ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ

00:00 | 25/07/2023

ຍສໝ - ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທັງເມີ້ນ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານຫວຽດນາມ - ລາວ.

ລາວ ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX ລາວ ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX
ປະທານສະພາແຫ່ງຊາດ ມອບຂອງຂວັນໃຫ້ແກ່ຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ຂອງລາວ ປະທານສະພາແຫ່ງຊາດ ມອບຂອງຂວັນໃຫ້ແກ່ຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ຂອງລາວ

ໃນກໍລະກົດ, ຢູ່​ນະຄອນ ຟູ໋ກວກ, ​ແຂວງກຽນ​ຢາງ, ທ່ານ ​ເຈີ່ນແທັງເມີ້ນ ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ ສູນທອນ ​ໄຊ​ຍະ​ຈັກ - ຮອງ​ປະທານ​ສະພາ​ແຫ່ງ​ຊາດລາວ, ປະທານ​ຄະນະມິດຕະພາບ​ລັດຖະສະພາ ​ລາວ - ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາວ ​ທີ່​ເດີນທາງ​ມາຫວຽດນາມ ເພື່ອເຂົ້າຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 14 ຂອງ​ກຸ່ມ​ທີ່​ປຶກ​ສາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (AIPA Caucus 14).

ທີ່​ການ​ພົບ​ປະ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທັງເມີ້ນ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ໃຫ້ເລິກເຊິ່ງກວ້າງຂວາງ.

ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ

ຕາງໜ້າ​ໃຫ້​ສະພາ​ແຫ່ງ​ຊາດ​ຫວຽດນາມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ ສູນທອນ ​ໄຊ​ຍະ​ຈັກ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ທີ່ມາຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ AIPA Caucus ຄັ້ງ 14; ພ້ອມ​ກັນ​ນັ້ນ ກໍ​ສະແດງຄວາມຊົມເຊີຍປະ​ເທດ ​ແລະ ​ປະຊາຊົນ​ລາວ ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ໃນ​ປີ 2022.

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ເຈີ່ນແທັງເມີ້ນ ຕີ​ລາຄາ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້, ຈັດຕັ້ງປະຕິບັດ​ຢ່າງ​ກົງ​ໄປ​ກົງ​ມາ, ​ເລິກ​ເຊິ່ງ, ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ປະຈຸ​ບັນ, ຄະນະ​ຜູ້​ແທນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ພວມ​ສົມທົບ​ກັນ​ຈັດ​ຕັ້ງ​ຊຸດ​ອົບຮົມ​ ໃຫ້​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາວ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດຫວຽດນາມ ພວມ​ຈັດ​ຕັ້ງ​ຊຸດ​ອົບຮົມ​ພາສາ​ຫວຽດນາມ ​ໃຫ້​ແກ່ຄະນະເລຂາທິການ ສະພາແຫ່ງຊາດລາວ.

​ທ່ານ​ນາງ ສູນທອນ ​ໄຊ​ຍະ​ຈັກ - ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ຂອບ​ໃຈ​ພັກ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດຫວຽດນາມ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ​ຄຽງບ່າຄຽງໄຫຼ່​ກັບ​ລາວ ​ໃນ​ໄລຍະ​ຜ່ານ​ມາ.

ໂດຍຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຜ່ານ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ຫວັງ​ວ່າ 2 ຝ່າຍ​ຈະ​ມາ​ນະ​ພະ​ຍາ​ຍາມ​ຍູ້ໄວ ແລະ ສຳເລັດ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​​ລົງ​ທຶນຈາກຫວຽດ​ນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.