ເງະອານ - ຊຽງຂວາງ ເຫັນດີເຫັນພ້ອມໄຂບັນຫາພາຫະນະແອອັດ, ອັ່ງອໍຢູ່ດ່ານຊາຍແດນສາກົນນໍ້າກັ່ນ

15:45 | 13/10/2023

ເງະອານ - ຊຽງຂວາງ ເຫັນດີເຫັນພ້ອມໄຂບັນຫາລົດຕິດ, ແອອັດຢູ່ ດ່ານຊາຍແດນສາກົນນໍ້າກັ່ນ

ກອງປະຊຸມໂອ້ລົມແລກປ່ຽນບົດຮຽນວຽກງານຍຸຕິທຳລະຫວ່າງແຂວງ ເຫງ້ອານ (ຫວຽດນາມ) ແລະ ແຂວງຊຽງຂວາງ (ລາວ) ກອງປະຊຸມໂອ້ລົມແລກປ່ຽນບົດຮຽນວຽກງານຍຸຕິທຳລະຫວ່າງແຂວງ ເຫງ້ອານ (ຫວຽດນາມ) ແລະ ແຂວງຊຽງຂວາງ (ລາວ)
ປະເທດລາວ: ສົ່ງມອບສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ ປະເທດລາວ: ສົ່ງມອບສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ

ວັນທີ 10 ຕຸລາ, ຢູ່ດ່ານຊາຍແດນສາກົນນໍ້າກັ່ນ, ຄະນະປະຕິບັດງານລະຫວ່າງຂະແໜງການຂອງແຂວງຊຽງຂວາງ (ລາວ) ນໍາໂດຍສະຫາຍພັນເອກ ຈູຊົ່ງ ຈືໄຊ, ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ແລະ ຄະນະປະຕິບັດງານລະຫວ່າງຂະແໜງການຂອງແຂວງເງະອານ (ຫວຽດນາມ) ນໍາໂດຍສະຫາຍພັນເອກພິເສດ ຫງວຽນກົງລຶກ, ກຳມະການຄະນະບໍລິຫານງານພັກແຂວງ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງ ເງະອານ ໄດ້ເປັນປະທານກອງປະຊຸມສອງຝ່າຍ ເພື່ອແລກປ່ຽນ, ເຫັນດີເປັນເອກະພາບ ແກ້ໄຂບັນຫາພາຫະນະພາຫະນະແອອັດໃນການສົ່ງອອກ, ນຳເຂົ້າ ຜ່ານດ່ານຊາຍແດນສາກົນນໍ້າກັ່ນ.

ສາຍເຫດທີ່ພາໃຫ້ມີພາຫະນະແອອັດ, ອັ່ງອໍຢູ່ດ່ານຊາຍແດນສາກົນນໍ້າກັ່ນ ແມ່ນຍ້ອນລົດຂົນສົ່ງແຮ່ເຫຼັກ ຈາກແຂວງຊຽງຂວາງ ແລະ ແຮ່ Barit ຈາກແຂວງວຽງຈັນ ຜ່ານແດນຫວຽດນາມ ເພື່ອໄປຍັງທ່າກໍາປັ່ນເກື້ອລໍ່ ໄດ້ເພີ່ມຂຶ້ນຢ່າງກະທັນຫັນ.

ເງະອານ - ຊຽງຂວາງ ເຫັນດີເຫັນພ້ອມໄຂບັນຫາພາຫະນະແອອັດ, ອັ່ງອໍຢູ່ດ່ານຊາຍແດນສາກົນນໍ້າກັ່ນ

ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ເພື່ອແກ້ໄຂສະພາບການທີ່ກ່າວມາຂ້າງເທິງນັ້ນ, ບັນດາກຳລັງທີ່ກ່ຽວຂ້ອງ, ກຳລັງທີ່ເຮັດວຽກຢູ່ດ່ານຊາຍແດນສາກົນສອງຝ່າຍໄດ້ເປັນເຈົ້າການສົມທົບກັບບັນດາວິສາຫະກິດຂົນສົ່ງເພື່ອຊອກຫາວິທີແກ້ໄຂຄື: ອະນຸຍາດໃຫ້ແຈ້ງພາສີລ່ວງໜ້າ; ເພີ່ມເວລາເຮັດວຽກ; ເປັນເຈົ້າການຈັດວາງກໍາລັງພາຫະນະເຮັດວຽກ; ສົມທົບ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຊັ່ງນໍ້າໜັກ...

ຜ່ານການລົງກວດກາຕົວຈິງ ແລະ ປະກອບຄຳເຫັນທີ່ກອງປະຊຸມ, ໃນໄລຍະຈະມາເຖິງເພື່ອແກ້ໄຂບັນຫາດັ່ງກ່າວ, ນອກຈາກມາດຕະການທີ່ໄດ້ຜັນຂະຫຍາຍແລ້ວ, ສອງຝ່າຍຍັງເຫັນດີເປັນເອກະພາບ ສະເໜີໃຫ້ອົງການທີ່ມີສິດອຳນາດຂອງແຕ່ລະຝ່າຍ ຈັດຕັ້ງການລົງສຳຫຼວດ, ເພີ່ມເຕີມແຜນຜັງໃໝ່ຢູ່ເຂດດ່ານຊາຍແດນຕາມທິດເປີດກວ້າງຂອບເຂດດ່ານຊາຍແດນ, ເປີດກວ້າງເຂດຕະຫຼາດຊາຍແດນ ໂດຍບໍ່ມີຜົນສະທ້ອນເຖິງຫຼັກໝາຍຊາຍແດນ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮັບປະກັນໃຫ້ພາຫະນະ, ສິນຄ້າທີ່ມາເຕົ້າໂຮມ, ລໍຖ້າເຮັດລະບຽບການຜ່ານແດນ, ສົ່ງອອກ- ນໍາເຂົ້າຂອງແຕ່ລະຝ່າຍ.

ບູນມີ

ເຫດການ
302 Found

Found

The document has moved here.