ລັດແຫ່ງ ສປປ ລາວ ປະດັບຫຼຽນໄຊໃຫ້ບັນດາໝູ່ຄະນະ ແລະ ສ່ວນບຸກຄົນຂອງແຂວງ ໄທຫງວຽນ

00:00 | 26/07/2023

ຍສໝ - ໃນວັນ​ທີ 20 ມິຖຸນາ 2023, ຄະນະ​ຜູ້​ແທນ​ແຂວງ​ຫຼວງ​ພະ​ບາງ - ສປປ ລາວ ນຳ​ໂດຍ​ທ່ານ ຄຳ​ຂັນ ຈັນທະ​ວີ​ສຸກ, ກຳມະການ​ສູນ​ກາງ​ພັກ, ​ເລຂາຄະນະພັກ, ​ເຈົ້າ​ແຂວງ​ຫຼວງ​ພະ​ບາງ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງໄທ​ຫງວຽນ.

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ລັດຖະກິດ ຣາຊະອານາຈັກ ກຳປູເຈຍ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ລັດຖະກິດ ຣາຊະອານາຈັກ ກຳປູເຈຍ
ຊຸດຝຶກອົບຮົມພາສາຫວຽດ ສຳລັບພະນັກງານ ແລະ ທະຫານປະຊາຊົນຂອງ ສປປ ລາວ ຈະດຳເນີນແຕ່ເດືອນມີນາ 2023 ຊຸດຝຶກອົບຮົມພາສາຫວຽດ ສຳລັບພະນັກງານ ແລະ ທະຫານປະຊາຊົນຂອງ ສປປ ລາວ ຈະດຳເນີນແຕ່ເດືອນມີນາ 2023

ທີ່​ການ​ພົບ​ປະ, ສະຫາຍ ​ເລຂາ​ຄະນະ​ພັກ​ແຂວງ ຫງວຽນ​ແທງ​ຫາຍ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ແຂວງຫຼວງ​ພະ​ບາງ ​ແລະ ຂອບ​ອົກ​ຂອບ​ໃຈ​ຕໍ່​ຄະນະ​ຜູ້​ແທນ ​ທີ່​ໄດ້​ມີ​ຄວາມ​ຮັກ​ແພງ​ທີ່​ມີ​ຕໍ່ແຂວງ​ໄທຫງວຽນ. ທ່ານ​ເລຂາ​ຄະນະ​ພັກ​ແຂວງ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ແຂວງໄທ​ຫງວຽນ ​ແລະ ​ແຂວງ​ຫຼວງ​ພະ​ບາງ ​ໄດ້​ຮັບ​ການ​ພັດທະນາ​ຢ່າງແໜ້ນແຟ້ນ, ​ແຕ່​ປີ 2010 – 2019 ​ໄດ້​ມີ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ 2 ຄັ້ງ (2010 ​ແລະ 2018).

ລັດແຫ່ງ ສປປ ລາວ ປະດັບຫຼຽນໄຊໃຫ້ບັນດາໝູ່ຄະນະ ແລະ ສ່ວນບຸກຄົນຂອງແຂວງ ໄທຫງວຽນ

ລັດແຫ່ງ ສປປ ລາວ ປະດັບຫຼຽນໄຊໃຫ້ບັນດາໝູ່ຄະນະ ແລະ ສ່ວນບຸກຄົນຂອງແຂວງ ໄທຫງວຽນ

ປີ 2018, ແຂວງໄທ​ຫງວຽນ ​ໄດ້​ໜູນ​ຊ່ວຍ​ແຂວງ​ຫຼວງ​ພະ​ບາງ​ກໍ່ສ້າງ​ເຮືອນ​ຫລັງ​ໃໝ່ 2 ຊັ້ນມີ 10 ​ຫ້ອງ​ໃຫ້​ນັກຮຽນ​ຊັ້ນ ມໍ 5, ມໍ 6, ມໍ 7 ຂອງ​ໂຮງຮຽນ​ມັດທະຍົມ​ສົມບູນ​ບ້ານ​ຄອຍ, ​ເຊິ່ງຕັ້ງ​ຢູ່​ຫ່າງ​ຈາກ​ໃຈກາງ​ນະຄອນ​ຫຼວງ​ພະ​ບາງ 4 ກິ​ໂລ​ແມັດ, ມີ​ມູນ​ຄ່າ 07 ຕື້ດົ່ງ. ​ໃນ​ປີ 2020, ຍ້ອນ​ຜົນສະທ້ອນ​ຂອງ​ພະຍາດ​ໂຄ​ວິດ-19, ​ແຂວງໄທ​ຫງວຽນ ​ໄດ້​ໜູນ​ຊ່ວຍ​ແຂວງ​ຫຼວງ​ພະ​ບາງ​ ດ້ວຍ​ເຄື່ອງ​ລະບາຍ​ອາກາດ ​ແລະ ອຸປະກອນ​ປ້ອງ​ກັນ​ພະຍາດ, ​ຄື: ​ຜ້າອັດປາກ, ນ້ຳ​ຢາ​ຕ້ານ​ເຊື້ອ​ພະຍາດ ເຊິ່ງມີມູນ​ຄ່າ​ເກືອບ 1,5 ຕື້​ດົ່ງ.

ໝາກຜົນ​ການ​ຮ່ວມ​ມື​ໃນ​ຊຸມ​ປີ​ຜ່ານ​ມາ​ ໄດ້​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ສອງ​ແຂວງໄທ​ຫງວຽນ - ຫຼວງ​ພະ​ບາງ.

​ເພື່ອ​ຍົກ​ສູງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ແຂວງ, ທ່ານ ຫງວຽນ​ແທງ​ຫາຍ ປາດ​ຖະໜາ​ວ່າ ​ໄທຫງວຽນ​ ຈະ​ສືບ​ຕໍ່​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ທ່ອງ​ທ່ຽວ ​ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ​ກັບ​ແຂວງ ຫຼວງ​ພະ​ບາງ, ປະກອບສ່ວນ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບສາມັກຄີແບບພິເສດ ຫວຽດນາມ-ລາວ.

​ເນື່ອງ​ໃນ​ໂອກາດ​ນີ້, ​ໂດຍ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ທ່ານ​ປະທານ​ປະ​ເທດ ​ສປປ ລາວ, ສະຫາຍ ຄຳ​ຂັນ ຈັນ​ທະ​ວີ​ສຸກ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ເຈົ້າ​ແຂວງ ຫຼວງ​ພະ​ບາງ ​ໄດ້​ປະດັບຫຼຽນ​ໄຊ​ອິດສະຫຼະ ຊັ້ນ 2 ​ໃຫ້​ສະຫາຍ ຫງວຽນ​ແທງ​ຫາຍ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ຫົວໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ແຂວງ ​ໄທ ຫງວຽນ​.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.