ຫວຽດນາມ - ລາວ ຮ່ວມມືປ້ອງກັນ ແລະ ຕ້ານການຄ້າຢາເສບຕິດຢູ່ຕາມເສັ້ນຊາຍແດນ

00:00 | 27/07/2023

ຍສໝ - ຫວ່າງມໍ່ໆມານີ້, ກຳລັງສະກັດກັ້ນ ແລະ ຕ້ານອາດຊະຍາກຳຢາເສບຕິດ, ກະຊວງ ປ້ອງກັນຄວາມສະຫງົບ ລາວ ໄດ້ທຳລາຍລ້າງຄະດີການຜະລິດ, ຄ້າຂາຍ ແລະ ຂົນສົ່ງຢາເສບຕິດຈຳນວນ 2.241 ຄະດີ, ກັກຕົວຜູ້ຖືກຫາໄດ້ 3.452 ຄົນ ໃນ 6 ເດືອນຕົ້ນປີນີ້.

ນາຍົກລັດຖະມົນຕີລາວ ຮຽກຮ້ອງປະຊາຄົມຮ່ວມແຮງຮ່ວມໃຈໃນການຕ້ານຢາເສບຕິດ ນາຍົກລັດຖະມົນຕີລາວ ຮຽກຮ້ອງປະຊາຄົມຮ່ວມແຮງຮ່ວມໃຈໃນການຕ້ານຢາເສບຕິດ
ໜູນຊ່ວຍຍົກສູງປະສິດທິຜົນວຽກງານບຳບັດຜູ້ຕິດຢາເສບຕິດ ໃຫ້ແກ່ປະເທດລາວ ໜູນຊ່ວຍຍົກສູງປະສິດທິຜົນວຽກງານບຳບັດຜູ້ຕິດຢາເສບຕິດ ໃຫ້ແກ່ປະເທດລາວ

​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ລັດຖະບານ​ລາວ ​ໄດ້​ເພີ່ມ​ທະວີ​ມາດ​ຕະການ​ສະກັດ​ກັ້ນ ​ແລະ ລົບ​ລ້າງ​ອາດຊະຍາ​ກຳ​ປະເພດ​ນີ້. ທີ່​ກອງ​ປະຊຸມສະໄໝເທື່ອ​ທີ 5, ສະພາ​ແຫ່ງ​ຊາດ​ລາວ ຊຸດ​ທີ IX ທີ່​ນະຄອນຫຼວງ​ວຽງ​ຈັນ, ທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​​ກະຊວງປ້ອງກັນຄວາມວະຫງົບລາວ ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ຂອງ​ການ​ປະຕິບັດ​ໂຄງການ​ແຫ່ງ​ຊາດ ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ.

ທ່ານພົນເອກ ວິໄລ ຫຼ້າຄຳຟອງ ເນັ້ນໜັກວ່າ: “ຕ້ອງຊຸກຍູ້ການໂຄສະນາເຜີຍແຜ່ ເພື່ອສ້າງຈິດສຳນຶກໃຫ້ທົ່ວສັງຄົມ; ​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ໃນ​ການ​ປິ່ນປົວ, ຟື້ນ​ຟູ​ສຸຂະພາບ, ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ທີ່​ຕິດ​ພັນ​ກັບ​ຢາ​ເສບ​ຕິດ ​ເພື່ອ​ໃຫ້​ການ​ປ້ອງ​ກັນ ​ແລະ ສະກັດກັ້ນ​ຢາ​ເສບ​ຕິດ​ມີ​ປະສິດທິ​ຜົນ​ທີ່​ສຸດ.

ຫວຽດນາມ - ລາວ ຮ່ວມມືປ້ອງກັນ ແລະ ຕ້ານການຄ້າຢາເສບຕິດຢູ່ຕາມເສັ້ນຊາຍແດນ

ຕາມ​ສະຖິຕິ​ຂອງ​ຕຳຫຼວດ 10 ​ແຂວງ​ຊາຍ​ແດນ​ຫວຽດນາມ - ລາວແລ້ວ, ​ໃນ​ປີ 2022, ຕຳຫຼວດ 10 ​ແຂວງ​ລຽບ​ຕາມ​ຊາຍ​ແດນ​ຫວຽດນາມ - ລາວ ​ໄດ້​ກວດ​ພົບ​ ຄະດີ​ຢາ​ເສບ​ຕິດ 5.338 ຄະດີ, ຈັັບອາດຊະຍາກຳ​ຢາ​ເສບ​ຕິດ 7.397 ເປົ້າໝາຍ, ຍຶດ​ເຮ​ໂຣອິນ 291,65 ກິ​ໂລ, ຢາຝິ່ນ 2,728 ກິ​ໂລ,... ​ໃນ 6 ເດືອນ​ຕົ້ນ​ປີ 2023, ອົງການທີ່ມີໜ້າທີ່​ຂອງ​ຫວຽດນາມ ສືບ​ຕໍ່​ຈັບ​ກຸມຄົນທີ່ຂົນສົ່ງ​ຢາ​ເສບ​ຕິດ​ເຂົ້າ​ຫວຽດນາມ.

ບົນ​ພື້ນຖານ​ນັ້ນ, ຕຳຫຼວດ​ແຂວງ​ຊາຍ​ແດນຕິດກັບ​ລາວ​ ໄດ້​ສ້າງ​ແຜນການ​ຕໍ່ສູ້​ກັບ​ແຕ່ລະ​ເສັ້ນທາງ ​ແລະ ​ເຂດ​ຈຸດສຸມ​ກ່ຽວ​ກັບ​ຢາ​ເສບ​ຕິດ; ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຂອງ​ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ຂອງ​ຫວຽດນາມ ​ໃນ​ການ​ລາດຕະ​ເວນ ​ແລະ ຄວບ​ຄຸມ​ບັນດາ​ເສັ້ນ​ທາງ​ ​ແລະ ບັນດາ​ເຂດຈຸດສຸມເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ ​ເພື່ອ​ຊອກ​ຫາ ​ແລະ ຈັບ​ກຸມ​ຜູ້​ກໍ່​ການ​ຮ້າຍ​ຢາ​ເສບ​ຕິດ.

ພ້ອມ​ກັນນັ້ນ, ກໍ່ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ຝຶກ​ອົບຮົມ ​ແລະ ຍົກສູງ​ຄວາມ​ສາມາດ; ແລກປ່ຽນຂໍ້ມູນຂ່າວສານດ້ານວິຊາສະເພາະກັບກຳລັງເຈົ້າໜ້າທີ່ຂອງປະເທດລາວ, ຕິດຕັ້ງລະບົບສາຍສື່ສານ 4 ຂັ້ນ ແລະ ຫ້ອງການຕິດຕໍ່ພົວພັນຂ້າມຊາຍແດນ (BLO). ຈາກ​ນັ້ນ, ກໍ່ສ້າງ​ຕັ້ງ​ບັນດາ​ໂຄງການ​ຕໍ່ສູ້​ລວມ ລະຫວ່າງ ຫວຽດນາມ ​ແລະ ລາວ ​ເພື່ອ​ສະກັດ​ກັ້ນ​ບັນດາ​​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ຂ້າມ​ຊາດ​ລະຫວ່າງ 2 ປະ​ເທດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.