ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນລາວ 2.000 ຄົນ

00:00 | 30/07/2023

ຍສໝ - ວັນ​ທີ 15 ກໍລະກົດ​ນີ້, ຄະນະ​ຊາວ​ໜຸ່ມ​ນະຄອນ​ດານັງ ​ໄດ້​ຈັດ​ຕັ້ງລາຍການ​ອາສາ​ສະໝັກ​ສາກົນ​ຢູ່​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ ​ປີ 2023.

ຢູ່ແຂວງສາລະວັນ, ຄະນະປະຕິບັດງານໄດ້ປະຕິບັດບັນດາໜ້າທີ່ລະອຽດຄື່: ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນ 2.000 ຄົນໂດຍ​ບໍ່​ເສຍ​ຄ່າ; ມອບ​ຂອງ​ຂວັນ​ລວມມີ ເຂົ້າສານ ​ແລະ ​ເຄື່ອງ​ໃຊ້​ທີ່ຈຳ​ເປັນ​ໃຫ້ 200 ຄອບຄົວ (​ແຕ່ລະພູດ 500.000 ດົ່ງ); ມອບຂອງຂວັນໃຫ້ນັກຮຽນ ແລະ ເດັກນ້ອຍ 40 ຄົນ (ບັນດາອຸປະກອນການຮຽນ: ກະເປົ໋າ, ບິກ, ປຶ້ມ...) ທີ່ມີສະພາບຫຍຸ້ງຍາກ; ມອບຂອງຂວັນທີ່ເປັນເຄື່ອງສາຍ (ໂປເຈັກເຕີ) 1 ເຄື່ອງໃຫ້ຄະນະຊາວໜຸ່ມແຂວງສາລະວັນ; ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ແລກ​ປ່ຽນ, ຊອກຮູ້​ວັດ​ທະ​ນະ​ທຳ, ສິ​ລະ​ປະ ແລະ ກິ​ລາລາວ. ຍອດ​ມູນ​ຄ່າ​ການ​ເຄື່ອນ​ໄຫວຄັ້ງນີ້​ແມ່ນ​ກວ່າ 300 ລ້ານ​ດົ່ງ.

ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນລາວ 2.000 ຄົນ
ກວດພະຍາດໃຫ້ປະຊາຊົນໂດຍບໍ່ເສຍຄ່າ.

​ຮອງເລຂາ​ຄະນະຊາວໜຸ່ມນະຄອນ ດາ​ນັງ ສະຫາຍ ເລ​ກົງ​ຮຸ່ງ ໃຫ້​ຮູ້​ວ່າ: “ຫວຽດ​ນາມ ແລະ ລາວ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ທີ່​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ, ເສີມສ້າງ ແລະ ພັດ​ທະ​ນາ​ໃນ​ຊຸມ​ປີ​ຜ່ານ​ມາ​”.

ເສີມຂະຫຍາຍ​ບົດບາດປະຈັນບານ​ຂອງ​ຊາວ​ໜຸ່ມ, ຮ່ວມ​ແຮງຮ່ວມໃຈເຂົ້າໃນຜົນງານຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່ແໜ້ນແຟ້ນ​ນັ້ນ, ຊາວ​ໜຸ່ມ​ນະຄອນ ດານັງ ຈະມານະພະຍາຍາມເພື່ອມີຫຼາຍເຄື່ອນໄຫວ​ອາສາ​ສະໝັກຮ່ວມເດີນທາງ​ທີ່​ມີ​ຄຸນ​ນະພາ​ບ, ແທດຈິງເພື່ອສະໜອງແຫຼ່ງກຳລັງຊ່ວຍເຫຼືອປະຊາຊົນລາວ ໃນໄລຍະການເດີນທາງໄປຄັ້ງນີ້; ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນລາວ 2.000 ຄົນ
ມອບຂອງຂວັນໃຫ້ນັກຮຽນ.

ຄະນະອາສາສະໝັກ ດ້ວຍການເຂົ້າຮ່ວມຂອງນັກອາສາສະໝັກ; ພະນັກງານ, ສະມາຊິກໃນຄະນະ , ຊາວໜຸ່ມ; ບັນດາແພດ, ທ່ານໝໍ ຈາກບັນດາຫົວໜ່ວຍໃນສັງກັດຄະນະຊາວໜຸ່ມນະຄອນ 37 ຄົນ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ແທດຈິງຂອງ​ຊາວ​ໜຸ່ມ​ນະຄອນ ​ເພື່ອ​ແນ​ໃສ່ເພີ່ມທະວີສາຍ​ພົວພັນ​ມິດຕະພາບ ຫວຽດນາມ - ລາວ ​ແລະ ມິດຕະພາບ​ລະຫວ່າງ​ຊາວ​ໜຸ່ມ​ນະຄອນ ດາ​ນັງ ກັບ​ປະຊາຊົນ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ຜ່ານ​ນັ້ນ ກໍ່​ໄດ້​ສຶກສາ​ນ້ຳ​ໃຈ​ສາມັກຄີ​ສາກົນ, ມິດຕະພາບ​ຂອງ​ຊາວ​ໜຸ່ມ​ນະຄອນ​ດາ​ນັງ.

ລາຍການດຳເນີນຮອດ​ວັນ​ທີ 21 ກໍລະກົດ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.