ກອງປະຊຸມປຶກສາຫາລືການເມືອງ ຫວຽດນາມ - ລາວ ຄັ້ງທີ 8

00:00 | 30/07/2023

ຍສໝ - ປະຕິບັດ​ຕາມຂໍ້ຕົກລົງຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ - ລາວ, ຕອນ​ບ່າຍ​ວັນ​ທີ 28 ມິຖຸນາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ໂດຮູ່ງຫວຽດ ​ແລະ ທ່ານ​ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ລາວ ໂພ​ໄຊ ໄຂຄຳ​ພິທູນ ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມປຶກສາຫາລື​ການ​ເມືອງ​ ຄັ້ງ​ທີ 8 ລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ລາວ.

ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ
ການປະກອບສ່ວນຂອງອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ໃຫ້ແກ່ການພົວພັນຫວຽດນາມ - ລາວ ການປະກອບສ່ວນຂອງອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ໃຫ້ແກ່ການພົວພັນຫວຽດນາມ - ລາວ

ທີ່​ກອງ​ປະ​ຊຸມ, ສອງຝ່າຍ​ໄດ້​ຕີ​ລາຄາສັງ​ລວມ​ ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ລາວ ​ແລະ ໍແລກປ່ຽນ​ທັດສະນະກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່ສອງຝ່າຍ​ມີ​ຄວາມ​ສົນ​ໃຈ.

ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ໃນການກະກຽມການຢ້ຽມຢາມຂັ້ນສູງ ແລະ ບັນດາກົນໄກຮ່ວມມືທີ່ສຳຄັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ; ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ.

ທ່ານ​ຮອງ​ລັດຖະມົນຕີ ໂດຮູ່ງຫວຽດ ຢືນຢັນ​ວ່າ: ຫວຽດນາມ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ໜູນ​ຊ່ວຍ​ລາວ ສືບ​ຕໍ່​ດຳລົງ​ຕຳ​ແໜ່​ງປະທານ ອາ​ຊຽນ ​ໃນ​ປີ 2024 ຢ່າງ​ສຳ​ເລັດ​ຜົນ, ປະກອບສ່ວນ​ຮັກສາ​ຄວາມ​ສາມັກຄີ ​ແລະ ບົດບາດ​ໃຈກາງ​ຂອງ ອາ​ຊຽນ.

ກອງປະຊຸມປຶກສາຫາລືການເມືອງ ຫວຽດນາມ - ລາວ ຄັ້ງທີ 8

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສອງຝ່າຍ​ໄດ້​ເຫັນ​ດີ​ກັບ​ບັນດາ​ປະ​ເທດອາ​ຊຽນ ຮັກສາ​ຫຼັກ​ໝັ້ນ​ຂອງອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການຂັດແຍ່ງກັນໂດຍສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982 (UNCLOS 1982); ປະຕິບັດ DOC ຢ່າງ​ມີ​ປະສິດທິ​ຜົນ, ສູ້ຊົນ​ບັນລຸ​ໄດ້ COC ຢ່າງ​ມີ​ປະສິດທິ​ຜົນ​ໂດຍ​ໄວ.

ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ ໃນການສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ ສອງກະຊວງ​ໄລຍະ 2021-2025; ຮັກສາ​ ​ແລະ ​ເສີມ​ຂະຫຍາຍກົນ​ໄກ​ປຶກສາ​ຫາລື​ຂັ້ນ​ລັດຖະມົນຕີ ​ແລະ ຮອງ​ລັດຖະມົນຕີ​ຢ່າງ​ສະໝ່ຳສະເໜີ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ປະສົບ​ການ​ດ້ານ​ວິຊາ​ຊີບ ​ແລະ ການ​ປະສານ​ງານ​ລະຫວ່າງ​ສອງ​ກະຊວງ, ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ຄົ້ນຄວ້າ​ນະ​ໂຍບາຍ, ການ​ທູດ​ເສດຖະກິດ, ກົງສຸນ, ພົນລະເມືອງທີ່ອາໄສຢູ່ຕ່າງປະເທດ, ​ເຂດ​ຊາຍ​ແດນ ​ແລະ ວຽກ​ງານ​ບຳລຸງ​ສ້າງ...

ກອງ​ປະ​ຊຸມ​ປຶກ​ສາຫາລື​ການ​ເມືອງ ​ຄັ້ງ​ທີ 8 ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ແລະ ລາວ ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນ​ຍາ​ກາດ​ຈິງ​ໃຈ ແລະ ກົງໄປກົງມາ. ສອງຝ່າຍ​ໄດ້​ເຫັນ​ດີ​ດຳ​ເນີນ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຢູ່ຫວຽດນາມ ຄັ້ງ​ທີ 9 ​ໃນ​ປີ 2024.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.