ວາງອອກນຳໃຊ້ ອາຄານໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ (ລາວ)

00:00 | 25/07/2023

ຍສໝ - ໃນວັນ​ທີ 3 ກໍລະກົດ​ນີ້, ຢູ່​ແຂວງ​ສະຫວັນ​ນະ​ເຂດ (ພາກ​ກາງ​ລາວ) ​ໄດ້​ດຳ​ເນີນ​ພິທີ​ເປີດ​ນຳ​ໃຊ້​ໂຄງການ​ອາ​ຄານອະ​ເນກປະ​ສົງ ​ໂຮງຮຽນ​ມິດຕະພາບ​ລາວ-ຫວຽດນາມ ຢູ່​ແຂວງ​ສະຫວັນ​ນະ​ເຂດ. ນີ້​ແມ່ນ​ໂຄງການ​ລົງທຶນ ​ແລະ ກໍ່ສ້າງ​ຈາກ​ທຶນ​ຊ່ວຍ​ເຫຼືອ​ລ້າ​ທີ່​ນະຄອນ​ດ່າ​ນັງ ມອບ​ໃຫ້​ໂຮງຮຽນ​ມິດຕະພາບ​ລາວ-ຫວຽດນາມ ​ແຂວງ​ສະຫວັນ​ນະ​ເຂດ ​ໃນ​ປີ 2022 ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ 200.000 USD.

ການພົບປະເຈລະຈາ ລະຫວ່າງກອງບັນຊາການທະຫານ ແຂວງກວາງຈິ - ແຂວງສະຫວັນນະເຂດ ການພົບປະເຈລະຈາ ລະຫວ່າງກອງບັນຊາການທະຫານ ແຂວງກວາງຈິ - ແຂວງສະຫວັນນະເຂດ
ກອງປະຊຸມພົບປະ ລະຫວ່າງ ຕຳຫຼວດແຂວງກວ້າງຈິ ແລະ ຕຳຫຼວດແຂວງ ສາລະວັນ, ແຂວງສະຫວັນນະເຂດ ກອງປະຊຸມພົບປະ ລະຫວ່າງ ຕຳຫຼວດແຂວງກວ້າງຈິ ແລະ ຕຳຫຼວດແຂວງ ສາລະວັນ, ແຂວງສະຫວັນນະເຂດ

ເຂົ້າ​ຮ່ວມ​ງານ​​ຄັ້ງ​ນີ້ ມີ​ຜູ້ຕາງໜ້າ​ສະຖານ​ກົງສຸນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ​ສະຫວັນ​ນະ​ເຂດ; ຜູ້ຕາງໜ້າ​ສະມາຄົມ​ຊາວ​ຫວຽດນາມ ​ແລະ ສະມາຄົມ​ນັກທຸລະກິດ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ຜູ້ຕາງໜ້າ​ການ​ນຳ​ບັນດາ​ກົມ, ອົງການ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ​ແລະ ລາວ.

ວາງອອກນຳໃຊ້ ອາຄານໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ (ລາວ)

ວັນທີ 3 ກໍລະກົດ, ຢູ່ແຂວງ ສະຫວັນນະເຂດ ໄດ້ຈັດພິທີເປີດນຳໃຊ້ໂຄງການ ອາຄານອະເນກປະສົງ ໂຮງຮຽນມິດຕະພາບ ລາວ - ຫວຽດນາມ ແຂວງ ສະຫວັນນະເຂດ. ນີ້ແມ່ນໂຄງການໄດ້ຮັບການລົງທຶນກໍ່ສ້າງຈາກແຫຼ່ງທຶນຊ່ວຍເຫຼືອລ້າ ໂດຍນະຄອນ ດ່າໜັງ ມອບໃຫ້ໂຮງຮຽນມິດຕະພາບ ລາວ - ຫວຽດນາມ ແຂວງ ສະຫວັນນະເຂດ ເປັນຂອງຂວັນ ເມື່ອປີກາຍ ດ້ວຍເງິນລົງທຶນທັງໝົດ 200.000 USD. ກ່າວຄຳເຫັນທີ່ພິທີ, ທ່ານນາງ ລິນທອງ ແສງຕາວັນ, ຮອງເຈົ້າແຂວງໆສະຫວັນນະເຂດ, ໃຫ້ຮູ້ວ່າ ໂຄງການ ອາຄານອະເນກປະສົງ ໄດ້ຮັບການກໍ່ສ້າງ ແລະ ນຳເຂົ້າໃຊ້ງານນັ້ນ ຈະປະກອບສ່ວນຢ່າງໃຫຍ່ຫຼວງແກ່ການພັດທະນາຂອງຂະແໜງການສຶກສາຂອງແຂວງ ສະຫວັນນະເຂດ. ກິດຈະກຳດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ນະຄອນ ດ່າໜັງ ເວົ້າສະເພາະ ໃນການເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາລະຫວ່າງສອງປະເທດເວົ້າລວມ ແລະ ສອງທ້ອງຖິ່ນເວົ້າສະເພາະ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.