ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

00:00 | 26/07/2023

ຍສໝ - ວຽກງານສົມທົບກັນ​ເຄື່ອນໄຫວ​ຄຸ້ມ​ຄອງ, ປ້ອງ​ກັນ​ຊາຍ​ແດນ ລະຫວ່າງ ກອງ​ບັນຊາ​ການ​ທະຫານປ້ອງ​ກັນ​ຊາຍ​ແດນ ຮ່າ​ຕິ້ງ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ກວາງ​ບິ່ງ ​ເເລະ ກອງ​ບັນຊາ​ການທະຫານ ​ແຂວງ ​ຄຳ​ມ່ວນ ໄດ້ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ.

ຕອນ​ບ່າຍ​ວັນ​ທີ 21 ມິຖຸນາ​, ຢູ່​ເມືອງ​ ເກິມເຊີນ, ກອງ​ບັນຊາ​ການ​ທະຫານປ້ອງ​ກັນ​ຊາຍ​ແດນ ຮ່າ​ຕິ້ງ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ກວາງ​ບິ່ງ (ຫວຽດນາມ) ໄດ້​ຈັດຕັ້ງພົບປະເຈລະຈາກັບກອງ​ບັນຊາ​ການທະຫານ ​ແຂວງ ​ຄຳ​ມ່ວນ (ສປປ ລາວ).

ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

ທ່ານ​ພັນ​ເອກ ບຸ່ຍຮົ່ງແທງ, ຫົວໜ້າກອງບັນຊາການ​ທະຫານປ້ອງກັນຊາຍແດນ ຮ່າ​ຕິ້ງ ກ່າວຄຳປາໄສ​ທີ່ພົບປະເຈລະຈາ.

ໂດຍປະຕິບັດ​ຕາມຂໍ້​ຕົກລົງ​ຮ່ວມ​ມື​ປ້ອງ​ກັນ​ຊາຍ​ແດນ ​ແລະ ບົດ​ບັນທຶກ​ພົບປະເຈລະຈາ, ກອງ​ບັນຊາ​ການ​ ທະຫານປ້ອງ​ກັນ​ຊາຍ​ແດນ ຮ່າ​ຕິ້ງ, ກວາງ​ບິ່ງ (ຫວຽດນາມ) ເເລະ ກອງ​ບັນຊາ​ການທະຫານ ​ແຂວງ ​ຄຳ​ມ່ວນ (ລາວ) ໄດ້​ຕັ້ງໜ້າ​ໂຄສະນາ​ຂົນຂວາຍ​ປະຊາຊົນ​ປະຕິບັດອານຸສັນຍາ​ກ່ຽວ​ກັບເສັ້ນ​ທາງ​ຊາຍ​ແດນ ​ແລະ ​ຫຼັກໝາຍຊາຍ​ແດນ​ ຫວຽດນາມ - ລາວ, ສັນຍາ​ກ່ຽວ​ກັບ​ລະບຽບ​ການ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ​ ຫວຽດນາມ - ລາວ.

ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

ທ່ານ​ພັນ​ເອກ ຈິ້ງເເທງບິ່ງ, ຫົວໜ້າກອງບັນຊາການ​ທະຫານປ້ອງກັນຊາຍແດນ ກວາງ​ບິ່ງ ກ່າວຄຳປາໄສ​ທີ່​ພົບປະເຈລະຈາ.

ໂດຍສົມທົບແລກປ່ຽນຂ່າວສານ, ລາດຕະເວນກວດການ , ປົກປັກຮັກສາລະບົບເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ - ຄວາມ​ເປັນ​ລະບຽບຮຽບຮ້ອຍສັງຄົມຢ່າງເປັນປະຈຳ, ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ອະທິປະໄຕ ຄວາມ​ໝັ້ນຄົງຊາຍແດນ​ຂອງ​ສອງ​ຝ່າຍຢ່ງໝັ້ນແກ່ນ.

ບັນດາປ້ອມທະຫານປ້ອງກັນຊາຍແດນຂອງ ເເຂວງຮ່າ​ຕິ້ງ, ກວາງ​ບິ່ງ ໄດ້ສົມທົບກັບກອງຮ້ອຍປ້ອງກັນຊາຍແດນກອງ​ບັນຊາ​ການທະຫານ ​ແຂວງ ​ຄຳ​ມ່ວນ ລາດຕະເວນກວດການສອງຝ່າຍ; ໜູນ​ຊ່ວຍ​ຢາ​ປິ່ນປົວ​ພະ​ຍາດ, ສະ​ບຽງ​ອາ​ຫານໃຫ້​ກອງຮ້ອຍ ​ແລະ​ ປະ​ຊາ​ຊົນ​ເຂດ​ບ້ານ​ໃກ້​ຄຽງ; ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ໄປ​ຢາມ​ພີ່ນ້ອງ, ​ແລກປ່ຽນ, ຊື້ - ຂາຍ​ສິນຄ້າ, ກວດ​ ແລະ ປິ່ນປົວ​ພະຍາດ...

ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

ທ່ານພັນໂທ ບຸນເລີດ ບຸບຜາວັນ, ຫົວໜ້າກອງບັນຊາການທະຫານ ​ແຂວງ ​ຄຳ​ມ່ວນ ກ່າວຄຳປາໄສ​ທີ່​ພົບປະເຈລະຈາ.

ທີ່​ພົບປະເຈລະຈາ, ກອງ​ບັນຊາ​ການ​ທະຫານປ້ອງ​ກັນ​ຊາຍ​ແດນ ຮ່າ​ຕິ້ງ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ກວາງ​ບິ່ງ ​ເເລະ ກອງ​ບັນຊາ​ການທະຫານ ​ແຂວງ ​ຄຳ​ມ່ວນ ໄດ້ເປັນເອກະພາບເຊັນຫຼາຍເນື້ອໃນເຄື່ອນໄຫວ​ທີ່​ສຳຄັນ. ​ໃນ​ນັ້ນ, ​ເນັ້ນ​ໜັກ​ວ່າ​ຈະ​ສືບ​ຕໍ່​ປະຕິບັດ "ຂໍ້ຕົກລົງ​ຮ່ວມ​ມື​ຊາຍ​ແດນ" ລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວຢ່າງເຂັ້ມງວດ ແລະ ມີປະສິດທິຜົນ; ປະຕິບັດບັນດາ​ເອກະສານນິຕິກຳ​ກ່ຽວ​ກັບ​ຊາຍ​ແດນ ​ຫວຽດນາມ - ລາວຢ່າງເຂັ້ມງວດ; ຊຸກຍູ້ການງານໂຄສະນາ, ສຶກສາ, ຍົກສູງຄວາມຮັບຮູ້ ​ແລະ ການປະຕິບັດ​ກົດໝາຍ​ໃຫ້​ປະຊາຊົນ​ສອງ​ຝ່າຍ​ຊາຍ​ແດນ.

ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ສະພາບການກ່ຽວກັບອາດຊະຍາກຳປ້ອງກັນຄວາມສະຫງົບແຫ່ງຊາດ, ສົມທົບກັນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມປອດໄພຢູ່ເຂດຊາຍແດນ; ການລາດຕະເວນສອງຝ່າຍເພື່ອປົກປັກຮັກສາລະບົບເສັ້ນຊາຍແດນ ແລະ ສະຖານທີ່ສໍາຄັນຂອງຊາດ.

ຕັ້ງໜ້າພົບປະ, ແລກປ່ຽນບົດຮຽນໃນວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ວຽກງານພັກ ແລະ ວຽກງານການເມືອງ; ຊຸກຍູ້ການພົບປະແລກປ່ຽນ ແລະ ແຮກສ່ຽວລະຫວ່າງບັນດາຫົວໜ່ວຍຮາກຖານ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ຝ່າຍ. ປະສານສົມທົບກັນໃນວຽກງານກູ້ໄພກູ້ຊີບ, ຮັບມືໄພທຳມະຊາດ ແລະ ໂລກລະບາດ, ແກ້ໄຂບັນຫາມົນລະພິດສິ່ງແວດລ້ອມທີ່ເກີດຂຶ້ນຢູ່ເຂດຊາຍແດນ.

ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

ບັນດາກົມກອງລົງນາມ, ມອບບົດບັນທຶກຊ່ວຍຈຳໃນພົບປະເຈລະຈາ.

ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນບັນດາຂັ້ນຂອງສອງປະເທດໃນກາານຮັກສາ ເເລະ ສືບຕໍ່ຈັດຕັ້ງພິທີລົງນາມແຮກສ່ຽວ ລະຫວ່າງບ້ານ - ບ້ານ, ຄຸ້ມພົນລະເມືອງ 2 ຟາກຊາຍແດນ , ປະກອບສ່ວນຮັດແໜ້ນຄວາມສາມັກຄີມິດຕະພາບພິເສດລະຫວ່າງ ຫວຽດນາມ - ລາວ ຍິ່ງກວ່າອີກ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ນັບມື້ນັບມີການພັດທະນາ.

ກ່ອນໜ້ານີ້, ຄະນະຜູ້ແທນກອງບັນຊາການທະຫານແຂວງ ຄຳມ່ວນ (ລາວ) ໄດ້ໄປຢ້ຽມຢາມ ແລະ ຖະຫວາຍທູບທຽນຢູ່ເຂດອະນຸສອນ ສາມແຍກ ດົງລົກ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.