ລາວ: ຢ້ຽມຢາມບັນດາຄອບຄົວທະຫານເສຍອົງຄະ, ນັກຮົບສະລະຊີວິດເພື່ອຊາດ ຢູ່ແຂວງຈຳປາສັກ

10:39 | 26/07/2023

ຍສໝ - ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ 23 ຄອບຄົວຢູ່ເມືອງປາກຊ່ອງ ແລະ ນະຄອນ ປາກເຊ ແຂວງຈໍາປາສັກ, ຕົວແທນກົງສຸນໃຫຍ່ຫວຽດນາມ ປະຈໍາ ນະຄອນ ປາກເຊ ໄດ້ສະແດງຄວາມຂອບໃຈຕໍ່ບັນດາທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947-27 ກໍລະກົດ 2023), ວັນທີ 20-21 ກໍລະກົດ; ກົງສຸນໃຫຍ່ຫວຽດນາມ ປະຈໍາ ນະຄອນ ປາກເຊ, ແຂວງຈໍາປາສັກ ສົມທົບ​ກັບ​ສະມາຄົມ​ຊາວ​ຫວຽດນາມ ​ແຂວງ​ຈຳປາ​ສັກ (​ພາກ​ໃຕ້​ລາວ) ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຂອບ​ໃຈ, ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວທະຫານເສຍອົງຄະ, ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ບັນດາຄອບຄົວ​ທີ່ມີຜົນງານກັບ​ປະຕິວັດ​ຢູ່​ເຂດ.

ລາວ: ຢ້ຽມຢາມບັນດາຄອບຄົວທະຫານເສຍອົງຄະ, ນັກຮົບສະລະຊີວິດເພື່ອຊາດ ຢູ່ແຂວງຈຳປາສັກ
ຕົວແທນກົງສຸນໃຫຍ່ຫວຽດນາມ ປະຈໍາ ນະຄອນ ປາກເຊ ແຂວງຈໍາປາສັກ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວທະຫານເສຍອົງຄະ, ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ບັນດາຄອບຄົວ​ທີ່ມີຜົນງານກັບ​ປະຕິວັດ​ຢູ່​ເຂດ. (ພາບ; TTXVN)

ຜູ້ຕາງໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ປາກເຊ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການເສຍສະຫຼະ, ການສູນເສຍຂອງບັນດາທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວທີ່ມີຄຸນຄວາມຄວາມດີຕໍ່ປະເທດຊາດ, ພ້ອມທັງຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະເລືອດເນື້ອຂອງບັນດາທະຫານເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປ່ວຍ ແລະ ນັກວິລະຊົນເສຍສະຫຼະຊີວິດເພື່ອຊາດ. ຜູ້ຕາງໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ປາກເຊ ຫວັງວ່າບັນດາຄອບຄົວສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຮັກສາສີສັນວັດທະນະທຳຂອງຊາດ, ມານະພະຍາຍາມບືນຕົວຂຶ້ນ ແລະ ປະກອບສ່ວນເຂົ້າໃນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວຢ່າງບໍ່ຢຸດຢັ້ງ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.