ການຮ່ວມມືລະຫວ່າງກຳລັງຕຳຫຼວດປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ-ລາວ

15:14 | 18/10/2023

ຫວຽດນາມ-ລາວ ຮ່ວມມືລະຫວ່າງກຳລັງຕຳຫຼວດປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ

ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ
ກອງປະຊຸມຂອງຄະນະບໍລິຫານການປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໃນການຄຸ້ມຄອງໄພທໍາມະຊາດ (ສູນ AHA) ຄັ້ງທີ 19 ກອງປະຊຸມຂອງຄະນະບໍລິຫານການປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໃນການຄຸ້ມຄອງໄພທໍາມະຊາດ (ສູນ AHA) ຄັ້ງທີ 19
“​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ “​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ

ຜ່ານເວລາກວ່າ 6 ທົດສະວັດ, ການພົວພັນຮ່ວມມືຮອບດ້ານລະຫວ່າງກໍາລັງຕໍາຫຼວດປະຊາຊົນຫວຽດນາມ ແລະກໍາລັງປ້ອງກັນຄວາມສະຫງົບລາວ ຍາມໃດກໍ່ໄດ້ຮັບການປັບປຸງ ແລະຮັກສາ, ນຳມາເຊິ່ງປະສິດທິຜົນທີ່ແທດຈິງ, ເພື່ອຊີວິດທີ່ອີ່ມໜຳສຳລານ, ມີຄວາມຜາສຸກ ແລະມີຄວາມສະຫງົບຂອງປະຊາຊົນສອງປະເທດ.

ໂດຍປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ວັນທີ 23 ມີນາ 1961, ໜ່ວຍນັກຊ່ຽວຊານທຳອິດຂອງກະຊວງຕຳຫຼວດຫວຽດນາມ ໄດ້ໄປໜູນຊ່ວຍປະເທດເພື່ອນລາວ ໃນການກໍ່ສ້າງ ແລະພັດທະນາກໍາລັງ, ເປັນຂີດໝາຍແຫ່ງການເລີ່ມຕົ້ນໃຫ້ແກ່ການຮ່ວມມືລະຫວ່າງຕຳຫຼວດຂອງສອງປະເທດ.

ນັບແຕ່ມື້ທຳອິດ, ບັນດານັກຊ່ຽວຊານຫວຽດນາມ ບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະຮ່ວມມືກັນຢ່າງແໜ້ນແຟ້ນກັບກໍາລັງປ້ອງກັນຄວາມສະຫງົບຂອງລາວ ໃນວຽກງານກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ, ຕຳຫຼວດ, ພະລາທິການເຕັກນິກ ແລະການຮ່ວມມືອື່ນໆອີກຫຼາຍຢ່າງເພື່ອແນໃສ່ສ້າງກໍາລັງປ້ອງກັນຄວາມສະຫງົບລາວ ໃຫ້ນັບມື້ນັບເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ລາວ ໃນແຕ່ລະໄລຍະ. ສະຫາຍພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຢືນຢັນວ່າ ການຊ່ວຍເຫຼືອຢ່າງຈິງໃຈ, ໂປ່ງໃສຂອງຕຳຫຼວດຫວຽດນາມ ແມ່ນຕິດພັນກັບຄວາມເຕີບໃຫຍ່, ນັບມື້ນັບເຂັ້ມແຂງຂອງກໍາລັງປ້ອງກັນຄວາມສະຫງົບລາວ. ການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະກະຊວງຕຳຫຼວດຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ, ປັບປຸງໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ - ລາວ.

ນັບແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ການພົວພັນຮ່ວມມືລະຫວ່າງຕຳຫຼວດສອງປະເທດສືບຕໍ່ໄດ້ຮັບການປັບປຸງ, ຮັກສາ ແລະພັດທະນາໃນທຸກເນື້ອໃນການຮ່ວມມື; ສອງຝ່າຍໄດ້ແລກປ່ຽນຄະນະການນໍາຂັ້ນສູງ ແລະນັກຊ່ຽວຊານເປັນປະຈຳ ເພື່ອແນໃສ່ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ແລກປ່ຽນຫຼາຍເນື້ອໃນສຳຄັນ, ປະກອບສ່ວນເຮັດໃຫ້ການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງກຳລັງຕຳຫຼວດສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ການຮ່ວມມືລະຫວ່າງກຳລັງຕຳຫຼວດປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ-ລາວ

ພິທີເປີດສະຫຼອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ. ພາບ: vov.vn

ກະຊວງຕໍາຫຼວດຫວຽດນາມ ໄດ້ກໍ່ສ້າງສຳເລັດຫ້ອງການປ້ອງກັນຄວາມສະຫງົບບ້ານ 244 ແຫ່ງ ແລະ 100% ໄດ້ມອບໃຫ້ຝ່າຍລາວ ຄຸ້ມຄອງ ແລະນຳໃຊ້ແລ້ວ. ພິເສດ, ໃນສະພາບການທີ່ໂລກ ແລະພາກພື້ນນັບມື້ນັບມີການຜັນແປຢ່າງສັບສົນ, ບໍ່ສາມາດຄາດຄະເນໄດ້ຄືໃນປະຈຸບັນ, ກຳລັງຕໍາຫຼວດຫວຽດນາມ ແລະກໍາລັງປ້ອງກັນຄວາມສະຫງົບລາວ ບໍ່ພຽງແຕ່ມີຄວາມເກັ່ງກ້າດ້ານວິຊາສະເພາະ, ມີຄວາມຊຳນານດ້ານວິຊາການເທົ່ານັ້ນ, ຫາກຍັງຕ້ອງມີຄວາມທຸ່ນທ່ຽງ, ມີຫຼັກໝັ້ນດ້ານແນວຄິດການເມືອງອີກດ້ວຍ.

