| ການນໍາແຂວງເງະອານ ຕ້ອນຮັບການນໍາແຂວງຈໍາປາສັກ | |
| ແຂວງກວາງງາຍ ແລະ ແຂວງຈໍາປາສັກ (ລາວ) ແລກປ່ຽນປະສົບການວຽກງານແນວໂຮມ |
ທີ່ການພົບປະ, 2 ຝ່າຍໄດ້ແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງສະພາປະຊາຊົນ, ບັນດາຂໍ້ກຳນົດກ່ຽວກັບກົດໝາຍທີ່ກ່ຽວຂ້ອງ, ພິເສດແມ່ນບັນດາການເຄື່ອນໄຫວຕິດຕາມກວດກາ, ກໍ່ຄືການເພີ່ມທະວີບົດບາດຂອງການເຄື່ອນໄຫວຂອງອົງການເລືອກຕັ້ງ 2 ປະເທດ.
2 ຝ່າຍໄດ້ລົງນາມໃນບົດບັນທຶກເຮັດວຽກ ເພື່ອເປັນພື້ນຖານໃຫ້ສະພາປະຊາຊົນສອງແຂວງປະຕິບັດການຮ່ວມມືມິດຕະພາບ, ປະກອບສ່ວນຮັດແໜ້ນ, ເພີ່ມທະວີ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ 2 ແຂວງໃນໄລຍະຈະມາເຖິງ.
![]() |
ແຂວງດົ່ງນາຍ ແລະ ແຂວງຈໍາປາສັກ (ລາວ) ແລກປ່ຽນປະສົບການໃນການເຄື່ອນໄຫວຂອງສະພາປະຊາຊົນ |
ຕາມທ່ານປະທານສະພາປະຊາຊົນແຂວງດົ່ງນາຍ ໄທບ໋າວ ແລ້ວ, ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນແຂວງຈໍາປາສັກ ແມ່ນໜຶ່ງໃນບັນດາການສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບ, ການພົວພັນສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ລະຫວ່າງ 2 ແຂວງດົ່ງນາຍ - ແຂວງຈໍາປາສັກ ເວົ້າສະເພາະ.
ທ່ານ ໄທບ໋າວ ເຊື່ອໝັ້ນວ່າ ດ້ວຍຄວາມຮັກແພງອັນພິເສດ, ບ້ານໃກ້ເຮືອນຄຽງສະໜິດສະໜົມ, ນ້ຳໃຈມິດຕະພາບ, ຄວາມຮັກແພງອັນເປັນມູນເຊື້ອຢ່າງເລິກເຊິ່ງລະຫວ່າງສອງປະເທດ ຈະໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນກວ່າອີກ.
ໂດຍຕາງໜ້າໃຫ້ຄະນະ, ທ່ານ ແກ້ວລັດຕະນະ ສີຫາວົງ, ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ໄດ້ສະແດງຄວາມຫວັງວ່າ ການພົວພັນຮ່ວມມືລະຫວ່າງສະພາປະຊາຊົນແຂວງດົ່ງນາຍ ແລະ ແຂວງຈຳປາສັກ ເວົ້າສະເພາະ, ແລະ ການພົວພັນລະຫວ່າງຫວຽດນາມ - ລາວ ເວົ້າລວມ ຈະນັບມື້ນັບມີຄວາມສາມັກຄີຍິ່ງຂຶ້ນ ແລະ ຕິດພັນກັນທີ່ແໜ້ນແຟ້ນກວ່າໃນອະນາຄົດ.
ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ
ເມືອງມຸນລະປາໂມກ (ແຂວງຈໍາປາສັກ, ປະເທດລາວ) ຮ່ຳຮຽນເອົາກະສິກຳຢູ່ແຂວງອານຢາງ
ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ: ຫຼາຍກິດຈະກຳທີ່ແທດຈິງເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ
ແຂວງກວາງງາຍ ແລະ ແຂວງຈໍາປາສັກ (ລາວ) ແລກປ່ຽນປະສົບການວຽກງານແນວໂຮມ
ທ່ານອາດຈະມັກ
ເພີ່ມພູນຄູນສ້າງການພົວພັນມິດຕະພາບຫວຽດນາມ - ເກົາຫຼີເໜືອ
ວິສາຫະກິດຫວຽດນາມ ຊອກຫາກາລະໂອກາດເປີດກວ້າງທ້ອງຕະຫຼາດຢູ່ງານວາງສະແດງສາກົນຢູ່ ຈີເລ
ເປີດພິທີການຝຶກຊ້ອມກູ້ຊີບກູ້ໄພຮ່ວມລະຫວ່າງກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ
ຫວຽດນາມ ແລະໄທ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາກົນໄກຫຼາຍຝ່າຍ ແລະ ພາກພື້ນ
ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີຍຸດທະສາດ
