ຫວຽດນາມ - ລາວ ຊຸກຍູ້ການພົວພັນຮ່ວມມື ແລະ ຕິດພັນລະຫວ່າງສຳນັກງານຂ່າວສານແຫ່ງຊາດ 2 ປະເທດ

16:08 | 25/07/2023

ຍສໝ - ຕອນບ່າຍວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສຳນັກຂ່າວສານຫວຽດນາມ ໄດ້ສົມທົບກັນຈັດຕັ້ງກອງປະຊຸມໃຫຍ່ສ້າງຕັ້ງສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ. ສາຂາສະມາຄົມດັ່ງກ່າວ ປະກອບມີບັນດາອະດີດຊ່ຽວຊານຊ່ວຍລາວ, ພະນັກງານ, ນັກຂ່າວ ແລະ ພະນັກງານສຳນັກຂ່າວສານຫວຽດນາມ ທີ່ເຄີຍເຮັດວຽກກັບສຳນັກຂ່າວສານປະເທດລາວ (KPL).

ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານການຕ່າງປະເທດ ຢູ່ແຂວງບິ່ງດິ້ງ ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານການຕ່າງປະເທດ ຢູ່ແຂວງບິ່ງດິ້ງ
ກອງປະຊຸມ AMM-56: ຫວຽດນາມ - ລາວ ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ກອງປະຊຸມ AMM-56: ຫວຽດນາມ - ລາວ ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ

ກ່າວ​ຄຳ​ເຫັນ​ທີ່​ພິທີໄຂກອງ​ປະຊຸມ, ທ່ານ ຫງວຽນ​ຕ໋ວນ​ຮຸ່ງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ສຳນັກຂ່າວສານຫວຽດນາມ ​ໃຫ້​ຮູ້​ວ່າ: ປີ 2023, ຫວຽດນາມ - ລາວ ຈະ​ມີ​ຫຼາຍ​ການ​ເຄື່ອນ​ໄຫວ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ ວັນລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື. ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ໄດ້​ມີ​ຫຼາຍ​ການ​ເຄື່ອນ​ໄຫວທີ່ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ. ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ຄະນະ​ຜູ້​ແທນອະດີດຊ່ຽວຊານທີ່​ຊ່ວຍ​ເຫຼືອ KPL ກ່ອນ​ປີ 1975 ​ໄດ້​ສະ​ເໜີ​ສ້າງ​ຕັ້ງ​ສາຂາ​ສະມາຄົມມິດຕະພາບ​ ຫວຽດນາມ - ລາວ ສຳນັກຂ່າວສານຫວຽດນາມ, ​ເຊິ່ວເປັນຊ່ອງ​​ການພົວພັນຕ່າງປະເທດ​ປະຊາຊົນ, ປັດຈຸບັນ​ໄດ້​ກາຍ​ເປັນ​ຈິງແລ້ວ.

ກອງ​ປະ​ຊຸມໃຫຍ່ສ້າງຕັ້ງສາຂາສະມາຄົມມິດ​ຕະ​ພາບ ​ຫວຽດ​ນາມ - ລາວ ສຳນັກຂ່າວສານຫວຽດນາມ ໄດ້​ຈັດ​ຂຶ້ນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ KPL, ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ສາຍ​ພົວ​ພັນ​ແບບ​ພິ​ເສດ, ສະເໝີຕົ້ນສະເໝີປາຍ ແລະ ການຕິດພັນອັນສະໜິດແໜ້ນມາເປັນ​ເວ​ລາ 50 ກວ່າ​ປີ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ ເວົ້າ​ລວມ ແລະ ລະ​ຫວ່າງ​ສຳ​ນັກ​ຂ່າວ​ສານສອງ​ປະ​ເທດ​ ເວົ້າ​ສະ​ເພາະ.

ຫວຽດນາມ - ລາວ ຊຸກຍູ້ການພົວພັນຮ່ວມມື ແລະ ຕິດພັນລະຫວ່າງສຳນັກງານຂ່າວສານແຫ່ງຊາດ 2 ປະເທດ

ໂດຍສະແດງຄວາມຊົມເຊີຍກອງປະຊຸມໃຫຍ່, ທ່ານ ຈັນທະພອນ ຄຳມະນີຈັນ ທີ່ປຶກສາ, ຮອງເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ລາວ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອຢ່າງດີງາມມາແຕ່ດົນນານ, ໄດ້ຮັບການສ້າງຂຶ້ນໂດຍຜູ້ນຳທີ່ຍິ່ງໃຫຍ່ຂອງສອງຊາດ ເຊິ່ງແມ່ນປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ໄດ້ສ້າງພື້ນຖານ, ໄດ້ເພີ່ມພູນຄູນສ້າງດ້ວຍເຫື່ອແຮງ ແລະ ເລືອດເນື້ອຂອງການນຳສອງປະເທດ ແລະ ປະຊາຊົນສອງຊາດບໍ່ຈັກວ່າເທົ່າໃດລຸ້ນຄົນ ແລະ ນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ. ໃນ​ໄລ​ຍະ​ແຫ່ງການປ່ຽນໃໝ່, ສອງ​ປະ​ເທດ​ສືບ​ຕໍ່​ຊ່ວຍ​ເຫຼືອ ແລະ ຮ່ວມ​ມື​ກັນເພື່ອພ້ອມກັນພັດ​ທະ​ນາ. ໂດຍສະເພາະໃນຂົງເຂດການສື່ສານ, ​ສຳ​ນັກ​ຂ່າວ​ສານຫວຽດນາມ ໄດ້ສົ່ງນັກຊ່ຽວຊານ, ນັກຂ່າວໄປຢືນຄຽງບ່າຄຽງໄຫຼ່ກັບພະນັກງານລາວ ໃນການສະໜອງຂ່າວທີ່ຊັດເຈນ ແລະ ທັນການ.

ການສ້າງຕັ້ງສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ​ສຳ​ນັກ​ຂ່າວ​ສານຫວຽດນາມ ແມ່ນເຫດການສຳຄັນ, ເປັນຂີດໝາຍທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງ ຫວຽດນາມ, ໂດຍສະເພາະແມ່ນ​ສຳ​ນັກ​ຂ່າວ​ສານຫວຽດນາມ ໃນການສືບຕໍ່ຮັກສາ ແລະ ເສີມຂະຫຍາຍການພົວພັນອັນດີງາມລະຫວ່າງ 2 ປະເທດໃຫ້ນັບມື້ນັບແໜ້ນແຟ້ນ ແລະ ໝັ້ນຄົງ.

ໃນຂອບເຂດການພົບປະລະຫວ່າງການນຳ ​ສຳ​ນັກ​ຂ່າວ​ສານຫວຽດນາມ ແລະ KPL ໃນຕອນເຊົ້າວັນທີ 25 ກໍລະກົດ, ສອງຝ່າຍໄດ້ປຶກສາຫາລືບັນດາທິດທາງຮ່ວມມື ເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ອົງການຂ່າວສານແຫ່ງຊາດ ຫວຽດນາມ ແລະ ລາວ ໃນໄລຍະໃໝ່ເລິກເຊິ່ງຂຶ້ນຕື່ມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.