ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ຄະນະພະນັກງານກອງທັບປະຊາຊົນລາວ ນໍາໂດຍສະຫາຍພັນໂທ ອາໄພ ອະໄພຍະວົງ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນ ເນື່ອງໃນໂອກາດມາຫວຽດນາມ ເຂົ້າຮ່ວມຊຸດຝຶກອົບວຽກງານສື່ມວນຊົນ.
ຫວ່າງແລ້ວນີ້, ສະຫາຍພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະກົມພົວພັນຕ່າງປະເທດ ແລະພະນັກງານວິຊາການກະຊວງປ້ອງກັນປະເທດລາວ ນຳໂດຍສະຫາຍພົນຈັດຕະວາ ບຸນເດືອງ ພັນສົດໃສ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດລາວ ເປັນຫົວໜ້າຄະນະພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ຍສໝ - ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ດ້ວຍຄວາມເອົາໃຈໃສ່ຈາກການນຳຂອງພັກ, ລັດ ແລະ ປະຊາຊົນສອງປະເທດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ບັນລຸໄດ້ບັນດາ ຜົນງານອັນໃຫຍ່ຫຼວງ.
ຍສໝ - ສະຖານກົງສູນ ຫວຽດນາມ ປະຈໍາ ປາກເຊ ຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ.
ຍສໝ - ໂຄງການຍົກລະດັບໂຮງຮຽນປະຖົມມິດຕະພາບແຂວງ ຈຳປາສັກ ນີ້ແມ່ນຂອງຂວັນຂອງນະຄອນດ່ານັ້ງ ມອບໃຫ້ແກ່ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງຈຳປາສັກ ລາວ ເຊິ່ງມີມູນຄ່າລົງທຶນ 7 ຕື້ດົ່ງ.
ຍສໝ - ທ່ານຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນບ໋າຮວານ ໃຫ້ຮູ້ວ່າ: ການຮ່ວມມືດ້ານແຮງງານ, ວຽກເຮັດງານທຳ ແລະ ການຮັບປະກັນຊີວິດສັງຄົມ ຫວຽດນາມ - ລາວ ນັບມື້ນັບແທດຈິງ.
ຍສໝ - ວັນທີ 28 ພະຈິກ, ເວທີປາໄສວິສາຫະກິດ ໄທ - ຫວຽດນາມ - ລາວ ປີ 2022 ໂດຍສະມາຄົມນັກທຸລະກິດ ໄທ - ຫວຽດນາມ ຈັດ ໄດ້ໄຂຂຶ້ນຢູ່ໄທ. ເວທີປາໄສແມ່ນບ່ອນດຳເນີນບັນດາການເຄື່ອນໄຫວວາງສະແດງຜະລິດຕະພັນ, ສົ່ງເສີມການຄ້າ, ແລກປ່ຽນເຕັກໂນໂລຢີເພື່ອແນໃສ່ເພີ່ມທະວີການແລກປ່ຽນການຄ້າ, ເຊື່ອມຕໍ່ ແລະ ສ້າງເຄືອຂ່າຍລະຫວ່າງບັນດາວິສາຫະກິດ ຫວຽດນາມ ກັບບັນດາວິສາຫະກິດ ໄທ ແລະ ລາວ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ລາວ ໄປອວຍພອນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ.
ຍສໝ - ກອງປະຊຸມສຳມະນາໄດ້ຮັບຮູ້ບັນດາບົດປະກອບຄໍາເຫັນດ້ວຍການແບ່ງປັນຫຼາຍຢ່າງຈາກບັນດາຜູ້ແທນທີ່ເປັນອະດີດນັກຊ່ຽວຊານຕຳຫຼວດຫວຽດນາມ ຢູ່ລາວ ແລະ ອະດີດນາຍຕຳຫຼວດລາວ ທີ່ເຄີຍຮ່ຳຮຽນຢູ່ ຫວຽດນາມ.
ຍສໝ - ທີ່ການຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ, ທ່ານລັດຖະມົນຕີຫວຽດນາມ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍລາວຢ່າງສຸດຂີດ ເພື່ອໃຫ້ລາວລາວ ປະສົບຜົນສຳເລັດໃນການດຳລົງບົດບາດເປັນປະທານອາຊຽນ ໃນປີ 2024.
