ນຳເຂົ້າສິນຄ້າຈາກປະເທດລາວ ເພີ່ມຂຶ້ນເລັກນ້ອຍ 9,4% ເປັນ 476 ລ້ານ USD

00:00 | 29/07/2023

ຍສໝ - ຕາມຂໍ້ມູນກົມໃຫຍ່ພາສີ​​ແລ້ວ, ສິນຄ້າ​ຫວຽດນາມ​ທີ່ນຳເຂົ້າ​ຈາກ​ລາວ​ຕົ້ນຕໍ​ແມ່ນ​ວັດຖຸ​ດິບ​ເຊັ່ນ​ສາລີ, ໄມ້, ແຮ່, ຢາງ...

ຫວຽດນາມ ບັນລຸວົງເງິນການນຳເຂົ້າ ສິນຄ້າລື່ນກາຍ 500 ຕື້ໂດລາ ຫວຽດນາມ ບັນລຸວົງເງິນການນຳເຂົ້າ ສິນຄ້າລື່ນກາຍ 500 ຕື້ໂດລາ
ລາວ: ສະກັດກັ້ນ ການນຳເຂົ້າສິນຄ້າບໍ່ຖືກກົດໝາຍ ລາວ: ສະກັດກັ້ນ ການນຳເຂົ້າສິນຄ້າບໍ່ຖືກກົດໝາຍ

ຕາມຂໍ້ມູນຂອງ​ກົມໃຫຍ່ພາສີ​ແລ້ວ, ການ​ຄ້າ​ຫວຽດນາມ - ລາວ ​ໃນ 5 ​ເດືອນ​ຕົ້ນ​ປີ 2023 ບັນລຸ 692,4 ລ້ານ USD, ​ເພີ່ມ​ຂຶ້ນ 0,1% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2022. ໃນນັ້ນ, ສິນຄ້າສົ່ງອອກໄປປະເທດລາວບັນລຸ 224,87 ລ້ານ USD, ຫຼຸດລົງ 12%; ໃນທາງກົງກັນຂ້າມ, ການນຳເຂົ້າສິນຄ້າຈາກຕະຫຼາດນີ້ໄດ້ຮັບຮູ້ການເພີ່ມຂຶ້ນ 9,4%, ເປັນ 476,5 ລ້ານ USD.

​ໃນ 5 ​ເດືອນ​ຕົ້ນ​ປີ 2023, ຫວຽດນາມ ​ໄດ້​ນຳເຂົ້າຈາກ​ລາວຕົ້ນຕໍ​ແມ່ນ​ວັດຖຸ​ດິບ​ສຳລັບຂະແໜງການປຸງແຕ່ງ, ກະສິກຳ ​ແລະ ອຸດສາຫະກຳ.

ລະອຽດ, ຫວຽດນາມ ໄດ້ນຳເຂົ້າຜັກ ແລະ ສາລີຈາກປະເທດລາວ ມູນຄ່າ 1,39 ແລະ 21,1 ລ້ານ USD (ປະລິມານສາລີນຳເຂົ້າບັນລຸ 60,404 ໂຕນ).

ນຳເຂົ້າສິນຄ້າຈາກປະເທດລາວ ເພີ່ມຂຶ້ນເລັກນ້ອຍ 9,4% ເປັນ 476 ລ້ານ USD

ນຳເຂົ້າສິນຄ້າຈາກປະເທດລາວ ເພີ່ມຂຶ້ນເລັກນ້ອຍ 9,4% ເປັນ 476 ລ້ານ USD

ນອກຈາກນັ້ນ, ໄມ້ ແລະ ຜະລິດຕະພັນໄມ້ທີ່ນໍາເຂົ້າຈາກລາວ ຍັງບັນລຸ 46,37 ລ້ານ USD; ຢາງພາລາບັນລຸ 66,2 ລ້ານ USD; ໂລຫະທາດ ແລະ ແຮ່ທາດ ບັນລຸ 24,2 ລ້ານ USD; ຝຸ່ນບັນລຸ 33,6 ລ້ານ USD.

​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2023, ຫວຽດນາມ ​ໄດ້​​ຮັບຮູ້ການ​ນຳ​ເຂົ້າປະເພດສິນຄ້າໂລຫະ​ທຳມະດາຈາກປະເທດ​ລາວຕື່ມອີກ​ (​ໄລຍະ​ດຽວ​ກັນ​ບໍ່​ໄດ້​ບັນທຶກ​ຂໍ້​ມູນ) ດ້ວຍ​ມູນ​ຄ່າ 73.608 USD.

