ໂຮງຮຽນນາຍທະຫານບົກ ເລກ 1 ໄດ້ຈັດພິທີຮັບປະກາດຈົບຊັ້ນ ລຸ້ນ 38 ນັກສຳມະນາກອນກອງທັບປະຊາຊົນລາວ

00:00 | 26/07/2023

ໃນຕອນເຊົ້າຂອງວັນທີ 13 ມິຖຸນານີ້, ໂຮງຮຽນນາຍທະຫານບົກ ເລກ 1 ໄດ້ຈັດພິທີຮັບປະກາດຈົບຊັ້ນ ລຸ້ນ 38 ນັັກສຳມະນາກອນກອງທັບປະຊາຊົນລາວ

ສະຫາຍ ພົນຈັດຕະວາ ຟ້າ​ມກົວກ​ຕັວນ, ຮອງອຳນວຍການໂຮງຮຽນນາຍ​ທະຫານບົກ ເລກ 1 ​ເປັນ​ປະທານໃນພິທີ​ດັ່ງກ່າວ.

​ໃນ​ໄລຍະ 4 ປີ​ຂອງ​ການ​ຮ່ຳຮຽນ ​ແລະ ຝຶກ​ຝົນ​ຢູ່​ໂຮງຮຽນ, ສຳມະນາກອນຊຸດທີ 38 ໄດ້ຮັບການບຳລຸງສ້າງດ້ານນາຍທະຫານບັນຊາການເສນາທິການທະຫານບົກຂັ້ນ ລະດັບມະຫາວິທະຍາໄລ. ໂຮງຮຽນ​ຍາມ​ໃດ​ກໍ່​ຖືເປັນສຳຄັນການຍົກສູງກຳລັງຄວາມ​ສາມາດໃນການ​ປະຕິບັດ​ຕົວ​ຈິງ, ​ແບ່ງປັນ​ບົດຮຽນ​ໃນ​ການ​ສູ້​ຮົບ ​ແລະ ໃນການສິດສອນ; ພື້ນຖານວັດຖຸຮັບປະກັນໃຫ້ໜ້າທີ່ສິດສອນ, ການດຳລົງຊີວິດນັບມື້ນັບສົມບູນ. ພ້ອມກັນນັ້ນ ກໍ່ແມ່ນຄວາມເອົາໃຈໃສ່ , ນໍາ​ພາ, ຊີ້ນຳຂອງຄະນະພັກ, ຄະນະອຳນວຍການໂຮງຮຽນ, ຄະນະວິຊາ , ບັນດາ​ອົງການ​ທີ່​ມີໜ້າ​ທີ່ ​ແລະ ​ຄະນະພັກບັນດາຂັ້ນ, ຜູ້​ບັນຊາ​ການຫົວໜ່ວຍ​ ​ໄດ້​ຊ່ວຍ​ໃຫ້ນັກ​ສຳມະນາກອນທະຫານລາວ ​ໄດ້​ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ພັດທະນາຢ່າງຮອບດ້ານ, ​ເຮັດ​ສຳ​ເລັດ​ເນື້ອ​ໃນ, ຫຼັກສູດຂອງ​ຊຸດຮຽນ ແລະ ໜ້າທີ່ທີ່ໄດ້​ມອບໝາຍ.

ໃນ​ໄລ​ຍະ​ການ​ຮ່ຳຮຽນ, ນັກສຳມະນາກອນຊຸດທີ 38 ໄດ້​ເປັນເຈົ້າການ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ຍາມໃດກໍ່ມີຄວາມພະຍາຍາມ​ໃນ​ການ​ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ປະຕິບັດ​ຕາມກົດໝາຍ​ແຫ່ງ​ລັດ, ກົດລະບຽບວິ​ໄນດ້ານ​ການ​ທະຫານ, ບັນດາຂໍ້ກຳນົດກົດລະບຽບຂອງໂຮງຮຽນ ແລະ ກົມກອງ; ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ ​ແລະ ກິລາ; ສ້າງ​ຈິດ​ໃຈ​ສາມັກຄີ​ສາກົນ, ຄວາມສາມັກຄີທະຫານປະຊາຊົນ.