ຍສໝ - ຫວ່າງແລ້ວນີ້, ຢູ່ເຮືອນຮັບແຂກລັດຖະບານ ໄດ້ດຳເນີນການປຶກສາຫາລືດ້ານການເມືອງ ຫວຽດນາມ - ລາວ ຄັ້ງທີ 7 ພາຍໃຕ້ການເປັນປະທານຮ່ວມຂອງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງຢ້ຽວ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໂພໄຊ ໄຂຄຳພິທູນ
ຍສໝ - ທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເລຕ້ຽນເຈົາ ແລະ ທ່ານຮອງປະທານສູນກາງແນວລາວ ສ້າງຊາດ ຄໍາເຜີຍ ບຸດດາວຽງ ໄດ້ຕາງໜ້າສອງຝ່າຍ ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືເພື່ອພ້ອມກັນພັດທະນາ ໃນໄລຍະ 2022-2025.
ຍສໝ - ປະເທດຫວຽດນາມ ໄດ້ລໍ່ລ້ຽງຈິດໃຈຂອງນັກສິລະປິນກໍ່ຄືສ້າງຂີດໝາຍຄາວຮ່ຳຮຽນ ແລະ ເຮັດວຽກຂອງບ່າວລາວ ບຸນແທ່ງ ສຸກສະຫວັດ. ຢູ່ທີ່ນີ້, ຄວາມຮັກຂອງເພິ່ນກັບສາວຫວຽດນາມໄດ້ "ແຕກດອກອອກຜົນ".
ຍສໝ - ໃນວັນທີ 22 ພະຈິກນີ້, ຢູ່ແຂວງສະຫວັນນະເຂດ, ສປປ.ລາວ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ ປີ 2022. ສອງຝ່າຍໄດ້ແລກປ່ຽນ, ປຶກສາຫາລື ແລະ ເຫັນດີເອກະສັນກັນ ຕໍ່ທິດທາງ ແລະ ແຜນການສ້າງເສັ້ນຊາຍແດນມິດຕະພາບ ລາວ-ຫວຽດນາມ ໃນໄລຍະຈະມາເຖິງ. ໜັງສືພິມ ມະຫາສາມັກຄີ ໄດ້ລົງພິມຖະແຫຼງການຮ່ວມຂອງກອງປະຊຸມ.
ຍສໝ - ສະຫາຍພົນຈັດຕະວາ ຕະກວາງຈວຽນ, ຫົວໜ້າບັນນາທິການວາລະສານທ່ົວປວງຊົນປ້ອງກັນຊາດ ໃຫ້ຮູ້ວ່າ ໃນໄລຍະເກືອບ 1 ເດືອນ, ເຖິງວ່າເງື່ອນໄຂຍັງປະສົບກັບຄວາມຫຍຸ້ງຍາກ ຫຼາຍຢ່າງກໍ່ຕາມ, ແຕ່ຊຸດຝຶກອົບຮົມ ໄດ້ປະຕິບັດຖືກຕາມແຜນການ, ເນື້ອໃນໂຄງການທີ່ໄດ້ວາງອອກ ແລະບັນລຸໝາກຜົນທີ່ດີ.
ຍສໝ - ຕອນເຊົ້າວັນທີ 22 ພະຈິກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ຕ້ອນຮັບຄະນະ.
ຍສໝ - ກອງປະຊຸມປີນີ້ໄດ້ດຳເນີນໄປດ້ວຍຫົວຂໍ້ວ່າ: "ການປົກປ້ອງສັງຄົມໃນໄລຍະຟື້ນຟູຫຼັງໂລກລະບາດ". ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໃນຮູບແບບທາງໄກ.
ຍສໝ - ການຢ້ຽມຢາມ ດໍາເນີນແຕ່ວັນທີ 17-19 ພະຈິກ 2022, ເພື່ອແນໃສ່ ຜັນຂະຫຍາຍຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022”; ປະກອບສ່ວນປັບປຸງສາຍ ພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງກອງທັບສອງປະເທດ ເວົ້າລວມ, ເວົ້າສະເພາະ ກົມໃຫຍ່ການເມືອງ ກອງທັບປະຊາຊົນສອງປະເທດ ກວ່າອີກ.
ຍສໝ - ການສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດ CLV ມີຄວາມສອດຄ່ອງກັບ ວິໄສທັດຂອງປະທານສະພາແຫ່ງຊາດສາມປະເທດລຸ້ນຕ່າງໆ.
ຍສໝ - ເຫດການດັ່ງກ່າວໄດ້ດຳເນີນຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກກຳປູເຈຍ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 43 (AIPA - 43), ດ້ວຍການເປັນສັກຂີພິຍານຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່. ການສ້າງກົນໄກກອງປະຊຸມຂັ້ນສູງສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ເໝາະສົມກັບວິໄສທັດຂອງປະທານສະພາແຫ່ງຊາດ 3 ປະເທດຫຼາຍໆລຸ້ນ.