ປິດຊຸດຝຶກອົບຮົມວຽກງານວິທະຍຸ-ໂທລະພາບ ໃຫ້ແກ່ພະນັກງານກອງທັບລາວ

00:46 | 16/10/2023

ປິດຊຸດຝຶກອົບຮົມວຽກງານກະຈາຍສຽງ-ໂທລະພາບ ໃຫ້ແກ່ພະນັກງານກອງທັບລາວ

ອົງການອະນາໄມໂລກ  ກ່າວ​ເຕືອນ​ກ່ຽວກັບ​ຄວາມ​ສ່ຽງ​ເມື່ອ​ບັນດາ​ປະ​ເທດຍົກ​ເລີກ​ຄໍາ​ສັ່ງ​ຈໍາກັດ​ຂອບ​ເຂດ​ປິດ​ລ້ອມ ຫຼື ​​ເວັ້ນ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ ອົງການອະນາໄມໂລກ ກ່າວ​ເຕືອນ​ກ່ຽວກັບ​ຄວາມ​ສ່ຽງ​ເມື່ອ​ບັນດາ​ປະ​ເທດຍົກ​ເລີກ​ຄໍາ​ສັ່ງ​ຈໍາກັດ​ຂອບ​ເຂດ​ປິດ​ລ້ອມ ຫຼື ​​ເວັ້ນ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ
ວິທະຍາຄານປ້ອງກັນຊາດ ໄດ້ຈັດພິທີປິດຊຸດບໍາລຸງໄລຍະສັ້ນກ່ຽວກັບການບັນຊາ ເສນາທິການຂັ້ນບັ້ນຮົບ ຍຸດທະສາດໃຫ້ແກ່ກອງທັບປະຊາຊົນລາວ ຊຸດທີ 2 ວິທະຍາຄານປ້ອງກັນຊາດ ໄດ້ຈັດພິທີປິດຊຸດບໍາລຸງໄລຍະສັ້ນກ່ຽວກັບການບັນຊາ ເສນາທິການຂັ້ນບັ້ນຮົບ ຍຸດທະສາດໃຫ້ແກ່ກອງທັບປະຊາຊົນລາວ ຊຸດທີ 2

ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ສູນກະຈາຍສຽງ-ໂທລະພາບ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວຽກງານວິທະຍຸ ແລະໂທລະພາບໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023.

ປິດຊຸດຝຶກອົບຮົມວຽກງານວິທະຍຸ-ໂທລະພາບ ໃຫ້ແກ່ພະນັກງານກອງທັບລາວ

ທ່ານພົນຈັດຕະວາ ຫງວຽນກິມໂຕນ, ຫົວໜ້າສູນກະຈາຍສຽງ-ໂທລະພາບ ກ່າວຄໍາເຫັນທີ່ພິທີປິດຊຸດຝຶກອົບຮົມ. ພາບ: ຕູ໊ແອງ

ກ່າວຄຳເຫັນທີ່ພິທີປິດ, ພົນຈັດຕະວາ ຫງວຽນກິມໂຕນ, ຫົວໜ້າສູນກະຈາຍສຽງ ແລະໂທລະພາບກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນ, ພະນັກງານສູນກະຈາຍສຽງ ແລະໂທລະພາບກອງທັບລາວ ໄດ້ຮັບການຝຶກອົບຮົມໃນຂົງເຂດວິທະຍຸ ແລະໂທລະພາບ, ຄື: ທັກສະບັນນາທິການບັນດາລາຍການຂ່າວ, ຫົວເລື່ອງສະເພາະ, ເຕັກນິກຕັດຕໍ່, ເຕັກນິກຖ່າຍທຳ. ໂດຍໄດ້ຮັບການແນະນໍາກ່ຽວກັບລະບົບເຕັກໂນໂລຊີຂໍ້ມູນຂ່າວສານ; ລະບົບການຜະລິດ ແລະສຳເນົາ; ລະບຽບການ ແລະຂັ້ນຕອນການສ້າງ, ຄຸ້ມຄອງ, ຂຸດຄົ້ນ ແລະນຳໃຊ້ເອກະສານຂອງສູນ.

ປິດຊຸດຝຶກອົບຮົມວຽກງານວິທະຍຸ-ໂທລະພາບ ໃຫ້ແກ່ພະນັກງານກອງທັບລາວ

ບັນຍາກາດທີ່ພິທີປິດ. ພາບ: ຕູ໊ແອງ

ໂດຍຊົມເຊີຍບັນດາພະນັກງານລາວ ທີ່ໄດ້ສຳເລັດຊຸດຝຶກອົບຮົມວິຊາຊີບດ້ວຍຜົນງານດີເດັ່ນ, ພົນຈັດຕະວາ ຫງວຽນກິມໂຕນ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ ແລະບົດຮຽນທີ່ຖອດຖອນມາໄດ້ຈາກຊຸດຝຶກອົບຮົມຄັ້ງນີ້, ບັນດາພະນັກງານກອງທັບປະຊາຊົນລາວ ຈະສາມາດປະຕິບັດໄດ້ຫຼາຍບົດປະພັນທີ່ມີຄຸນນະພາບ, ເປັນເອກະລັກສະເພາະ, ຮັບໃຊ້ໃຫ້ວຽກງານໂຄສະນາເຜີຍແຜ່ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.

ປິດຊຸດຝຶກອົບຮົມວຽກງານວິທະຍຸ-ໂທລະພາບ ໃຫ້ແກ່ພະນັກງານກອງທັບລາວ


ທ່ານ ພັນໂທ ທັດສະນີ ເພັງສະຫວັດ, ຫົວໜ້າຄະນະພະນັກງານກອງທັບປະຊາຊົນລາວ ທີ່ພິທີປິດ. ພາບ: ຕູ໊ແອງ

ສ່ວນ ພັນໂທ ທັດສະນີ ເພັງສະຫວັດ, ຫົວໜ້າຄະນະພະນັກງານກອງທັບປະຊາຊົນລາວ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຄະນະພັກ, ຄະນະອຳນວຍການ, ຄູອາຈານ ແລະພະນັກງານສູນກະຈາຍສຽງ ແລະໂທລະພາບກອງທັບປະຊາຊົນຫວຽດນາມ; ກອງ 871 ແລະບັນດາອົງການ, ກົມກອງອື່ນໆ ທີ່ໄດ້ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ຄະນະພະນັກງານກອງທັບປະຊາຊົນລາວ ປະຕິບັດສຳເລັດເນື້ອໃນຊຸດຝຶກອົບຮົມ. ພ້ອມທັງຢືນຢັນວ່າ: ບັນດາໝາກຜົນທີ່ບັນລຸໄດ້ໃນຊຸດຝຶກອົບຮົມແມ່ນພື້ນຖານທີ່ສຳຄັນ ເພື່ອໃຫ້ເພື່ອນລາວນຳໃຊ້ເຂົ້າໃນເງື່ອນໄຂຕົວຈິງແຫ່ງວິວັດການປະຕິບັດໜ້າທີ່ຂອງກອງທັບ ແລະປະເທດລາວ.

ປິດຊຸດຝຶກອົບຮົມວຽກງານວິທະຍຸ-ໂທລະພາບ ໃຫ້ແກ່ພະນັກງານກອງທັບລາວ

ການນໍາສູນກະຈາຍສຽງ-ໂທລະພາບ ມອບໃບຢັ້ງຢືນສໍາເລັດຊຸດຝຶກອົບຮົມໃຫ້ແກ່ພະນັກງານ ກອງທັບປະຊາຊົນລາວ. ພາບ: ຕູ໊ແອງ

ສິ້ນສຸດພິທີປິດ, ການນໍາສູນກະຈາຍສຽງ-ໂທລະພາບ ໄດ້ມອບໃບຢັ້ງຢືນສໍາເລັດຊຸດຝຶກອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ.

ບູນມີ

ເຫດການ