ການນຳໃຊ້ແຫຼ່ງທຶນ ແລະ ເຕັກໂນໂລຊີຢ່າງມີປະສິດທິຜົນ ເພື່ອຮັບປະກັນການພັດທະນາຢ່າງວ່ອງໄວຢູ່ ຫວຽດນາມ ແລະ ລາວ

00:00 | 26/07/2023

ຍສໝ - ວັນ​ທີ 29 ມິຖຸນາ​, ຢູ່​ນະຄອນ​ລາວ​ກາຍ, ສະຖາບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ, ສະຖາບັນ​ການ​ເມືອງ ​ແລະ ການປົກຄອງແຫ່ງ​ຊາດ​ລາວ, ສະຖາບັນບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ ​ແລະ ສະຖາບັນ​ວິທະຍາສາດ​ເສດຖະກິດ - ສັງຄົມ ​ລາວ ​ໄດ້​ສົມທົບກັນ​ຈັດ​ຕັ້ງ​ກອງ​ປະຊຸມສອງ​ຝ່າຍ​ຫວຽດ​ນາມ - ລາວ ປີ 2023 ດ້ວຍ​ຫົວ​ຂໍ້​ວ່າ: “ການລະດົມການ​ເຄື່ອນ​ໄຫວ​ນຳ​ໃຊ້​ແຫຼ່ງ​ທຶນ, ເຕັກ​ໂນ​ໂລ​ຊີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ ແລະ ​ຍືນ​ຍົງ​ຢູ່​ ຫວຽດ​ນາມ ແລະ ລາວ”.

ຊຸກຍູ້ການຮ່ວມມືລະຫວ່າງຂະແໜງໂຄສະນາອົບຮົມກອງທັບ ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືລະຫວ່າງຂະແໜງໂຄສະນາອົບຮົມກອງທັບ ຫວຽດນາມ ແລະ ລາວ
ຍູ້ແຮງການຮ່ວມມືດ້ານເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດສ້າງລະຫວ່າງ ຫວຽດນາມ ແລະ ລາວ ຍູ້ແຮງການຮ່ວມມືດ້ານເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດສ້າງລະຫວ່າງ ຫວຽດນາມ ແລະ ລາວ

ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ໄຈ້​ແຍກ ​ແລະ ຕີ​ລາຄາ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ການ​ລະດົມ​ທຶນ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ, ບົດຮຽນປະສົບການ​ໃນ​ການ​ລະດົມ​ທຶນ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ​ເພື່ອ​ຮັບປະກັນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ຫວຽດນາມ - ລາວ.

ທັງ​ສອງ​ປະ​ເທດ​ໄດ້ພັດທະນາ​ ຈາກ​ພື້ນ​ຖານ​ຂອງ​ເຕັກ​ໂນ​ໂລ​ຊີ​ທີ່ຫຼ້າຫຼັງ, ​ແຕ່​ວ່າເລື່ອງນັ້ນ​ ກໍ່ພວມມີ​ການ​ປ່ຽນ​ແປງ​ແລ້ວ. ບັນດາເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ແລະ ປະ​ຊາ​ຊົນ​ຢູ່ ຫວຽດ​ນາມ ແລະ ລາວ ພວມໄດ້ຮັບຜົນ​ປະ​ໂຫຍດ​ຫລາຍ​ຢ່າງຈາກໂປູແກູມ.

ການນຳໃຊ້ແຫຼ່ງທຶນ ແລະ ເຕັກໂນໂລຊີຢ່າງມີປະສິດທິຜົນ ເພື່ອຮັບປະກັນການພັດທະນາຢ່າງວ່ອງໄວຢູ່ ຫວຽດນາມ ແລະ ລາວ

ຍິ່ງ​ໄປ​ກວ່າ​ນັ້ນ, ການ​ປະກອບສ່ວນ​ຂອງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ສູ່​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ​ຂອງ​ຫວຽດນາມ ​ແລະ ລາວ ພວມ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ດ້ວຍ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​ຂອງ​ວິ​ວັດ​ການ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4, ຫວຽດ​ນາມ ແລະ ລາວ ຈະ​ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ບຸກ​ທະ​ລຸ ​ເພື່ອ​ເຂົ້າ​ເຖິງ ແລະ ເປັນ​ເຈົ້າ​ການ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ.

ບັນດາ​ຜູ້​ແທນຖືວ່າ ຄວນ​ໃຫ້​ບຸລິມະສິດ​​ບັນດາ​ໂຄງການ FDI ​ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີ​ໃໝ່, ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ, ​ເຕັກ​ໂນ​ໂລ​ຢີສະອາດ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

ນະໂຍບາຍດຶງດູດ FDI ຄວນຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ປະສິດທິຜົນເສດຖະກິດ - ສັງຄົມ, ສຸມໃສ່ ແລະ ຊຸກຍູ້ບັນດາໂຄງການນຳໃຊ້ ແລະ ຖ່າຍທອດເຕັກໂນໂລຢີ, ພິເສດແມ່ນເຕັກໂນໂລຢີສູງ ແລະ ເຕັກໂນໂລຢີໃໝ່ທີ່ກ້າວໜ້າ.

ສ່ວນບັນຫາທຶນຮອນ, ພາຍຫຼັງ​ເກືອບ 4 ທົດສະວັດຂອງ​ໄລຍະປ່ຽນແປງໃໝ່, ຫວຽດນາມ ​ໄດ້​ປັບປຸງ​ບັນດາ​ອົງການ​ຄຸ້ມ​ຄອງ​ເສດຖະກິດ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ລະດົມ ​ແລະ ນຳ​ໃຊ້​ທຶນຮອນ​ຂອງ​ປະ​ເທດ​ຊາດຢ່າງ​ມີ​ປະສິດທິ​ຜົນ​ກວ່າ.

​ເພື່ອ​ນຳ​ໃຊ້​ທຶນຮອນ​ຢ່າງ​ມີ​ປະສິດທິ​ຜົນ, ບັນດາ​ຜູ້​ແທນ​ກ່າວ​ວ່າ ຕ້ອງ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢ່າງ​ແຮງ​ ເພື່ອ​ດຶງ​ດູດການ​ທຶນ​ລົງທຶນ​ເຂົ້າ​ໃນ​ການ​ຜະລິດ. ຍູ້ແຮງການປັບປຸງໂຄງສ້າງຕະຫຼາດການເງິນຄືນໃໝ່ ດ້ວຍສາມພາກສ່ວນ, ຄື: ລະບົບທະນາຄານການຄ້າ, ຕະຫຼາດພັນທະບັດວິສາຫະກິດ ແລະ ຕະຫຼາດຫຼັກຊັບ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.