ໃນບັນດາ 7 ສິນຄ້າຕົ້ນຕໍທີ່ນຳເຂົ້າຈາກລາວ, ສາລີເປັນສິນຄ້າທີ່ມີອັດຕາການເຕີບໂຕໃຫຍ່ທີ່ສຸດໂດຍ +399% ເມື່ອທຽບກັບໄລຍະດຽວກັນຂອງປີ 2022. ກົງກັນຂ້າມ, ພືດຜັກ ແລະ ຫມາກໄມ້ ຫຼຸດລົງຫຼາຍທີ່ສຸດ -70%.

ກ່ຽວ​ກັບ​ການສົ່ງອອກ, ສິນຄ້າສົ່ງອອກຂອງ ​ຫວຽດ​ນາມ ​ໄປ​ລາວ ​ໄດ້​ຮັບ​ການຮັບຮູ້ຄວາມຫຼາຍຮູບແບບ, ລວມມີ ຜະລິດ​ກະເສດ, ວັດ​ຖຸ​ດິບ, ເຄື່ອງເອ​ເລັກ​ໂຕຣ​ນິກ, ຜະ​ລິດ​ຕະ​ພັນຕົບແຕ່ງ.....

ໃນ 5 ເດືອນຕົ້ນປີ 2023, ນ້ຳມັນເຊື້ອໄຟແມ່ນສິນຄ້າສົ່ງອອກຈາກຫວຽດນາມ ໄປລາວ ຫຼາຍທີ່ສຸດ ດ້ວຍມູນຄ່າ 26,9 ລ້ານ USD, ທຽບເທົ່າກັບ 32.515 ໂຕນ. ຖັດຈາກນັ້ນແມ່ນເຫຼັກ ແລະ ເຫຼັກກ້າ 19,46 ລ້ານ USD, ທຽບເທົ່າກັບ 23.376 ໂຕນ; ຜະລິດຕະພັນທີ່ເຫຼັກ ແລະ ເຫຼັກກ້າ ບັນລຸ 16,6 ລ້ານ USD.

ໃນ​ກຸ່ມ​ເອ​ເລັກ​ໂຕຣ​ນິກ, ຫວຽດນາມ ສົ່ງ​ອອກປະເພດສິນຄ້າເຄື່ອງຈັກ, ອຸ​ປະ​ກອນ, ເຄື່ອງ​ມື ແລະ ອາ​ໄຫຼ່​ມ ບັນ​ລຸ 15,96 ລ້ານ USD; ລະບົບສາຍ ແລະ ສາຍກາບໄຟຟ້າ ບັນລຸ 2,3 ລ້ານ USD.

​ໃນ​ກຸ່ມ​ຜະລິດ​ຕະພັນ​ກະ​ເສດ, ຜັກ ​ແລະ ໝາກ​ໄມ້​ສົ່ງອອກ​ໄປ​ລາວ​ ບັນລຸ 17,65 ລ້ານ USD; ກາເຟບັນລຸ 0.23 ລ້ານ USD.

ຫວຽດນາມ ​ກໍ່​ສົ່ງອອກ​ໄມ້ ​ແລະ ຜະລິດ​ຕະພັນ​ໄມ້​ໄປ​ລາວ ດ້ວຍ​ມູນ​ຄ່າ 0,84 ລ້ານ USD ​ໃນ 5 ​ເດືອນ​ຕົ້ນ​ປີ 2023; ເຄື່ອງຕ່ຳແຜ່ນຕ່ຳຫຍິບ​ ມູນ​ຄ່າ 3,7 ລ້ານ​ໂດ​ລາ…

​ໃນ​ຈຳນວນ 19 ລາຍການ​ສົ່ງ​ອອກ​ຕົ້ນຕໍ, ຜະລິດ​ຕະພັນ​ໄມ້ ​ແລະ ​ໄມ້​ ເປັນ​ສິນຄ້າ​ທີ່​ຫຼຸດ​ລົງ​ໜ້ອຍທີ່ສຸດແມ່ນ -70%. ໃນທາງກົງກັນຂ້າມ, clinker ແລະ ຊີມັງໄດ້ເພີ່ມຂຶ້ນສູງສຸດດ້ວຍ +53% ທຽບກັບໄລຍະດຽວກັນໃນປີ 2022.

ດີງເລື້ອງ

ເຫດການ
302 Found

Found

The document has moved here.