ການພົບປະແລກປ່ຽນນັກສຶກສາ ອາເມລິກາ - ຫວຽດນາມ - ລາວ

00:00 | 30/07/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 17 ກໍລະກົດ, ຢູ່​ຫາດ​ຊາຍ​ທະ​ເລ ໝິເຄ, ນະ​ຄອນ ກວາງ​ຫງາຍ, ພະແນກພົວພັນຕ່າງປະເທດແຂວງກວາງ​ຫງາຍ ສົມທົບກັບຄະນະຊາວໜຸ່ມແຂວງ, ມະຫາວິທະຍາໄລ ຟາມວັນດົງ, ໂຮງຮຽນວິທະຍາໄລ ກວາງຫງາຍ ໄດ້ຈັດຕັ້ງລາຍການ Friendship Night ພົບປະແລກປ່ຽນນັກສຶກສາ ອາເມລິກາ - ຫວຽດນາມ - ລາວ.

ນີ້​ແມ່ນ​ເຫດການ​ພົບປະແລກປ່ຽນ​ວັດທະນະທຳ​ຄັ້ງ​ທຳ​ອິດໃນບໍລິເວນ​ແຂວງ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກສາ 3 ປະ​ເທດ; ເຮັດ​ໃຫ້ກິດຈະກຳການພົວພັນຕ່າງປະເທດປະຊາຊົນຂອງ​ແຂວງ​ອຸດົມສົມບູນ, ສ້າງ​ບ່ອນ​ຫຼິ້ນ​ໃຫ້​ແກ່​ການ​ພົບ​ປະ​ແລກປ່ຽນ​ສາກົນ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາມ​ສາມັກຄີ ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຂອງ​ນັກຮຽນ, ນັກ​ສຶກສາ ​ເວົ້າ​ສະ​ເພາະ​, ລະຫວ່າງ​ປະຊາຊົນ 3 ປະ​ເທດ ອາ​ເມ​ລິ​ກາ, ລາວ ​ແລະ ຫວຽດນາມ ​ເວົ້າ​ລວມ.

ການພົບປະແລກປ່ຽນນັກສຶກສາ ອາເມລິກາ - ຫວຽດນາມ - ລາວ
ເກມ​ລວມໝູ່ທີ່ກາງແຈ້ງ teambuilding ລະຫວ່າງນັກ​ສຶກສາ 3 ປະ​ເທດ. ພາບ: TTXVN

ລາຍການ ​Friendship Night ​​ພົບປະແລກປ່ຽນ​ນັກ​ສຶກສາ​ ອາ​ເມ​ລິ​ກາ - ຫວຽດນາມ - ລາວ ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ 3 ກິດຈະກຳ​ຄື: ເກມ​ລວມໝູ່ທີ່ກາງແຈ້ງ teambuilding , ແນະນໍາອາຫານປະຈຳຊາດຂອງແຕ່ລະປະເທດ ແລະ ລາຍການ Gala Friendship Night. ການ​ເຄື່ອນ​ໄຫວ​ທີ່ຢູ່​ລາຍການ​ດັ່ງກ່າວ ​ໄດ້​ສ້າງ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ນັກ​ສຶກສາ 3 ປະ​ເທດ.

ຢູ່ທີ່ລາຍການ, ຫົວໜ້າພະແນກພົວພັນຕ່າງປະເທດແຂວງ ກວາງຫງາຍ ທ່ານນາງ ຮ່​ວາງ​ທິ​ເຟືອງ​ຮວ່າ ​ໃຫ້​ຮູ້​ວ່າ: ​ເປັນ​ເວລາ 15 ກວ່າ​ປີ​ຜ່ານມາ, ​ໃນເດືອນ​ກໍລະກົດແຕ່ລະປີ, ອົງການ Putney Student Travel ຈະໄດ້ນຳພາບັນດານັກຮຽນ, ນັກສຶກສາ ອາເມລິກາ ໄປຫາປະຊາຊົນແຂວງ ກວາງຫງາຍ, ໂດຍສະເພາະກໍ່ແມ່ນປະຊາຊົນທີ່ອາໄສຢູ່ເຂດທະເລ ຕາແສງ ຕີ້ງເຄ. ນອກຈາກການເຂົ້າຮ່ວມສ້າງເຮືອນໃຫ້ຄົນທີ່ທຸກຍາກແລ້ວ, ນັກຮຽນ, ນັກສືກສາ ອາເມລິກາ ຍັງເຂົ້າຮ່ວມການສອນພາສາອັງກິດ ໃຫ້ນັກຮຽນປະຖົມ,ເຮັດ ອະນາໄມລວມ, ມອບຂອງຂວັນໃຫ້ນັກຮຽນທີ່ທຸກຍາກ ແລະ ພົບປະ, ຊອກຮູ້ປະຫວັດສາດ, ວັດທະນະທຳ, ທິວທັດທຳມະຊາດຂອງແຂວງ ກວາງຫງາຍ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.