ສະຖານທູດຫວຽດນາມ ປະຈໍາລາວ ແຈ້ງເຕືອນໄພຫຼອກລວງໄປຂາຍແຮງງານ

00:00 | 30/07/2023

ຍສໝ-ຕາມນັກຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ ​ປະຈຳ​ນະຄອນຫຼວງ​ວຽງ​ຈັນ​, ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ອອກ​ແຈ້ງເຕືອນກ່ຽວ​ກັບ​ສະພາບການ​ຫຼອກລວງສົ່ງ​ຄົນ​ໄປ​ເຮັດ​ວຽກ.

ຕາມການແຈ້ງເຕືອນ, ໃນໄລຍະມໍ່ໆມານີ້ ອົງການເຈົ້າໜ້າທີ່ ຫວຽດນາມ ປະຈຳລາວ ໄດ້ຮັບໃບຄຳຮ້ອງ ແລະ ຂໍຄວາມຊ່ວຍເຫຼືອຈາກພົນລະເມືອງຫວຽດນາມ ເປັນຈຳນວນຫຼາຍທີ່ຖືກຕົວະຍົວະໄປເຮັດວຽກຢູ່ລາວ ໃນເຂດເສດຖະກິດສາມຫຼ່ຽມຄຳ ແຂວງບໍ່ແກ້ວ (ພາກເໜືອຂອງລາວ).

ສະຖານທູດຫວຽດນາມ ປະຈໍາລາວ ແຈ້ງເຕືອນໄພຫຼອກລວງໄປຂາຍແຮງງານ

ຕຳຫຼວດແຂວງບໍ່ແກ້ວ (ລາວ) ໄດ້ມອບຮັບບັນດາກໍລະນີໃຫ້ຕຳຫຼວດແຂວງ ຮ່າຕິ້ງ,ເດືອນມິຖຸນາ 2023.

ຕາມ​ໜັງສືຮ້ອງຟ້ອງ​, ຜ່ານ​ເຄືອ​ຂ່າຍ​ສັງຄົມ (Zalo, Facebook...) ຫຼື​ຜ່ານ​ໝູ່​ເພື່ອນ ​ແລະ ​ຄົນ​ຮູ້ຈັກຂອງ​ຄົນ​ເຫຼົ່າ​ນີ້ແລ້ວ,​ ເຂົາ​ໄດ້​ຮັບຄຳ​ສັນຍາ​ວ່າ​ ຈະ​ພາ​ໄປ​ເຮັດ​ວຽກ​ເບົາ, ມີເງື່ອນໄຂເຮັດວຽກສະດວກ ​ແລະ ມີ​ລາຍ​ຮັບ​ສູງ, ລວມທັງ​ການຊ່ວຍເຫຼືອຄ່າໃຊ້ຈ່າຍໄປມາ. ຄ່າໃຊ້ຈ່າຍໃຫ້ນາຍໜ້າ,... ແຕ່ວ່າ, ຫຼັງຈາກມາຮອດບ່ອນເຮັດວຽກ, ເຂົາເຈົ້າໄດ້ຖືກບັງຄັບໃຫ້ເຊັນສັນຍາແຮງງານກັບນາຍຈ້າງນຳໃຊ້ແຮງງານຂອງພວກເຂົາໃນພາສາທີ່ເຂົາເຈົ້າບໍ່ເຂົ້າໃຈ (ເນື້ອແທ້ເປັນສັນຍາໜີ້), ບັງຄັບໃຫ້ມີສ່ວນຮ່ວມໃນກິດຈະກໍາການຫຼອກລວງເຊັ່ນ ການພະນັນອອນໄລນ໌, ເຮັດທຸລະກິດຊື້ຂາຍເງິນຕາ, ໂສເພນີ ຫຼື ກິດຈະກໍາບັນເທີງທີ່ລະອຽດອ່ອນອື່ນໆ ...

ຕາມ​ສະຖານທູດ​ຫວຽດນາມ ​ປະຈຳ​ລາວແລ້ວ​, ນີ້​ແມ່ນຮູບການແນບນຽນໃໝ່ຂອງອາດຊະຍາກຳ​ການຄ້າມະນຸດ ​ແລະ ການ​ບັງຄັບ​ໃຊ້​ແຮງ​ງານ. ຜູ້ຖືກເຄາະຮ້າຍຈາກອາດຊະຍາກໍານີ້ມັກຈະຖືກຂູດຮີດຢ່າງສິ້ນເຊີງ ແລະ ມີຄວາມຫຍຸ້ງຍາກໃນການເຂົ້າເຖິງການຊ່ວຍເຫຼືອ, ໃນຫຼາຍໆກໍລະນີເຖິງຂັ້ນເປັນອັນຕະລາຍເຖິງຊີວິດ.

ສະຖານທູດຫວຽດນາມ ປະຈຳລາວ ໄດ້ແຈ້ງເຕືອນປະຊາຊົນຄວນມີສະຕິລະວັງຕົວຕໍ່ການຊັກຊວນ, ລໍ້ລວງໃຫ້ໄປລາວເພື່ອເຮັດ "ວຽກເບົາທີ່ມີເງິນເດືອນສູງ". ຄົນ​ງານ​ທີ່​ຢາກ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕ້ອງ​ຜ່ານ​ຊ່ອງ​ທາງ​ທາງ​ການ ​ແລະ ບໍລິສັດ​ທີ່​ມີ​ໃບ​ອະນຸຍາດ​ທີ່​ມີ​ຄວາມໄວ້ວາງໃຈ​ໃນ​ການ​ສົ່ງ​ຊາວ​ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ. ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ, ຕ້ອງ​ປະກອບ​ຄວາມ​ຮູ້​ພື້ນຖານ​ດ້ານ​ວັດທະນະທຳ, ສັງຄົມ, ກົດໝາຍ​ບ່ອນ​ເຮັດ​ວຽກ ​ແລະ ທັກ​ສະ​ທີ່​ເໝາະ​ສົມ​ກັບ​ວຽກ​ທີ່​ຈະ​ເຮັດ... ​ເພື່ອ​ຫຼີກ​ລ່ຽງ​ຄວາມ​ສ່ຽງ​ໃນ​ເວລາ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.