ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການຊອກຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ

00:00 | 27/07/2023

ຍສໝ - ໃນລະດູແລ້ງ 2022-2023, ບັນດາໜ່ວຍງານຂອງຫວຽດນາມ ໄດ້ຊອກຫາ, ທ້ອນໂຮມອັດຖິຂອງທະຫານ ແລະ ຊ່ຽວຊານອາສາສະໝັກ ຫວຽດນາມ 194 ຄົນທີ່ເສຍສະຫຼະຊີວິດຢູ່ລາວ, ໃນນັ້ນມີ 10 ຄົນມີຂໍ້ມູນຊື່ ແລະ ບ້ານເກີດ.

ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາສະໜາ ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາສະໜາ
ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຢູ່ຕາແສງ ຕວຽນຮວາ ແລະ ນາກາຍ ໃນການຜະລິດ, ແລກປ່ຽນການຄ້າ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຢູ່ຕາແສງ ຕວຽນຮວາ ແລະ ນາກາຍ ໃນການຜະລິດ, ແລກປ່ຽນການຄ້າ

ວັນ​ທີ 19 ມິຖຸນາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກອງ​ປະຊຸມ​ຄັ້ງ​ທີ 28 ລະຫວ່າງ​ຄະນະ​ປະຕິບັດ​ງານ​ພິ​ເສດ​ລັດຖະບານ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ ຄະນະ​ປະຕິບັດ​ງານ​ພິ​ເສດ​ລັດຖະບານ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ກ່ຽວກັບການສືບ​ຕໍ່​ຊອກ​ຄົ້ນ, ທ້ອນໂຮມ ​ແລະ ສົ່ງ​ອັດຖິຂອງ​ທະຫານ​ ແລະ ບັນດານັກຊ່ຽວຊານອາສາ​ສະໝັກ​ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວໃນສະໄໝສົງຄາມ.

ສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ ຕາມເນື້ອໃນທີ່ໄດ້ວາງອອກໃນກອງປະຊຸມຄັ້ງທີ 27, ໂດຍເນັ້ນໜັກວ່າ ເຖິງວ່າເງື່ອນໄຂຂໍ້ມູນຂ່າວສານກ່ຽວກັບສະຖານທີ່ຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ນັບມື້ນັບຫຍຸ້ງຍາກກໍ່ຕາມ, ແຕ່ວຽກງານຊອກຄົ້ນ, ທ້ອນໂຮມອັັດຖິນັກຮົບ, ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ໃນລາວ ໃນສົງຄາມ ແມ່ນຍັງໄດ້ປະຕິບັດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ.

ໃນລະດູແລ້ງ 2022-2023, ບັນດາໜ່ວຍງານຂອງຫວຽດນາມ ໄດ້ຊອກຫາ, ທ້ອນໂຮມອັດຖິຂອງທະຫານ ແລະ ຊ່ຽວຊານອາສາສະໝັກ ຫວຽດນາມ 194 ຄົນທີ່ເສຍສະຫຼະຊີວິດຢູ່ລາວ, ໃນນັ້ນມີ 10 ຄົນມີຂໍ້ມູນຊື່ ແລະ ບ້ານເກີດ. Mùa khô 2022-2023.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການຊອກຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ

ສອງຝ່າຍ​ຢືນຢັນ​ວ່າ ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ 2 ປະ​ເທດ​ ​ໄດ້ສົມທົບກັນເປັນ​ປະຈຳ​​ຢ່າງ​ແໜ້ນ​ແຟ້ນ ​ແລະ ທັນ​ການ​ ໃນການແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຊອກ​ຄົ້ນ ​ແລະ ສົ່ງອັດຖິຂອງ​ຜູ້​ເສຍສະຫຼະ​ຊີ​ວິດເພື່ອຊາດກັບເມືອບ້ານເກີດ.

ນອກ​ນີ້, ສອງ​ຝ່າຍ​ກໍ່ຈະ​ໂຄສະນາ​ເຜີຍ​ແຜ່ ​ແລະ ຂົນຂວາຍ​ປະຊາຊົນ​ສອງ​ປະ​ເທດ ​ສະໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ນັກຮົບ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ​ທີ່​ເສຍ​ສະຫຼະຊີວິດ​ໃນ​ສົງຄາມ​ຢູ່​ລາວ.…

ສິ້ນສຸດກອງ​ປະຊຸມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ​ຄັ້ງ​ທີ 28, ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ໃຫ້​ບັນດາ​ບຸກຄົນ ແລະ $ູ່ຄະນະ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະສານ​ສົມທົບ, ຊີ້​ນຳ ​ແລະ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຊອກ​ຫາອັດຖິທະຫານ​ອາສາ​ສະໝັກ​ຫວຽດນາມ ​ແລະ ຊ່ຽວຊານຫວຍດນາມ ທີ່ເສຍສະຫຼະຊີວິດໃນລາວ, ໄລຍະ 2013-2020.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.