ຕອນເຊົ້າວັນທີ 17 ຕຸລາ, ພິທີໄຂກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມື, ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງ” ໄດ້ດໍາເນີນຢູ່ນະຄອນຫຼວງວຽງຈັນ, ລາວ.
ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ເນັ້ນໜັກວ່າ ກອງປະຊຸມໄດ້ຈັດຕັ້ງໃນສະພາບການເຄື່ອນໄຫວອາດຊະຍາກຳຂ້າມຊາດນໍາໃຊ້ເຕັກໂນໂລຢີທັນສະໄໝ, ເພື່ອກະທຳຜິດນັບມື້ນັບແນບນຽນ, ກາຍເປັນສິ່ງທ້າທາຍ, ນາບຂູ່ໂດຍກົງ ແລະໂດຍທາງອ້ອມເຖິງສະຖຽນລະພາບດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ ແລະໂລກ.
![]() |
| ຜູ້ແທນກໍາລັງຕໍາຫຼວດບັນດາປະເທດອາຊຽນ ທີ່ພິທີໄຂ. ພາບ: nhandan.vn |
ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຢັ້ງຢືນວ່າ ການສະກັດກັ້ນ, ຕໍ່ສູ້ຕ້ານອາດຊະຍາກໍານີ້ ແມ່ນໜ້າທີ່ສໍາຄັນ, ໂດຍກົງ, ໜັກໜ່ວງ ແລະຈໍາເປັນ, ຮຽກຮ້ອງຕ້ອງສຸມໃສ່ເພີ່ມທະວີການຮ່ວມມືທັງພາກພື້ນ ແລະສາກົນ.
ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ສະເໜີໃຫ້ສຸມໃສ່ຍົກສູງບົດບາດຂອງຄະນະເລຂາທິການຕໍາຫຼວດອາຊຽນ ເພື່ອກາຍເປັນອົງການຜູ້ຕາງໜ້າທີ່ສໍາຄັນຂອງຕໍາຫຼວດບັນດາປະເທດສະມາຊິກອາຊຽນ ໃນການຮ່ວມມື, ສົມທົບກັນ, ເກັບກໍາຂໍ້ມູນຮັບໃຊ້ວຽກງານສະກັດກັ້ນ, ຕໍ່ສູ້ຕ້ານອາດຊະຍາກໍາຂ້າມຊາດໃນພາກພື້ນ ແລະສາກົນ...
ໂດຍດໍາເນີນໃນວັນທີ 17, 18, 19 ຕຸລາ, ກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ຄາດວ່າຈະປຶກສາຫາລື, ແລກປ່ຽນຄວາມເຫັນກ່ຽວກັບການຮ່ວມມືວຽກງານຕໍາຫຼວດລະຫວ່າງ ບັນດາປະເທດສະມາຊິກຕໍາຫຼວດອາຊຽນ, ບັນດາຄູ່ຮ່ວມມືເຈລະຈາ ແລະຜູ້ສັງເກດການ ເພື່ອແກ້ໄຂບັນດາບັນຫາອາດຊະຍາກໍາຂ້າມຊາດຄື ການຄ້າຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າອາວຸດ, ການຄ້າສັດປ່າ, ອາດຊະຍາກໍາທາງທະເລ, ອາດຊະຍາກໍາການຄ້າ...
ບູນມີ
ຂ່າວທີ່ກ່ຽວຂ້ອງ
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ນຳຫວຽດນາມພັດທະນາຢ່າງວ່ອງໄວ ແລະ ຍືນຍົງກ່ວາອີກ
ທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ ເຊື່ອວ່າກອງປະຊຸມໃຫຍ່ຄັ້ງທີ XIV ຈະສ້າງກຳລັງຜັກດັນທີ່ເຂັ້ມແຂງໃຫ້ແກ່ການພັດທະນາຢ່າງຮອບດ້ານຂອງຫວຽດນາມ.
ຫວຽດນາມ ແລະ ລາວ ວາງອອກຍຸດທະສາດການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວໃນໄລຍະໃໝ່.
ທ່ານອາດຈະມັກ
ແນະນຳຮີດຄອງປະເພນີຂອງຊາວຫວຽດນາມໃຫ້ນັກຂ່າວສາກົນ
ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ສື່ມວນຊົນສາກົນໃນການລາຍງານຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຢ່າງຄົບຖ້ວນ ແລະ ເປັນກາງ
ຊຸກຍູ້ໃຫ້ບັນດາອົງການການເງິນສາກົນທີ່ມີຊື່ສຽງສົ່ງເສີມການຮ່ວມມື ແລະ ການລົງທຶນໃນຫວຽດນາມ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສະແດງຄວາມໝັ້ນໃຈວ່າ ຫວຽດນາມ ຈະຈັດກອງປະຊຸມໃຫຍ່ຄັ້ງ XIV ໃຫ້ສຳເລັດຜົນ.
ສະຫວັນນະເຂດ 1, ໄຟຟ້າຂ້າມແດນ ແລະ ບົດບາດຂອງພາກເອກະຊົນ.