ສິ້ນສຸດຊຸດຮຽນ, 100% ນັກສຳມະນາກອນໄດ້ີໍຮັບການຮັບຮອງຮຽນຈົບ. ໃນນັ້ນ, ມີ 4 ສະຫາຍ ທີ່ຮຽນຈົບດ້ວຍກຽດນິຍົມ; 1 ສະຫາຍ ໄດ້ຮັບໃບຍ້ອງຍໍຈາກກະຊວງປ້ອງກັນປະເທດ; ວິທະຍາຄານ ໄດ້ຍ້ອງຍໍ ແລະ ມອບນາມມະຍົດນາມມະຍົດນັກຮົບແຂ່ງຂັນຮາກຖານ 8 ສະຫາຍ, ມອບນາມມະຍົດນາຍທະຫານກ້າວໜ້າ 23 ສະຫາຍ.

Kết thúc khóa học, 100% học viên được công nhận tốt nghiệp. Trong đó, có 4 đồng chí tốt nghiệp loại giỏi; 1 đồng chí được tặng Bằng khen của Bộ Quốc phòng; 8 lượt học viên được Nhà trường tặng Danh hiệu Chiến sĩ thi đua cơ sở, 23 lượt học viên được tặng danh hiệu Chiến sĩ tiên tiến.

ໂຮງຮຽນນາຍທະຫານບົກ ເລກ 1 ໄດ້ຈັດພິທີຮັບປະກາດຈົບຊັ້ນ ລຸ້ນ 38 ນັກສຳມະນາກອນກອງທັບປະຊາຊົນລາວ

ທ່ານ ພົນຈັດຕະວາ ຟ້າ​ມກົວກ​ຕັວນ ໄດ້ມອບໃບປະກາດຈົບໃຫ້ຕົວແທນນັກສຳມະນາກອນ.

ໝາກຜົນຂອງຊຸດຮຽນດັ່ງກ່າວໄດ້ປະກອບສ່ວນເຮັດໃຫ້ໂຮງຮຽນສຳເລັດພາລະກິດການບຳລຸງສ້າງດ້ານນາຍທະຫານບັນຊາການເສນາທິການທະຫານບົກຂັ້ນ ລະດັບມະຫາວິທະຍາໄລ​ໃຫ້ເເກ່ ລາວ. ນັບ​ແຕ່​ປີ 1960 ​ເປັນ​ຕົ້ນ​ມາ, ວິທະຍາຄານໄດ້ບຳລຸງສ້າງ ​ແລະ ​ໄດ້​ຢັ້ງຢືນການຮຽນຈົບໃຫ້ແກ່ຖັນ​ແຖວ​ພະນັກງານ​ກອງທັບ​ປະຊາຊົນ​ລາວ​, ເຊິ່ງໄດ້ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຝຶກ​ອົບຮົມ, ຄຸ້ມຄອງ ​ແລະ ບັນຊາ​ການ​ຢູ່​ບັນດາ​ຫົວໜ່ວຍ​ກອງທັບ​ປະຊາຊົນ​ລາວ.

ສະຫາຍ ພົນຈັດຕະວາ ຟ້າ​ມກົວກ​ຕັວນ ຫວັງວ່າ ບັນດາສະຫາຍ ລຸ້ນທີ38 ເມື່ອກັບເມືອປະເທດ ຈະຍົກສູງຄວາມຮັບຜິດຊອບ, ແບບຢ່າງ, ຄວາມມານະພະຍາຍາມສູ້ຊົນ,ເສີມຂະຫຍາຍກຳລັງຄວາມສາມາດ, ລະດັບຄວາມຮູ້ຄວາມສາມາດເຂົ້າໃນການເຮັດວຽກງານໃຫ້ປະສົບຜົນສຳເລັດທຸກໜ້າທີ່ໄດ້ຮັບມອບໝາຍ, ສົມແກ່ການເປັນນາຍທະຫານດີເດັ່ນຂອງກອງທັບປະຊາຊົນລາວ.

ໃນພິທີ, ທ່ານ ພົນຈັດຕະວາ ຟ້າ​ມກົວກ​ຕັວນ ໄດ້ມອບໃບປະກາດຈົບໃຫ້ຕົວແທນນັກສຳມະນາກອນ ແລະ ມອບລາງວັນໃຫ້ບັນດາສະຫາຍທີ່ໄດ້ຮັບນາມມະຍົດນັກຮົບແຂ່ງຂັນຮາກຖານ ແລະ ມອບນາມມະຍົດນາຍທະຫານກ້າວໜ້າ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