ອົດສະຕຣາລີ ສະໜັບສະໜູນອຸປະກອນ ເຕັກໂນໂລຊີ ເຂົ້າໃນລະບົບພັດທະນາວິຊາຊີບຄູ ຂອງ ສປປ ລາວ

09:24 | 26/07/2023

ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງສະຫະລັດ ອາເມລິກາ (USAID) ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ

ການພົບປະແລກປ່ຽນກິລາ ປະກອບສ່ວນເພີ່ມທະວີຄວາມສາມັກຄີ​ອາ​ຊຽນ ກັບ​ກະຊວງການຕ່າງປະເທດອົດສະຕຣາລີ ການພົບປະແລກປ່ຽນກິລາ ປະກອບສ່ວນເພີ່ມທະວີຄວາມສາມັກຄີ​ອາ​ຊຽນ ກັບ​ກະຊວງການຕ່າງປະເທດອົດສະຕຣາລີ
ອົດສະຕຣາລີ ສືບຕໍ່ໜູນຊ່ວຍວັກຊີນ ໂຄວິດ-19 ໃຫ້ຫວຽດນາມ 3,7 ລ້ານ ໂດສ ອົດສະຕຣາລີ ສືບຕໍ່ໜູນຊ່ວຍວັກຊີນ ໂຄວິດ-19 ໃຫ້ຫວຽດນາມ 3,7 ລ້ານ ໂດສ

​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງສະຫະລັດ ອາເມລິກາ (USAID) ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫລື ແຜນງານບີຄວາ ເປີດຊຸດຝຶກອົບຮົມຄັ້ງທີສອງ ຢູ່ວິທະຍາ​ໄລ​ຄູ​ຄັງ​ໄຂ ​ແຂວງ​ຊຽງ​ຂວາງ ເພື່ອຝຶກການໃຫ້ການຊ່ວຍເຫລືອຄູສອນ ຊັ້ນປະຖົມສຶກສາ ໂດຍນໍາ​ໃຊ້ແທັບເລັດ ຈຳນວນ 1.245 ເຄື່ອງ ໃນການເກັບກຳຂໍ້ມູນ ແລະ ການຝຶກອົບຮົມ ໃຫ້ແກ່ທີມງານຜູ້ເຮັດວຽກສຶກສານິເທດ ຢູ່ໃນ 30 ເມືອງເປົ້າໝາຍຂອງແຜນງານ ບີ​ຄວາ.

ອົດສະຕຣາລີ ສະໜັບສະໜູນອຸປະກອນ ເຕັກໂນໂລຊີ ເຂົ້າໃນລະບົບພັດທະນາວິຊາຊີບຄູ ຂອງ ສປປ ລາວ

ໄລຍະການຝຶກອົບຮົມ ຈະ​ໄດ້ຮັບແທັບເລັດ ແລະ ຮຽນຮູ້ພື້ນຖານການນຳໃຊ້ແທັບເລັດ, ວິທີການເຂົ້າເຖິງສື່ການຮຽນການສອນດີຈິຕອນ ເຊັ່ນ: ຢູທູບ ແລະ ວິດີໂອສຳລັບ ການພັດທະນາຄູ ແລະ ທາງຄັງປັນຍາລາວ. ນອກນີ້, ຍັງຈະໄດ້ຮຽນຮູ້ວິທີການນໍາໃຊ້ ອຸປະກອນເພື່ອການສື່ສານ ແລະ ຂໍ້ມູນຂ່າວສານ ສໍາລັບການເກັບຂໍ້ມູນ ແລະ ການເກັບບັນທຶກຂໍ້ມູນ ຈາກການລົງ ຕິດຕາມໂຮງຮຽນ. ທັງນີ້, ກໍເພື່ອໃຫ້ເຂົາເຈົ້າສາມາດປະສົມປະສານເຄື່ອງມືທັນສະໄໝ ເຂົ້າໃນລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສ້າງຄວາມເຂັ້ມແຂງ ດ້ານຄຸນນະພາບ ດ້ານການສອນ ແລະ ປັບປຸງຜົນການຮຽນຂອງນັກ ຮຽນ ແລະ ການມີສ່ວນຮ່ວມຂອງພວກເຂົາ.

