ການນໍາແຂວງກວາງບິ່ງ ເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ

15:16 | 18/10/2023

ການນໍາແຂວງກວາງບິ່ງ ເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ

ຄະນະໂຄສະນາສຶກສາສູນກາງພັກກອມມູນິດ​ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈຳຫວຽດນາມ ຄະນະໂຄສະນາສຶກສາສູນກາງພັກກອມມູນິດ​ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈຳຫວຽດນາມ
ອົດສະຕາລີ ແລະ UNICEF ສືບຕໍ່ໜູນຊ່ວຍວັກຊິນກັນໂຄວິດ-19 ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ ອົດສະຕາລີ ແລະ UNICEF ສືບຕໍ່ໜູນຊ່ວຍວັກຊິນກັນໂຄວິດ-19 ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ

ຕອນເຊົ້າວັນທີ 12 ຕຸລາ, ຄະນະກຳມະການປະຊາຊົນແຂວງກວາງບິ່ງ ສສ ຫວຽດນາມ ໄດ້ດຳເນີນການເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ ກ່ຽວກັບປະສົບການໃນການດຶງດູດການລົງທຶນຈາກຕ່າງປະເທດ ແລະວຽກງານຄຸ້ມຄອງການລົງທຶນຢູ່ ກວາງບິ່ງ.

ການນໍາແຂວງກວາງບິ່ງ ເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ

ບັນຍາກາດທີ່ການເຮັດວຽກ. ພາບ: baoquangbinh.vn

Quang cảnh buổi làm việc.

ເຂົ້າຮ່ວມທີ່ການເຮັດວຽກມີ ທ່ານ ໂຮ່ອານຟອງ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງບິ່ງ. ຄະນະຜູ້ແທນລາວ ແລະ ອົດສະຕຣາລີ ປະຈໍາຫວຽດນາມ ມີ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ແຫ່ງ ສປປ ລາວ; ທ່ານນາງ Cecilia Louise Brennan ທີ່ປຶກສາທູດດ້ານເສດຖະກິດຂອງສະຖານທູດອົດສະຕາລີ ປະຈໍາ ຫວຽດນາມ.

ທີ່ການເຮັດວຽກ, ຜູ້ຕາງໜ້າພະແນກແຜນການ ແລະ ການລົງທຶນແຂວງ ກວາງບິ່ງ ໄດ້ແນະນຳໝາກຜົນແຫ່ງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢູ່ທ້ອງຖິ່ນ. ບັນດາໂຄງການ FDI ຕົ້ນຕໍແມ່ນໃນຂົງເຂດຄື: ອຸດສາຫະກຳຜະລິດພະລັງງານທົດແທນ; ການຜະລິດວັດສະດຸກໍ່ສ້າງ ແລະ ການລ້ຽງສັດ.

ທີ່ການເຮັດວຽກ, ບັນດາຝ່າຍໄດ້ປຶກສາຫາລືກ່ຽວກັບກົນໄກ, ນະໂຍບາຍຂອງຫວຽດນາມ ແລະ ແຂວງ ກວາງບິ່ງ ກ່ຽວກັບການດຶງດູດການລົງທຶນ, ນະໂຍບາຍບຸລິມະສິດສົ່ງເສີມການລົງທຶນຢູ່ບັນດາຂົງເຂດ ເຊິ່ງທ້ອງຖິ່ນມີທ່າແຮງ ແລະ ໄດ້ຮັບຄວາມສົນໃຈຈາກນັກລົງທຶນທີ່ຢູ່ພາຍໃນ ແລະ ຕ່າງປະເທດ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ໂຮ່ອານຟອງ ເນັ້ນໜັກວ່າ: ໃນຊຸມປີຜ່ານມາ, ແຂວງ ກວາງບິ່ງ ຍາມໃດກໍ່ເອົາໃຈໃສ່ເຖິງການພົວພັນມິດຕະພາບກັບບັນດາແຂວງຂອງລາວ, ໃນນັ້ນມີການຮ່ວມມືແບບພິເສດ ແລະ ຮອບດ້ານກັບແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ໃນທຸກຂົງເຂດ.

ໃນໂຄງການຮ່ວມມືລະຫວ່າງແຂວງ ກວາງບິ່ງ ກັບບັນດາແຂວງຂອງລາວ, ມີໂຄງການຂອງລັດຖະບານ ຫວຽດນາມ, ຂອງແຂວງ ແລະ ບັນດາວິສາຫະກິດກວ໋າງບິ່ງ ຈຳນວນໜຶ່ງ ໄດ້ ແລະ ພວມຈັດຕັ້ງຜັນຂະຫຍາຍຢູ່ແຂວງ ຄຳມ່ວນ ແລະ ແຂວງສະຫວັນນະເຂດ.

ສ່ວນອົດສະຕາລີ, ໃນຊຸມປີຜ່ານມາ, ແຂວງ ກວາງບິ່ງ ກໍ່ໄດ້ຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວຊຸກຍູ້ການຮ່ວມມືກັບ ອົດສະຕາລີ, ລະອຽດແມ່ນລັດ ອົດສະຕາລີ ຕາເວັນຕົກ. ແຂວງກວາງບິ່ງ ຕີລາຄາສູງຕໍ່ໝາກຜົນການຮ່ວມມືລະຫວ່າງ ແຂວງກວ໋າງບິ່ງ ກັບ ອົດສະຕາລີ ໃນໄລຍະຜ່ານມາ.

ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງກວາງບິ່ງ ຫວັງວ່າໃນໄລຍະຈະມາເຖິງ ຫວຽດນາມ - ລາວ - ອົດສະຕາລີ ຈະມີໂອກາດຮ່ວມມືນຳກັນຫຼາຍກວ່າ ໃນການດຶງດູດການລົງທຶນ.

ບູນມີ

ເຫດການ
302 Found

Found

The document has moved here.