ຊ່ວຍເຫຼືອຄົນເຈັບຊາວລາວທີ່ຢຸດຫາຍໃຈໄດ້ຢ່າງທັນການ

00:00 | 29/07/2023

ຍສໝ-ທ່ານໝໍ ແລະ ພະຍາບານຂອງສູນສາທາລະນະສຸກ ເຮື່ອງເຊີນ (ແຂວງ ຮ່າຕິ້ງ) ໄດ້ຊ່ວຍ ທ້າວ ສົມຫວັງ (ອາຍຸ 54 ປີ, ອາໃສຢູ່ບ້ານ ຫຼັກ 20, ແຂວງບໍລິຄຳໄຊ, ປະເທດລາວ) ໄດ້ຢ່າງທັນການ, ໂດຍເຂົ້າໂຮງໝໍດ້ວຍສະພາບຢຸດຫາຍໃຈ.

ຕອນ​ບ່າຍ​ວັນ​ທີ 6 ມິຖຸນາ​ນີ້, ພະແນກ​ສຸກ​ເສີນ​ ຂອງສູນສາທາລະຍະສຸກ ເຮື່ອງເຊີນ ໄດ້​ຮັບ​ຄົນເຈັບ​ຊາວ​ລາວ​ຜູ້​ໜຶ່ງ​ທີ່​ຢູ່​ໃນ​ສະພາບອາການຢຸດ​ຫາຍໃຈ​, ຢູ່ໃນຂີດເປັນອັນຕະລາຍທີ່ສຸດ. ຕາມການບອກເລົ່າຂອງຄອບຄົວ, ທ້າວ ສົມຫວັງ ຫາກໍ່ຜ່າຕັດໄດ້ 1 ວັນ ຍ້ອນມີອາການເບັງທ້ອງ.

ຊ່ວຍເຫຼືອຄົນເຈັບຊາວລາວທີ່ຢຸດຫາຍໃຈໄດ້ຢ່າງທັນການ

ບັນດາທ່ານໝໍ​ສູນສາທາລະນະສຸກ ເຮື່ອງເຊີນ ໄດ້​ປິ່ນປົວ​ທ່ານ ​ສົມຫ​ວັງ​ ໄດ້ສຳ​ເລັດ​ຜົນ.

ຈາກນັ້ນຍາດຕິພີ່ນ້ອງໄດ້ນຳສົ່ງຄົນເຈັບໄປໂຮງໝໍຫຼາຍຂະແໜງ ເຫງ້ອານ (ຫວຽດນາມ) ເພື່ອ​ປິ່ນປົວ​ພະຍາດ, ​ແຕ່​ເມື່ອ​ມາ​ຮອດເທດສະບານເມືອງ ໂຟເຈົາ, ​ເມືອງ​ ເຮື່ອງ​ເຊີນ ກໍ່​ມີ​ອາການ​ຊ໊ອກ, ​ໝົດສະຕິ, ຢຸດ​ຫາຍ​ໃຈ, ດັ່ງນັ້ນ ຈຶ່ງ​ໄດ້​ໄປ​ປິ່ນປົວ​ຢູ່​ພະແນກສຸກ​ເສີນ​ຢູ່​ສູນສາທາລະນະສຸກ ເຮື່ອງເຊີນ.

ຕາມ​ທ່ານ ​ເລ​ດັງ​ເກື່ອງ - ຫົວໜ້າພະຍາຍານ ພະແນກສຸກເສີນ, ສູນສາທາລະນະສຸກ ເຮື່ອງເຊີນ ແລ້ວ, ໃນເວລາເຂົ້າໂຮງໝໍ, ຄົນເຈັບຢູ່ໃນອາການໝົດສະຕິ, ໄດ້ບົ່ງມະຕິວ່າ ລະບົບຫາຍໃຈຢຸດໝູນວຽນ, ຫຼັງການຜ່າຕັດອະໄວຍະວະພາຍໃນ. ຄົນເຈັບໄດ້ຮັບການຊ່ວຍຊີວິດຢ່າງໄວວາໂດຍແພດ, ທ່ານໝໍໄດ້ທພການປິ່ນປົວສຸກເສີນລະບົບຫົວໃຈ ແລະ ຫຼອດເລືອດ, ຊ່ວງເອີກ, ໃສ່ທໍ່ຊ່ວຍຫາຍໃຈ...

ຫຼັງຈາກຜ່ານໄປປະມານ 30 ນາທີຊີບພະຈອນຂອງຄົນເຈັບກໍ່ ກັບຄືນມາເປັນປົກກະຕິ ສຸຂະພາບຂອງລາວດີຂື້ນຈື່ງໄດ້ນຳສົ່ງຕໍ່ໄປໂຮງໝໍແຂວງ ເຫງ້ອານ ເພື່ອຮັບການປິ່ນປົວຕາມຄວາມຕ້ອງການຂອງຄອບຄົວ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.