ທີມງານດ້ານວິຊາການວິທະຍາໄລຄູ ຈະໃຊ້ແທັບເລັດ ເພື່ອສະໜອງການສະໜັບສະໜູນ ໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ແບບທາງໄກ ໂດຍໃຊ້ຊ່ອງທາງ ຜ່ານຊູມ (Zoom) ແລະ ວອດແອັບ (WhatsApp), ແທັບເລັດ ຈະຊ່ວຍໃຫ້ພວກເຂົາສາມາດສົ່ງຕໍ່ສື່ການຮຽນການສອນ ໃຫ້ແກ່ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ. ນອກຈາກນັ້ນ, ທີມງານວິຊາການ ຍັງສາມາດ ໃຊ້ແທັບເລັດ ໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ດ້ວຍການຮຽນຮູ້ແບບດີຈິຕອນ.

ທ່ານ ເກດ ​ພັນ​ລັກ ຫົວໜ້າ​ກົມ​ສ້າງ​ຄູ ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້ກ່າວ​ວ່າ: ປັດຈຸບັນ, ມີ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ ຕໍ່​ການ​ເຂົ້າ​ເຖິງສື່ການຮຽນ-ການສອນແບບດີຈິຕອນ ​ເຊັ່ນ: ຄອມ​ພິວ​ເຕີ ​ແລະ ອິນ​ເຕີ​ເນັດ ເຊິ່ງການ​ພັດທະນາ​ ຄວາມ​ສາມາດ​ ດ້ານ​ວິຊາ​ການ​ໃນ​ການ​ນຳ​ໃຊ້​ເຄື່ອງມື​ດັ່ງກ່າວ ທີ່ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ ແມ່ນເປັນສິ່ງທີ່ດີ ເພື່ອຊ່ວຍເຫລືອທີມງານດ້ານວິຊາການ ຈາກວິທະຍາໄລຄູ ແລະ ທີມງານຜູ້ເຮັດວຽກສຶກສານິເທດ ດ້ານອຸປະກອນ ແລະ ການຈັດການຝຶກອົບຮົມ ຈະຊ່ວຍພັດທະນາບັນດາທັກສະພຶ້ນຖານດ້ານເຕັກນິກ ເພື່ອຮູ້ນຳໃຊ້ສື່ການການຮຽນການສອນທີ່ເປັນດີຈີຕອນ ເຊິ່ງພະ ນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ ຈະໃຊ້ແທັບແລັດ ໃນລະຫວ່າງການລົງຕິດຕາມໂຮງຮຽນ ເພື່ອເກັບກໍາຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດ ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ຈະ​ເລີ່ມຕົ້ນໃຫ້ການຊ່ວຍເຫລືອຄູ ຊັ້ນ​ປະຖົມສຶກສາ​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ​ ໃນ​ໄລຍະ​ເປີດ​ສົກຮຽນ​ໃໝ່​ ໃນ​ເດືອນ​ກັນຍານີ້ ​ໂດຍຈະລົງໄປຕິດຕາມ ເພື່ອນທີ່ເປັນຄູດ້ວຍກັນ ໃນໂຮງຮຽນປະຖົມແຫ່ງອື່ນ ແລະ ໃຫ້ຄຳແນະນຳລາຍບຸກຄົນ ເພື່ອຊ່ວຍເຂົາເຈົ້າປັບ ປຸງທັກສະ ແລະ ຄວາມຮູ້ກ່ຽວກັບ ການສອນຂອງເຂົາເຈົ້າ.

KPL

ເຫດການ
302 Found

Found

The document has moved here.