ຄະນະພະນັກງານກອງທັບປະຊາຊົນລາວ ແລກປ່ຽນບົດຮຽນວຽກງານຊາວໜຸ່ມຢູ່ທີ່ກອງພົນໃຫຍ່ ທີ2 ຢູ່ປະເທດຫວຽດນາມ

10:39 | 26/07/2023

ຍສໝ - ຄະນະພະນັກງານກອງທັບປະຊາຊົນລາວ ​ໂດຍ​ສະ​ຫາຍ​ ພັນ​ໂທ ບຸນ​ມີໄຊ​ ຄຳ​ພະຈັນ, ຫົວໜ້າຄະນະອົບຮົມ - ຈັດຕັ້ງ ຫ້ອງການຊາວໜຸ່ມ ກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ ຫາກໍ່ມີການເດີນທາງໄປຢ້ຽມຢາມ​, ແລກປ່ຽນ​ບົດຮຽນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມຢູ່ກອງພົນນ້ອຍ 673, ກອງພົນໃຫຍ່ ທີ 2.

ທີ່ການຕ້ອນຮັບຄະ​ນະ​ມີບັນດາ​ສະ​ຫາຍເຂົ້າຮ່ວມຄື: ສະ​ຫາຍ ພັນ​ເອກ ຫງວຽນ​ຮ່ວາງ​ຕູ໋, ຮອງຜູ້ຮັບຜິດຊອບການເມືອງກອງພົນໃຫຍ່ ທີ 2, ສະຫາຍ ພັນເອກສາມດາວ ເຈີ່ນ​ຮຶວຢຸງ ຮອງຫົວໜ້າຄະນະຊາວໜຸ່ມ ກອງທັບ; ສະຫາຍ ພັນເອກສາມດາວ ຟານຕ໋ວນເກື່ອງ, ຫົວໜ້າກອງພົນນ້ອຍ 673; ສະຫາຍພັນເອກ ລຶວວັນກາວ, ຜູ້ຮັບຜິດຊອບການເມືອງກອງພົນນ້ອຍ 673.

ຄະນະພະນັກງານກອງທັບປະຊາຊົນລາວ ແລກປ່ຽນບົດຮຽນວຽກງານຊາວໜຸ່ມຢູ່ທີ່ກອງພົນໃຫຍ່ ທີ2 ຢູ່ປະເທດຫວຽດນາມ
ຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກ

ຢູ່​ທີ່​ນີ້, ຜູ້ຕາງໜ້າຂອງ​ສອງ​ຝ່າຍ​ໄດ້​ນຳ​ສະ​ເໜີ​ກ່ຽວກັບຈຸດພິເສດ, ​ໂຄງ​ປະກອບ​ອົງການຈັດຕັ້ງ, ກົງຈັກ; ສົນທະນາກ່ຽວກັບບັນດາ​ເນື້ອໃນທີ່ຕ່າງຝ່າຍຕ່າງມີ​​ຄວາມ​ສົນ​ໃຈໃນວຽກງານຄະນະຊາວໜຸ່ມ ໂດຍຜ່ານເອົາບັນດາ​​ຂະບວນການຄື: “ຊາວ​ໜຸ່ມ​ກອງທັບແຂ່ງຂັນຝຶກ​ຝົນ​ຫຼໍ່​ຫຼອມຄຸນສົມບັດ, ຄວາມສາມາດ, ປະຈັນບານ, ສົມກັບທີ່​ໄດ້​ຮັບ​ນຂະໜານນາມ​ກອງທັບ​ລຸງ​ໂຮ່”; "ຊາວໜຸ່ມກອງທັບບືນຕົວໄປໄກ"; "ຊາວໜຸ່ມທະຫານກ້າວເຂົ້າສູ່ວິທະຍາສາດ ແລະ ເຕັກໂນໂລຊີ"...

ຄະນະພະນັກງານກອງທັບປະຊາຊົນລາວ ແລກປ່ຽນບົດຮຽນວຽກງານຊາວໜຸ່ມຢູ່ທີ່ກອງພົນໃຫຍ່ ທີ2 ຢູ່ປະເທດຫວຽດນາມ
ໜ່ວຍສິລະປະປະຈັນບານກອງພົນນ້ອຍ 673 ສະແດງຢູ່ທີ່ການພົບປະແລກປ່ຽນ.

ພະນັກງານ, ນັກຮົບຂອງສອງປະເທດໄດ້ແລກປ່ຽນວັດທະນະທໍາ, ສິລະປະ ດ້ວຍລາຍການຮ້ອງເພງ, ຟ້ອນຍ້ອງຍໍສັນລະເສີນພັກ, ກອງທັບ, ບ້ານເກີດເມືອງນອນ ແລະ ຄວາມຮັກແພງສອງຊາດ ຫວຽດນາມ - ລາວ ເຊັ່ນ: “ນ້ຳໃຈ ຫວຽດນາມ - ລາວ ເໝືອນດັ່ງພູເຂົາ ແລະ ແມ່ນ້ຳ”, “ສະບາຍດີວິລະຊົນເສັ້ນທາງເລກ 9”, “ສາວຊຳເໜືອ”, ຟ້ອນປະຍຸກ “ ຫວຽດນາມ ເອີຍ ”, "ກອງທັບປົດປ່ອຍປະຊາຊົນລາວ ກ້າວຂຶ້ນ”... ຢ້ຽມຢາມຮູບແບບ “ ສະໜາມຮົບຊາວໜຸ່ມ ຕັດສິນໃຈຍາດເອົາໄຊຊະນະ”, “ ສະໂມສອນອອກກຳລັງກາຍ” ຂອງຊາວໜຸ່ມກອງພົນນ້ອຍ 673.

ຜ່ານ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ໄດ້ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ຊາວ​ໜຸ່ມ​ກອງທັບ​ປະຊາຊົນ​ສອງ​ປະ​ເທດ ​ເວົ້າ​ສະ​ເພາະ ​ແລະ ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ເວົ້າ​ລວມ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.