ສະເຫຼີມສະຫຼອງ 78 ປີແຫ່ງວັນຊາດຫວຽດນາມ ຢູ່ ສປປ.ລາວ
ຍສໝ - ຕອນຄ່ຳວັນທີ 1 ກັນຍານີ້, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງຢ່າງສົມກຽດເພື່ອສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ (2/9/2945 – 2/9/2023).
ຍສໝ - ຕອນຄ່ຳວັນທີ 1 ກັນຍານີ້, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງຢ່າງສົມກຽດເພື່ອສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ (2/9/2945 – 2/9/2023).
ຍສໝ - ປະເທດລາວ ມີຄວາມເປັນມາດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຈົນໄດ້ມາສຳຜັດດ້ວຍຕົວເອງ ຈຶ່ງສາມາດເວົ້າໄດ້ວ່າປະເທດລາວ ກໍມີແຫລ່ງທ່ອງທ່ຽວ ຫລາຍແຫ່ງທີ່ໜ້າທ່ຽວຊົມ, ສິ່ງທີ່ປະທັບໃຈໃນລາວ ອັນດັບທຳອິດແມ່ນສະພາບແວດລ້ອມ ທຳມະຊາດມີຄວາມສວຍງາມ ແລະ ສະຫງົບລຽບງ່າຍ.
ຍສໝ - ກຸ່ມແຂ່ງຂັນວຽກງານການເມືອງພາຍໃນແຂວງ ເທື່ອທຽນເຫ້ວ ຫາກໍ່ສົມທົບກັບກອງບັນຊາການປ້ອງກັນຊາຍແດນແຂວງ ເທື່ອທຽນເຫ້ວ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຢູ່ບັນດາໝູ່ບ້ານຢູ່ເຂດຊາຍແດນຫວຽດນາມ - ລາວ.
ຍສໝ - ໃນວັນທີ 1 ກັນຍາ, ຄ້າຍທະຫານຊາຍແດນ ຫງອກເລີມ, ກອງບັນຊາການທະຫານຊາຍແດນແຂວງເງະອານ (ຫວຽດນາມ) ແລະກອງຮ້ອຍຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ສົມທົບກັນຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໃນວັນທີ 30 ສິງຫາ, ທ່ານ ດຣ ບໍ່ວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງ ທ່ານ ເຈີ່ນວັນຕູຍ ປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ຄະນະບໍລິຫານງານສະມາຄົມສູນກາງ, ບັນດາສາຂາ ແລະ ປະຊາຊົນຫວຽດນາມ.
ຍສໝ - ຕອນບ່າຍວັນທີ 31 ສິງຫາ, ຢູ່ດ່ານຊາຍແດນ ອາເດີດ, ກອງບັນຊາການພາຍໃນແຂວງ (ໂດຍທ່ານ ພັນໂທ ເຈີນກ້ວກຮ້ຽວ, ຮອງຫົວໜ້າກົມ PC 04) ໄດ້ສົມທົບກັບສະຖານີປ້ອງກັນຊາຍແດນ. ສຳນັກງານດ່ານຊາຍແດນດອດໄດ້ຈັດຕັ້ງມອບຂອງຂວັນ 25 ພູດ (ເຄື່ອງຈຳເປັນ) ໃຫ້ປະຊາຊົນບ້ານກາໂລ, ເມືອງກາລຳ (ລາວ), ຍອດມູນຄ່າ 20 ລ້ານດົ່ງ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ວັນທີ 2 ກັນຍາ 1945 – ວັນທີ 2 ກັນຍາ 2023), ຫວ່າງແລ້ວນີ້, ຄະນະຜູ້ແທນສະຖານທູດລາວ ປະຈຳ ອົດສະຕາລີ ນຳໂດຍສະຫາຍ ສິນໃຈ ມະນີວັນ ເອກອັກຄະລັດຖະທູດ ລາວ ປະຈໍາອົດສະຕາລີ ໄດ້ມາອວຍພອນສະຖານທູດຫວຽດນາມ ປະຈຳອົດສະຕາລີ.
ຍສໝ - ຕາມກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແລ້ວ, ໃນ 6 ເດືອນຕົ້ນປີ 2023, ທົ່ວປະເທດໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 1,6 ລ້ານຖ້ຽວຄົນ, ລື່ນກາຍຈຸດໝາຍທັງໝົດຂອງປີ 2023 ແມ່ນ 1,4 ລ້ານຖ້ຽວຄົນ.
ໄຊຊະນະຂອງບັ້ນຮົບຈັ້ງທ່າ ທົ່ງໄຫຫີນ - ຊຽງຂວາງ ປີ 1972 ໃນສະໜາມຮົບ ຢູ່ລາວ ກ່ອນນີ້ 50 ປີ ເປັນຂີດໝາຍສໍາຄັນຂອງການຮ່ວມສໍາພັນສູ້ຮົບພິເສດ ລາວ-ຫວຽດນາມ, ສະແດງໃຫ້ເຫັນນໍ້າໃຈສາມັກຄີລະຫວ່າງສອງປະເທດ, ຄຽງບ່າຄຽງໄຫຼ່ໃນແຕ່ລະຂຸມຄອງເພື່ອຕໍ່ສູ້ຕ້ານສັດຕູລວມ, ເສີມສ້າງໜ້າປະຫວັດສາດອັນສະຫງ່າອົງອາດກ່ຽວກັບການພົວພັນພິເສດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ ລາວ ແລະຫວຽດນາມ ຕື່ມອີກ.
