ສ້າງແຜນການສະເໜີໂຄງການທາງລົດໄຟ ຫວູງອ໊າງ-ໝູ໊ຢາ ເຊື່ອມຕໍ່ ຫວຽດນາມ-ລາວ

15:12 | 18/10/2023

ສ້າງແຜນການສະເໜີໂຄງການທາງລົດໄຟ ຫວູງອ໊າງ-ໝູ໊ຢາ ເຊື່ອມຕໍ່ຫວຽດນາມ-ລາວ

ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ
ເຊີດຊູທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ມານະພະຍາຍາມກໍ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ. ເຊີດຊູທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ມານະພະຍາຍາມກໍ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ.

ຫວ່າງແລ້ວນີ້, ກະຊວງຄົມມະນາຄົມຂົນສົ່ງ ໄດ້ມີເອກະສານເຫັນດີໃຫ້ບໍລິສັດຮ່ວມທຸລະກິດລະຫວ່າງບໍລິສັດການຄ້ານໍ້າມັນອາຍແກັສລາວ ແລະບໍລິສັດຫຸ້ນສ່ວນແດວກ໋າ ເປັນນັກລົງທຶນສະເໜີໂຄງການສ້າງບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການທາງລົດໄຟ ຫວູງອ໊າງ-ເຕິນເອີບ-ໝູ໊ຢາ ຕາມແບບວິທີຄູ່ຮ່ວມມືພາກລັດ-ເອກະຊົນ (PPP).

ນັກລົງທຶນຮັບຜິດຊອບໜ້າທີ່ຈັດຕັ້ງການສ້າງບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການທາງລົດໄຟ ຫວູງອ໊າງ-ເຕິນເອີບ-ໝູ໊ຢາ ຕາມແບບວິທີ PPP, ຍື່ນສະເໜີເພື່ອປະເມີນ ແລະເຊັນອະນຸມັດແຜນນະໂຍບາຍລົງທຶນໃຫ້ໂຄງການຖືກຕາມການກໍານົດຂອງກົດໝາຍ.

ກະຊວງຄົມມະນາຄົມຂົນສົ່ງ ເນັ້ນໜັກວ່າ ເລື່ອງສ້າງ, ປະເມີນ ແລະອະນຸມັດຜ່ານບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້, ການປະມູນເພື່ອຄັດເລືອກນັກລົງທຶນແມ່ນໄດ້ດໍາເນີນໄປຖືກຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍການປະມູນ, ກົດໝາຍວ່າດ້ວຍການລົງທຶນ ຕາມແບບວິທີ PPP ແລະຕາມການກໍານົດຂອງກົດໝາຍອື່ນໆທີ່ກ່ຽວຂ້ອງ.

ສ້າງແຜນການສະເໜີໂຄງການທາງລົດໄຟ ຫວູງອ໊າງ-ໝູ໊ຢາ ເຊື່ອມຕໍ່ ຫວຽດນາມ-ລາວ
ພາບປະກອບ: TTXVN

ໂຄງການກໍ່ສ້າງທາງລົດໄຟ ຫວູງອ໊າງ-ເຕິນເອີບ-ໝູ໊ຢາ ຂຶ້ນກັບເສັ້ນທາງລົດໄຟ ວຽງຈັນ (ລາວ) - ຫວູງອ໊າງ ນອນໃນແຜນຜັງເຄືອຂ່າຍທາງລົດໄຟໄລຍະ 2021-2030, ວິໄສທັດຮອດປີ 2050 ໄດ້ອະນຸມັດຜ່ານຕາມຂໍ້ຕົກລົງເລກທີ 1769/QD-TTg ລົງວັນທີ 19 ຕຸລາ 2021 ຂອງນາຍົກລັດຖະມົນຕີ ຫວຽດນາມ.

ນີ້ແມ່ນໂຄງການສຳຄັນໃນຂອບເຂດໂຄງການສັງລວມທາງລົດໄຟ ຫວຽດນາມ - ລາວ, ແມ່ນໜຶ່ງໃນບັນດາບຸລິມະສິດຂອງລັດຖະບານສອງປະເທດຫວຽດນາມ - ລາວ ເຊິ່ງໄດ້ສະແດງອອກໃນວິວັດການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດກ່ຽວກັບການພັດທະນາເສດຖະກິດ ແລະພັດທະນາພື້ນຖານໂຄງລ່າງ.

ເສັ້ນທາງລົດໄຟ ຫວຽດນາມ-ລາວ, ໄລຍະຕອນ ຫວູງອ໊າງ-ເຕິນເອີບ-ໝູ໊ຢາ ມີຄວາມຍາວທັງໝົດ 103 ກິໂລແມັດ, ດ້ວຍເງິນລົງທຶນທັງໝົດປະມານ 27.485 ຕື້ດົ່ງ.

ບູນມີ

ເຫດການ