ່ຄະນະ ແລະ ສ່ວນບຸກຄົນຂອງແຂວງ ໄທຫງວຽນ
ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ລາວ ຊຸດທີ IX ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ. ເຂົ້າຮ່ວມພິທີໄຂ, ມີທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ລາວ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ ແລະ ບັນດາການນຳພັກ, ລັດ ສປປລາວ.

ລາວ ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໃຫ້ຮູ້ວ່າ: ບັນດາເນື້ອໃນຈຸດສຸມໄດ້ນຳມາພິຈາລະນາທີ່ກອງປະຊຸມລວມມີ: ບົດລາຍງານໝາກຜົນການບໍລິຫານເສດຖະກິດຂອງ ລັດຖະບານ ລາວ ໃນ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023; ບົດລາຍງານພັດທະນາເສດຖະກິດ - ສັງຄົມ; ບົດລາຍງານແຜນການລົງທຶນພາກລັດ 2024; ບົດລາຍງານການເງິນ ງົບປະມານ 6 ເດືອນຕົ້ນປີ; ຮ່າງບົດລາຍງານຍຸດທະສາດການໜູນຊ່ວຍສັງຄົມ; ບົດລາຍງານກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແຫ່ງຊາດຮອດປີ 2030… ຄາດວ່າ, ສະພາແຫ່ງຊາດ ລາວ ຈະຮັບຮອງເອົາຮ່າງກົດໝາຍໃໝ່ຫຼາຍສະບັບ.

ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ລາວ ຊຸດທີ IX ໄດ້ດຳເນີນແຕ່ວັນທີ 26 ມິຖຸນາ ຫາວັນທີ 18 ກໍລະກົດ ຈຶ່ງຈະອັດລົງ.

ຄຳຮຸ່ງ

ເຫດການ