ພົນລະພາກຫຼວງ 15 ໄດ້ຕ້ອນຮັບ ແລະ ຝຶກອົບຮົບກ່ຽວກັບກະສິກຳ ໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດລາວ ຈຳນວນ 50 ຄົນ

00:00 | 29/07/2023

ຍສໝ- ຕອນ​ເຊົ້າ​ວັນ​ທີ 27 ມິຖຸນາ​ນີ້, ຢູ່​ດ່ານ​ຊາຍ​ແດນ​ສາກົນ ​ເບີອີ (​ເມືອງ ​ງອກ​ໂຮ້ຍ, ​ແຂວງ​ກອນ​ຕູມ), ກອງ​ບັນຊາ​ການ​ພົນລະພາກຫຼວງ 15 ​ໄດ້​ສົມທົບ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ໄດ້​ຈັດ​ຕັ້ງ ​​ກອງ​ປະຊຸມ​ມອບ​-ຮັບ​ພະນັກງານກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ໄປຫວຽດ​ນາມ ​ເພື່ອ​ຝຶກ​ອົບ​ຮົມກ່ຽວກັບ​ກະ​ສິ​ກຳ.

ທ່ານພັນເອກ ເລຊວນເຟືອງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການພົນລະພາກຫຼວງ 15, ແລະ ທ່ານພັນເອກ ຄຳຮັ່ງ ໄຊມຸງຄຸນ, ຮອງຫົວໜ້າກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເປັນປະທານຮ່ວມກອງປະຊຸມ.

ພົນລະພາກຫຼວງ 15 ໄດ້ຕ້ອນຮັບ ແລະ ຝຶກອົບຮົບກ່ຽວກັບກະສິກຳ ໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດລາວ ຈຳນວນ 50 ຄົນ

ທີ່ກອງປະຊຸມ

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບາງອົງການກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ລາວ; ບັນດາເຈົ້າໜ້າທີ່ຂອງພົນລະພາກຫຼວງ 15 ແລະ ການນຳ, ຫ້ອງການວິທະຍາໄລເຕັກນິກວິຊາຊີບ ເລກ 21 (ພົນລະພາກຫຼວງ 15).

ໃນເວລາ 3 ເດືອນ, ວິທະຍາໄລເຕັກນິກວິຊາຊີບ ເລກ 21 ຈະຝຶກອົບຮົມ, ບຳລຸງຄວາມຮູ້, ເຕັກນິກ ແລະ ເຕັກໂນໂລຊີທີ່ກ້າວໜ້າໃນການປູກຝັງ ແລະ ລ້ຽງສັດ ທີ່ເໝາະສົມກັບສະພາບເສດຖະກິດ - ສັງຄົມ, ດິນຟ້າອາກາດ, ຄຸນລັກສະນະດິນຂອງປະເທດລາວໃຫ້ພະນັກງານກະຊວງປ້ອງກັນປະເທດລາວ ຈຳນວນ 50 ຄົນ. ພິເສດ, ເນື້ອໃນ ແລະ ຫຼັກສູດຂອງການຝຶກອົບຮົມ ໄດ້ມີການສົມທົບກັບການຮຽນທິດສະດີ ແລະ ປະຕິບັດຕົວຈິງ, ໄປທັດສະນະສຶກສາ, ແລກປ່ຽນປະສົບການ ຢູ່ບັນດາບໍລິສັດ, ໂຮງງານຜະລິດ ຂອງພົນລະພາກຫຼວງ 15.

ກ່າວຄຳປາໄສຕໍ່ກອງປະຊຸມ, ທ່ານ​ພັນ​ເອກ ເລຊວນເຟືອງ ​ໃຫ້​ຮູ້​ວ່າ ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ບັນດາ​ອົງການ​ປະຕິບັດ​ໜ້າ​ທີ່​ຂອງ​ສອງ​​​​ກະຊວງປ້ອງກັນປະເທດ, ນີ້​ແມ່ນ​ປີ​ທີ 2 ​ເຊິ່ງພົນລະພາກຫຼວງ 15 ​ໄດ້ຈັດ​ການ​ຝຶກ​ອົບ​ຮົມກ່ຽວກັບກະສິກຳໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດລາວ. ການ​ເຄື່ອນ​ໄຫວ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ເຈົ້າ​ມີ​ແຫຼ່ງກຳລັງຄົນເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ເພີ່ມ​ທະວີ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ ອີກດ້ວຍ.

ທ່ານພັນເອກ ຄຳຮັ່ງ ໄຊມຸງຄຸນ ໄດ້ສະແດງຄວາມຂອບໃຈກະຊວງປ້ອງກັນປະເທດຫວຽດນາມ, ພົນລະພາກຫຼວງ 15 ທີ່ໄດ້ຊ່ວຍເຫຼືອກອງທັບ, ປະຊາຊົນລາວ ຝຶກອົບຮົບພະນັກງານ ແລະ ມີຫຼາຍເຄື່ອນໄຫວກ່ຽວກັບການຄ້ຳປະກັນສັງຄົມ. ຕາມທ່ານພັນເອກ ຄຳຮັ່ງ ໄຊມຸງຄຸນ ແລ້ວ, ຊຸດຝຶກອົບຮົມປີ 2022 ອຳນາດການປົກຄອງ, ກະຊວງປ້ອງກັນປະເທດ ລາວ ໄດ້ຕີລາຄາສູງ; ຖັນແຖວພະນັກງານພາຍຫຼັງ​ໄດ້​ຮັບ​ການ​ຝຶກ​ອົບຮົມ ກໍ່ໄດ້ໝູນໃຊ້​​ຄວາມ​ຮູ້ ​ແລະ ປະສົບ​ການ​ເຂົ້າ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ຢູ່​ທ້ອງ​ຖິ່ນ​ຂອງ​ລາວ ໄດ້ເປັນຢ່າງດີ.

ພົນລະພາກຫຼວງ 15 ໄດ້ຕ້ອນຮັບ ແລະ ຝຶກອົບຮົບກ່ຽວກັບກະສິກຳ ໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດລາວ ຈຳນວນ 50 ຄົນ
ທ່ານ​ພັນ​ເອກ ເລຊວນເຟືອງ ມອບຂອງຂວັນໃຫ້ຄະນະປະຕິບັດງານ ກະຊວງປ້ອງກັນປະເທດ ລາວ.

ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ມອບ​ຮັບ, ຕ້ອນຮັບ ເເລະ ມອບ​ຂອງຂວັນທີ່ເປັນເອກະລັກ​ຂອງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ກັນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.