ນາຍທະຫານໜຸ່ມກອງທັບປະຊາຊົນລາວ ຢ້ຽມຢາມວິທະຍາຄານເຕັກນິກການທະຫານ ຫວຽດນາມ

08:12 | 19/10/2023

ນາຍທະຫານໜຸ່ມກອງທັບປະຊາຊົນລາວ ຢ້ຽມຢາມວິທະຍາຄານເຕັກນິກການທະຫານ

ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ
ພິທີອອກທັບມອບໜ້າທີ່ໃຫ້ກອງທ້ອນໂຮມໄປລາວ ປະຕິບັດໜ້າທີ່ຄົ້ນຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ລະດູແລ້ງ 2023-2024 ພິທີອອກທັບມອບໜ້າທີ່ໃຫ້ກອງທ້ອນໂຮມໄປລາວ ປະຕິບັດໜ້າທີ່ຄົ້ນຫາ ແລະ ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ລະດູແລ້ງ 2023-2024

ຫວ່າງແລ້ວນີ້, ຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ໄດ້ມີການຢ້ຽມຢາມ, ພົບປະແລກປ່ຽນກັບນາຍທະຫານໜຸ່ມຂອງວິທະຍາຄານເຕັກນິກການທະຫານ ຫວຽດນາມ.

ກ່າວຄຳເຫັນທີ່ການຢ້ຽມຢາມຂອງຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ, ສະຫາຍ ພົນຈັດຕະວາ ເຈິ່ນວັນຢຸຍ ຮອງຫົວໜ້າການເມືອງວິທະຍາຄານເຕັກນິກການທະຫານ ຢັ້ງຢືນວ່າ ປະຈຸບັນ ວິທະຍາຄານເຕັກນິກການທະຫານ ປະຕິບັດໜ້າທີ່ບໍາລຸງສ້າງວິສາວະກອນການທະຫານຂັ້ນມະຫາວິທະຍາໄລ (ປະລິນຍາຕີ), ລະດັບປະລິນຍາໂທ, ປະລິນຍາເອກ ແລະການຄົ້ນຄວ້າວິທະຍາສາດເຕັກນິກການທະຫານ. ແຕ່ລະປີ, ວິທະຍາຄານ ຍັງໄດ້ບໍາລຸງສ້າງນັກສຶກສາລາວ ຫຼາຍຮ້ອຍຄົນ ທີ່ມາຮ່ຳຮຽນຫຼາຍຂະແໜງອາຊີບຢູ່ວິທະຍາຄານ ດ້ວຍ 3 ລະດັບ, ຄື: ວິສາວະກອນ (ນາຍຊ່າງ), ປະລິນຍາໂທ ແລະປະລິນຍາເອກ, ວິຊາຊີບຂະແໜງຕ່າງໆ

ນາຍທະຫານໜຸ່ມກອງທັບປະຊາຊົນລາວ ຢ້ຽມຢາມວິທະຍາຄານເຕັກນິກການທະຫານ ຫວຽດນາມ

ຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ຢ້ຽມຢາມຫ້ອງມູນເຊື້ອວິທະຍາຄານເຕັກນິກການທະຫານ ຫວຽດນາມ. ພາບ: qdnd.vn

ນັບແຕ່ປີ 2018 ເຖິງ 2023, ວິທະຍາຄານ ໄດ້ ແລະພວມບໍາລຸງສ້າງວິສາວະກອນ (ນາຍຊ່າງ) 139 ຄົນ, ປະລິນຍາໂທ 23 ຄົນ, ປະລິນຍາເອກ 2 ຄົນ, ໂດຍແມ່ນແຫຼ່ງສະໜອງພະນັກງານເຕັກນິກການທະຫານທີ່ມີຄຸນນະພາບສູງໃຫ້ແກ່ກອງທັບປະຊາຊົນລາວ. ພາຍຫຼັງສິ້ນສຸດການຮຽນກັບຄືນປະເທດ, ມີນັກສຶກສາລາວ ຫຼາຍສະຫາຍ ໄດ້ ແລະພວມດຳລົງຕໍາແໜ່ງສຳຄັນໃນກອງທັບປະຊາຊົນລາວ.

ພົນຈັດຕະວາ ເຈິ່ນວັນຢຸຍ ຢັ້ງຢືນວ່າ ວິທະຍາຄານເຕັກນິກການທະຫານ ໄດ້ຕີລາຄາສູງການຢ້ຽມຢາມຂອງຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ, ເຊິ່ງໄດ້ສະແດງໃຫ້ເຫັນຄວາມຮັກແພງອັນດີງາມ, ສ້າງຄວາມເຊື່ອໝັ້ນໃນການຮັກສາ ແລະພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ.

ນີ້ແມ່ນການເຄື່ອນໄຫວແນໃສ່ປະກອບສ່ວນສຶກສາຊາວໜຸ່ມສອງປະເທດ ແລະຄວາມຕັດສິນໃຈຂອງນາຍທະຫານໜຸ່ມກອງທັບສອງປະເທດໃນການຮັກສາ ແລະພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ພ້ອມທັງແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການເຄື່ອນໄຫວຂອງນາຍທະຫານໜຸ່ມ ແລະວຽກງານບໍາລຸງສ້າງນາຍທະຫານໜຸ່ມນຳອີກ.

ບູນມີ

ເຫດການ