ກອງປະຊຸມ AMM-56: ຫວຽດນາມ - ລາວ ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ

00:00 | 26/07/2023

ຍສໝ - ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ລາວ ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ໃນການສົມທົບ​​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ຢູ່​ບັນດາ​ກົນ​ໄກ​ຮ່ວມ​ມື​ ອາ​ຊຽນ ​ແລະ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.

ບັນດາການເຄື່ອນໄຫວຢູ່ນອກກອງປະຊຸມ AMM-56 ບັນດາການເຄື່ອນໄຫວຢູ່ນອກກອງປະຊຸມ AMM-56
ຫວຽດນາມ ຊຸກຍູ້ຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມໃນອາຊຽນ ຫວຽດນາມ ຊຸກຍູ້ຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມໃນອາຊຽນ

ຕອນ​ເຊົ້າ​ວັນ​ທີ 11 ກໍລະກົດ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 56 (AMM-56) ​ແລະ ບັນດາ​ກອງປະຊຸມທີ່​ກ່ຽວຂ້ອງ​ຢູ່​ນະຄອນຫຼວງ Jakarta (ອິນໂດເນເຊຍ).

ທີ່​ການ​ພົບ​ປະ, ສອງຝ່າຍ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ຫວຽດນາມ - ລາວ, ພິ​ເສດ​ແມ່ນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ພົວພັນ​ຂັ້ນ​ສູງ, ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແມ່ນ​ການ​ນຳ​ສະໜາມບິນໜອງຄ້າງ (ຢູ່ແຂວງ​ຫົວພັນ, ພາກຕາເວັນອອກສ່ຽງເໜືອຂອງລາວ) ເຂົ້າສູ່ການເຄື່ອນໄຫວ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ທັງເປັນການອໍານວຍຄວາມສະດວກໃຫ້ແກ່ການເດີນທາງຂອງປະຊາຊົນ.

ກອງປະຊຸມ AMM-56: ຫວຽດນາມ - ລາວ ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ

ລັດຖະມົນຕີທັງສອງທ່ານ ໄດ້ຕີລາຄາສູງການຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ; ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ໝາກຜົນ​ອັນ​ຕັ້ງໜ້າ​ຂອງ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ຂອງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຄັ້ງ​ທີ 8 (ເຊິ່ງໄດ້​ດຳ​ເນີນ​ຢູ່​ລາວ ​ໃນ​ເດືອນມິຖຸນາ 2023); ຢືນຢັນ​ຈະ​ສົມທົບ​ກັນ​ຊຸກຍູ້ ​ແລະ ຈັດຕັ້ງປະຕິບັດ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ການ​ທູດ​ເສດຖະກິດ ​ໃນ​ສະພາບ​ການ​ເສດຖະກິດ​ພາກ​ພື້ນ ​ແລະ ​ໂລກທີ່​ພວມ​ຜັນ​ແປ​ຫຼາຍຢ່າງ.

2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ໃນການສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ຢູ່​ບັນດາ​ກົນ​ໄກ​ຮ່ວມ​ມື​ ອາ​ຊຽນ ​ແລະ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ; ແລກປ່ຽນ ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່ຕ່າງ​ຝ່າຍຕ່າງ​​ມີ​ຄວາມ​ສົນ​ໃຈຢ່າງເປັນປະຈຳ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.