ຍສໝ - ໂຄງການທາງລົດໄຟ ຫວຽດນາມ-ລາວ, ໄລຍະທາງ ວູ້ງອ່າງ - ຕານເອິບ - ມູຢ້າ, ມີຄວາມຍາວ 103 ກິໂລແມັດ, ດ້ວຍຍອດຈຳນວນເງິນລົງທຶນ 27.485 ຕື້ດົ່ງ, ໂດຍບໍລິສັດຫຸ້ນສ່ວນຮ່ວມທຸລະກິດ ເເດ່ວກາ ແລະ ບໍລິສັດ Petroleum Trading Lao Public (PetroTrade) ສະເໜີການຄົ້ນຄວ້າລົງທຶນ.
ຍສໝ - ຕອນເຊົ້າວັນທີ 16 ສິງຫາ, ທີ່ກອງ 871 (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ), ສະຖາບັນປະຫວັດສາດການທະຫານ/ກົມໃຫຍ່ເສນາທິການ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານປະຫວັດສາດການທະຫານ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023.
ຍສໝ - ທ່ານປະທານສະພາແຫ່ງຊາດລາວ ຢືນຢັນວ່າ ການພົວພັນຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຂອງ 2 ປະເທດ ໄດ້ ແລະ ພວມປະກອບສ່ວນຊຸກຍູ້ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ຍສໝ - ໃນຖະໜົນອາຫານ ຕົ໋ງຢຸຍເຕີນ ທີ່ຄຶກຄື້ນຢູ່ໃຈກາງ ຮ່າໂນ້ຍ, ມີຮ້ານອາຫານລາວແຫ່ງໜຶ່ງຊື່ວ່າ ຄົວລາວ. ດ້ວຍສີນ້ຳຕານເຫຼືອງແບບດັ້ງເດີມເປັນຫຼັກ, ຮ້ານອາຫານໄດ້ສ້າງຄືນຄວາມປະທັບໃຈພາບພະທາດຫຼວງ ໄດ້ຕິດຢູ່ທາງໜ້າຂອງຮ້ານ - ຢູ່ຂ້າງປ້າຍ “ຄົວລາວ” ທີ່ໂດດເດັ່ນຢູ່ໃນບັນດາກີບດອກຈຳປາ - ດອກໄມ້ປະຈໍາຊາດລາວທີ່ສວຍງາມ.
ຍສໝ - ແຕ່ວັນທີ 22 ຫາວັນທີ 26 ພຶດສະພາ 2023, ຄະນະຜູ້ແທນອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ນຳໂດຍທ່ານ ຟ້າມຮວ່າຍເຟືອງ, ກຳມະການຄະນະບໍລິຫານງານສະຫະພັນໃຫຍ່ແຮງງານຫວຽດນາມ, ປະທານອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກທີ່ສະຫະພັນກຳມະບານ ກະຊວງໂຍທາທິການ ແລະ ຂົນສົ່ງລາວ.
ຍສໝ - ຕອນບ່າຍວັນທີ 24 ສິງຫາ, ຢູ່ຮ່າໂນ້ຍ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານວຽກງານຂາເຂົ້າ-ຂາອອກ, ສຳເນົາເອກະສານໃຫ້ແກ່ພະນັກງານ, ພາລະກອນກະຊວງປ້ອງກັນປະເທດລາວ ປີ 2023.
ຍສໝ - ຕອນບ່າຍວັນທີ 21 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ງຕ້ອນຮັບທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ລາວ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ພາຍຫຼັງໄດ້ຮັບຂໍ້ມູນຂ່າວວ່າມີຊາວຫວຽດນາມ ປະສົບເຄາະຮ້າຍໃນເຫດດິນເຊາະເຈື່ອນຢູ່ ລາວ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳສະຫວັນນະເຂດ ໄດ້ເປັນເຈົ້າການສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງລາວເພື່ອຊອກຄົ້ນ.
ຍສໝ - ຕອນເຊົ້າວັນທີ 14 ສິງຫາ, ສະຫາຍ ຟານຫງວຽນຍືເຄ, ຫົວໜ້າຄະນະໂຄສະນາສຶກສາ ຄະນະພັກ ນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວາລະສານອາລຸນໃໝ່ ລາວ ນຳໂດຍສະຫາຍ ນາງ ວິລະວອນ ພັນທະວົງ, ຮອງຫົວໜ້າກົມໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ.
ຍສໝ - ວັນທີ 5 ເມສານີ້, ວາລະສານຍຸກສະໄໝ ແລະ ສະຖານທູດລາວ ປະຈຳຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືເພື່ອແນ່ໃສ່ສົມທົບກັນຈັດຕັ້ງໂຄງການສື່ມວນຊົນພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2022).
ຍສໝ - ການພົວພັນຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ລະຫວ່າງກະຊວງ, ຂະແໜງການຍຸຕິທຳຂອງສອງປະເທດເວົ້າສະເພາະ ແມ່ນສ່ວນໜຶ່ງທີ່ສຳຄັນຂອງທັງໝົດການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ. 40 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງກະຊວງ, ຂະແໜງການຍຸຕິທຳ ຫວຽດນາມ - ລາວ ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາຕາມທິດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ດ້ວຍເນື້ອໃນການຮ່ວມມືທີ່ອຸດົມສົມບູນທັງຢູ່ຂັ້ນສູນກາງ ແລະ ຢູ່ຂັ້ນທ້ອງຖິ່ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງຫຼາຍຢ່າງໃຫ້ແກ່ປະຊາຊົນສອງປະເທດ.