ສະນັ້ນ, ໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ ໂດຍຝ່າຍຫວຽດນາມ ຊ່ວຍເຫຼືອ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນວຽກງານກໍ່ສ້າງກຳລັງປ້ອງກັນຄວາມສະຫງົບລາວ ໃຫ້ນັບມື້ນັບເປັນກຳລັງຫຼວງ, ທັນສະໄໝ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ເທົ່ານັ້ນ, ຫາກຍັງກາຍເປັນສັນຍາລັກແຫ່ງການພົວພັນຮ່ວມມືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ ແລະສອງປະເທດ ຫວຽດນາມ - ລາວ ເວົ້າລວມ ອີກດ້ວຍ. ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຢືນຢັນວ່າ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ ບໍ່ພຽງແຕ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການບໍາລຸງສ້າງ, ການຮຽນ-ການສອນໃຫ້ທົ່ວກຳລັງເທົ່ານັ້ນ, ຫາກຍັງເປັນຂີດໝາຍ, ເປັນບາດລ້ຽວໃໝ່ທີ່ມີຄວາມໝາຍປະຫວັດສາດອັນສຳຄັນໃນຂົງເຂດສຶກສາກໍ່ສ້າງກຳລັງລະຫວ່າງສອງກະຊວງອີກດ້ວຍ.

ຄຽງຂ້າງນັ້ນ, ກຳລັງຕໍາຫຼວດຫວຽດນາມ ແລະກໍາລັງປ້ອງກັນຄວາມສະຫງົບລາວ ກໍ່ໄດ້ມີການແລກປ່ຽນກັນຢ່າງເປັນປະຈຳກ່ຽວກັບສະພາບການໂລກ ແລະພາກພື້ນ, ແລກປ່ຽນກົນອຸບາຍເຄື່ອນໄຫວ “ການຫັນປ່ຽນໂດຍສັນຕິ” ຂອງບັນດາອິດທິກຳລັງປະຕິການທີ່ສວຍໃຊ້ບັນຫາຊົນເຜົ່າ, ສາສະໜາ, ປະຊາທິປະໄຕ, ສິດທິມະນຸດຕ້ານ ແລະທຳລາຍຫວຽດນາມ ແລະ ລາວ.

ຜ່ານນັ້ນ, ກຳລັງຕໍາຫຼວດຫວຽດນາມ ແລະກໍາລັງປ້ອງກັນຄວາມສະຫງົບລາວ ກໍ່ໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍວຽກງານປ້ອງກັນ “ແຕ່ຫົວທີ, ແຕ່ໄກ” ເພື່ອຕໍ່ສູ້, ສະກັດກັ້ນການເຄື່ອນໄຫວຂອງອິດທິກໍາລັງທີ່ເປັນປໍລະປັກທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ ກໍ່ຄືການແບ່ງແຍກການພົວພັນ ຫວຽດນາມ - ລາວ. ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນ ແລະຮອບດ້ານໃນການຕໍ່ສູ້ກັບອາດຊະຍາກຳຂ້າມຊາດ, ອາດຊະຍາກຳຢາເສບຕິດ, ຊອກຈັບກຸ່ມຄົນທີ່ບໍ່ດີ.

ກ່າວຄຳເຫັນທີ່ການຢ້ຽມຢາມລາວ ເມື່ອບໍ່ດົນມານີ້, ສະຫາຍ ພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ເນັ້ນໜັກວ່າ ກໍາລັງຕຳຫຼວດປະຊາຊົນຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງ, ຄຽງບ່າຄຽງໄຫຼ່ພ້ອມກັບກໍາລັງປ້ອງກັນຄວາມສະຫງົບລາວ ອ້າຍນ້ອງ ໃນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງສອງປະເທດ ລາວ ແລະ ຫວຽດນາມ, ປະກອບສ່ວນປະຕິບັດບັນດາເນື້ອໃນມະຕິຂອງພັກຄອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ທີ່ໄດ້ວາງອອກຢ່າງມີໄຊ.

ດ້ວຍບັນດາໝາກຜົນທີ່ຕັ້ງໜ້າ, ມີຄວາມສຳຄັນທີ່ບັນລຸໄດ້, ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານ “ການປະຕິວັດສີ”, “ການຫັນປ່ຽນໂດຍສັນຕິ”, ການຈະລາຈົນໂຄ່ນລົ້ມ, ຍູ້ແຮງການສົມທົບກັນແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບໍ່ປະໃຫ້ອິດທິກໍາລັງທີ່ເປັນປໍລະປັກໂຄສະນາເຜີຍແຜ່ຕ້ານ ແລະທຳລາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ກໍ່ຄືສົມທົບກັນເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ການເຄື່ອນໄຫວໃນປີທີ່ລາວ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ 2024 ຢ່າງເດັດຂາດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.