ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ບຳລຸງສ້າງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ

00:00 | 30/07/2023

ຍສໝ - ໃນວັນ​ທີ 27 ມິຖຸນາ​ນີ້, ຢູ່​ມະຫາວິທະຍາ​ໄລ​ແພດສາດ ​ແລະ ການ​ຢາ ​ໄທ​ບິ່ງ ​ໄດ້​ຈັດ​ພິທີປະດັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ​ໂດຍ​ທ່ານ​ປະທານ​ປະ​ເທດ ​ສປປ ລາວ ມອບ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 12 ກ່ຽວກັບດ້ານສາທາລະນະສຸກ ແລະ ເສດຖະກິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 12 ກ່ຽວກັບດ້ານສາທາລະນະສຸກ ແລະ ເສດຖະກິດ
ສະໝຸດສຸຂະພາບຂອງຜູ້ອົບພະຍົບ ເຊິ່ງໜູນຊ່ວຍຂໍ້ມູນດ້ານສາທາລະນະສຸກໃຫ້ແກ່ແຮງງານ ສະໝຸດສຸຂະພາບຂອງຜູ້ອົບພະຍົບ ເຊິ່ງໜູນຊ່ວຍຂໍ້ມູນດ້ານສາທາລະນະສຸກໃຫ້ແກ່ແຮງງານ

ນີ້​ແມ່ນລາງວັນອັນລ້ຳ​ຄ່າທີ່​ລັດ​ລາວ​ມອບ​ໃຫ້, ຢືນຢັນ​ບົດບາດ​ສຳຄັນ​ຂອງ​ມະຫາວິທະຍາ​ໄລ​ແພດສາດ ​ແລະ ການ​ຢາ ​ໄທບິ່ງ ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ ​ໃນ​ການ​ຮ່ວມ​ມື ​ແລະ ບຳລຸງ​ສ້າງ​ຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ​ໃນໄລຍະ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ.

ທ່ານ ແສງເພັດ ຮຸ່ງບຸນຍວງ - ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຜົນງານດີເດັ່ນຂອງມະຫາວິທະຍາໄລແພດສາດ ແລະ ການຢາ ໄທບິ່ງ ໃນຕະຫຼອດໄລຍະສ້າງສາ ແລະ ພັດທະນາ. ໂດຍສະເພາະແມ່ນນັບແຕ່ປີ 1969 ມາຮອດປັດຈຸບັນ, ໂຮງຮຽນ ໄດ້ເອົາໃຈໃສ່ ແລະ ອຳນວຍຄວາມສະດວກໃນການບຳລຸງ​ສ້າງຊັບພະຍາກອນການແພດໃຫ້ແກ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ມາ​ຮອດ​ປະຈຸ​ບັນ, ມີ​ພະນັກງານ​ການແພດ​ລາວ ຈຳນວນ 400 ກວ່າ​ຄົນ ​ໄດ້​ຮັບ​ການບຳລຸງ​ສ້າງ​ຈາກ​ມະຫາວິທະຍາ​ໄລ​ແພດສາດ ​ແລະ ການ​ຢາ ​ໄທ​ບິ່ງ, ມີ​ນັກ​ສຶກສາ​ສາກົນ​ຫຼາຍ​ຄົນ ​ພວມ​ສືບ​ຕໍ່​ຮ່ຳຮຽນ​ຢູ່​ໂຮງຮຽນ. ພາຍຫຼັງ​ໄດ້​ຮັບ​ການ​ຝຶກ​ອົບຮົມ, ບັນດາ​ແພດ​ໝໍ, ພະຍາບານ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຍົກສູງສຸຂະພາບ​ຂອງ​ປະຊາຊົນ​.

ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ບຳລຸງສ້າງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ມະຫາວິທະຍາໄລແພດສາດ ແລະ ການຢາ ໄທບິ່ງ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1968. ຫຼັງຈາກ 1 ປີ, ໃນປີ 1969, ໂຮງຮຽນໄດ້ຮັບມອບໝາຍໜ້າທີ່ບຳລຸງສ້າງແພດໝໍ ໃຫ້ແກ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ນັບ​ແຕ່​ນັ້ນ​ມາ, ໂຮງຮຽນ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ມອບ​ໝາຍ​ໜ້າ​ທີ່​ບຳລຸງ​ສ້າງ​ພະນັກງານ​ການ​ແພດ ​ໃຫ້​ແກ່​ລາຊະ​ອານາຈັກ​ກຳປູ​ເຈຍ, ສາທາລະນະ​ລັດ Mozambique ​ແລະ ສ.​ເກົາຫຼີ.

​ແລະ​ ກໍ່​ໃນ​ວັນ​ດຽວ​ກັນ, ມະຫາວິທະຍາ​ໄລ​ແພດສາດ ​ແລະ ການ​ຢາ ​ໄທ​ບິ່ງ ​ກໍ່ໄດ້​ຈັດ​ພິທີ​ມອບ​ໃບປະກາດສະນີຍະບັດສາຂາ​ແພດສາດຫຼາຍຂະແໜງ ​ໃຫ້​ນັກ​ສຶກສາ​ສາກົນ 72 ຄົນ, ​ໃນ​ນັ້ນ​ມີ​ນັກ​ສຶກສາ​ລາວ 55 ຄົນ ​ແລະ ນັກ​ສຶກສາ​ກຳປູ​ເຈຍ 17 ຄົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.