ຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະ ໃຫ້ພະນັກງານສານທະຫານ ແຫ່ງ ສປປ ລາວ

00:00 | 26/07/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 18 ກໍລະກົດ​ນີ້, ຢູ່​ກອງ​ບັນຊາ​ການ 871 (ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ), ກອງ​ບັນຊາ​ການ​ທະຫານ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ຊຸດ​ອົບຮົມ​ວິຊາ​ຊີບ ໃຫ້ແກ່​ພະນັກງານ​ສານ​ທະຫານ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ.

ສານທະຫານສອງປະເທດ ຫວຽດນາມ - ລາວ ແລກປ່ຽນດ້ານວິຊາສະເພາະ ສານທະຫານສອງປະເທດ ຫວຽດນາມ - ລາວ ແລກປ່ຽນດ້ານວິຊາສະເພາະ
ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ ເປີດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ແຫ່ງ ສປປ ລາວ

ກ່າວຄຳເຫັນທີ່ພິທີໄຂ, ສະຫາຍ ພົນຕີ ເຢືອງວັນຖັງ, ຮອງປະທານສານປະຊາຊົນສູງສຸດ, ປະທານສານທະຫານສູນກາງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ບົນພື້ນຖານສາຍພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງກອງທັບ ຫວຽດນາມ-ລາວ, ການຮ່ວມມືລະຫວ່າງບັນດາອົງການຕຸລາການຂອງກອງທັບສອງປະເທດບັນລຸໄດ້ໝາກຜົນທີ່ດີຫຼາຍຢ່າງ. ຊຸດຝຶກອົບຮົມວິຊາສະເພາະຄັ້ງນີ້ສະແດງໃຫ້ເຫັນການສືບຕໍ່ ແລະເສີມຂະຫຍາຍມູນເຊື້ອຮ່ວມມືອັນດີງານນັ້ນຢ່າງມີປະສິດທິຜົນ.

ຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະ ໃຫ້ພະນັກງານສານທະຫານ ແຫ່ງ ສປປ ລາວ

ສະຫາຍ ພົນຕີ ເຢືອງວັນຖັງ ໃຫ້ຮູ້ວ່າ ໃນໄລຍະຝຶກອົບຮົມ 1 ເດືອນ, ພະນັກງານສານທະຫານ 20 ຄົນຂອງ ສປປ ລາວ ຈະແລກປ່ຽນຄວາມຮູ້ດ້ານກົດໝາຍ ແລະບົດຮຽນກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວຂອງສານທະຫານຫວຽດນາມ ເພື່ອແນໃສ່ຄົ້ນຄ້ວານໍາໃຊ້ເໝາະສົມຮູບແບບ, ການຈັດຕັ້ງຂອງອົງການ, ກົມກອງຂອງຕົນ. ໃນໄລຍະຝຶກອົບຮົມ, ຝ່າຍຫວຽດນາມ ຍັງຈະຄົ້ນຄວ້າ, ຮັບເອົາບັນດາບົດຮຽນທີ່ດີຂອງຝ່າຍລາວ ເພື່ອເພີ່ມເຕີມເຂົ້າທິດສະດີ ແລະການເຄື່ອນໄຫວຕົວຈິງຂອງຕົນ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.