ລາວ: ພັດທະນາການທ່ອງທ່ຽວ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ ເພື່ອຟື້ນຟູເສດຖະກິດ

00:00 | 27/07/2023

ຍສໝ - ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2023, ລາວ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນກວ່າ 830,000 ເທື່ອຄົນ, ​ເພີ່ມ​ຂຶ້ນ 120% ​ເມື່ອ​ທຽບ​ໃສ່​ປີ 2022 (644,756 ເທື່ອຄົນ). ຫວຽດນາມ ແມ່ນຕະຫຼາດທ່ອງທ່ຽວໃຫຍ່ອັນດັບສອງຂອງລາວ.

ການສົ່ງເສີມການເປີດຖ້ຽວບິນໂດຍກົງ ຈາກດານັງ ໄປອິນເດຍ ຕື່ມອີກ ການສົ່ງເສີມການເປີດຖ້ຽວບິນໂດຍກົງ ຈາກດານັງ ໄປອິນເດຍ ຕື່ມອີກ
ການທ່ອງທ່ຽວຫວຽດນາມ ປີ 2023: “ຍູ້ໄວການຟື້ນຟູ- ເພີ່ມຄວາມໄວໃນການພັດທະນາ” ການທ່ອງທ່ຽວຫວຽດນາມ ປີ 2023: “ຍູ້ໄວການຟື້ນຟູ- ເພີ່ມຄວາມໄວໃນການພັດທະນາ”

ຕາມ​ກົມ​ສະຖິຕິ​ການທ່ອງທ່ຽວ (ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ) ແລ້ວ, ​ໃນ 3 ​ເດືອນ​ຕົ້ນ​ປີ 2023, ທົ່ວ​ປະ​ເທດ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 830.000 ກວ່າ​ເທື່ອ​ຄົນ. ໄທ​ເປັນ​ປະ​ເທດ​ທີ່​ມີ​ນັກ​ທ່ອງ​ທ່ຽວໄປ​ຫຼາຍ​ທີ່ສຸດ ດ້ວຍຫຼາຍກ່ວາ 340.000 ເທື່ອຄົນ, ຮອງ​ລົງ​ມາ​ແມ່ນ​ຫວຽດນາມ ​ແລະ ຈີນ. ນອກຈາກ​ນັ້ນ, ລາວ​ຍັງ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈາກ ສ.​ເກົາຫຼີ, ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ​ ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຜົນໄດ້ຮັບຂ້າງເທິງນີ້ ໄດ້ສະແດງໃຫ້ເຫັນວ່າ ການແກ້ໄຂ ແລະ ນະໂຍບາຍຟື້ນຟູຂະແໜງການທ່ອງທ່ຽວ ເຊັ່ນ: ການເຮັດໃຫ້ຂັ້ນຕອນການເຂົ້າເມືອງງ່າຍຂຶ້ນ ຫຼື ຂະຫຍາຍເວລາວີຊາ ທີ່ລັດຖະບານລາວ ພວມປະຕິບັດແມ່ນໄປຖືກຕາມທິດທາງ ແລະ ເໝາະສົມ. ສິ່ງດັ່ງກ່າວຊ່ວຍໃຫ້ວິສາຫະກິດຂະແໜງການທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວໃນລາວ ມີໂອກາດພັດທະນາໃໝ່ຫຼາຍດ້ານ, ເພີ່ມລາຍຮັບ, ສ້າງວຽກເຮັດງານທຳໃຫ້ພະນັກງານຫຼາຍຂຶ້ນ.

ລາວ: ພັດທະນາການທ່ອງທ່ຽວ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ ເພື່ອຟື້ນຟູເສດຖະກິດ

ລາວ ຄາດວ່າ ໃນປີ 2023 ຈະຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1,4 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນ 1,2 ເທື່ອລ້ານຄົນ, ສ້າງລາຍຮັບໃຫ້ໄດ້ຫຼາຍກວ່າ 340 ລ້ານໂດລາສະຫະລັດ.

ລາວ ຍັງໄດ້ກຳນົດການພັດທະນາການທ່ອງທ່ຽວ ເປັນໜຶ່ງໃນບັນດາບຸລິມະສິດແຖວໜ້າເພື່ອຟື້ນຟູເສດຖະກິດ, ສຸມໃສ່ຮູບແບບການທ່ອງທ່ຽວວັດທະນະທຳປະຫວັດສາດ; ການທ່ອງທ່ຽວທໍາມະຊາດ; ​ແນວ​ໃດ​ກໍ​ດີ, ​ເພື່ອ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍແຫຼມ ​ແລະ ນຳມາເຊິ່ງ​ລາຍ​ຮັບ​ເງິນຕາ​ຕ່າງປະ​ເທດ​ທີ່​ສຳຄັນ​​ໃຫ້​ປະ​ເທດ, ການທ່ອງທ່ຽວ​ລາວ​ ຕ້ອງ​ປັບປຸງ​ຄຸນ​ນະພາ​ບການ​ບໍລິການ​ໃຫ້​ດີ​ຂຶ້ນ ​ແລະ ​ເຮັດ​ໃຫ້​ສິນຄ້າ​ທ່ອງ​ທ່ຽວ​ມີ​ຄວາມ​ຫຼາກ​ຫຼາຍ​ຕາມ​ກຳນົດ​ເວລາ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ ​ແລະ ຄວາມ​ຄາດ​ໝາຍ​ຂອງ​ນັກ​ທ່ອງ​ທ່ຽວ. ຫວ່າງ​ມໍ່ໆ​ມາ​ນີ້, ລາວ​ໄດ້​ເລືອກ​ເອົາ​ປີ 2024 ​ເປັນ​ປີ​ທ່ອງ​ທ່ຽວ​ລາວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.