ຜູ້ປະກອບການທຸລະກິດລາວ ເລັ່ງກະກຽມຕ້ອນຮັບເປີດປີທ່ອງທ່ຽວ 2024

10:44 | 18/10/2023

ຍສໝ - ຍັງອີກບໍ່ພໍເທົ່າໃດເດືອນ ສປປລາວ ຈະໄດ້ເປັນເຈົ້າພາບຈັດກອງ ປະຊຸມທ່ອງທ່ຽວອາຊຽນ ແລະ ເປີດ ປີທ່ອງທ່ຽວລາວຢ່າງເປັນທາງ ການແລ້ວ, ເຊິ່ງມາຮອດດຽວນີ້ ບໍ່ວ່າທາງພາກລັດ-ເອກະຊົນ ແລະ ຜູ້ປະກອບການຕ່າງໆລ້ວນແລ້ວ ແຕ່ໄດ້ກະກຽມຫລາຍປັດໄຈ ເພື່ອ ຕ້ອນຮັບກອງປະຊຸມດັ່ງກ່າວ ແລະ ການປີເປີດທ່ອງທ່ຽວໃຫ້ມີບັນຍາ ກາດຟົດຟື້ນ.

ລາວ ປະກາດໂລໂກ້ຂອງປີ ເປັນປະທານອາຊຽນ 2024 ລາວ ປະກາດໂລໂກ້ຂອງປີ ເປັນປະທານອາຊຽນ 2024
ແຂວງຈໍາປາສັກ ປະເທດ ລາວ ກຳລັງກຽມຕ້ອນຮັບປີທ່ອງທ່ຽວລາວ 2024 ແຂວງຈໍາປາສັກ ປະເທດ ລາວ ກຳລັງກຽມຕ້ອນຮັບປີທ່ອງທ່ຽວລາວ 2024

ເມື່ອບໍ່ດົນມານີ້ ທີມງານນັກຂ່າວໜັງສືພິມປະເທດລາວພວກເຮົາໄດ້ລົງໄປເຄື່ອນໄຫວວຽກ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ໄດ້ມີໂອກາດສໍາພາດ ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອໍານວຍການ ບໍລິສັດ ພັດທະນາແຫລ່ງທ່ອງທ່ຽວນ້ຳຕົກ ຕາດ ເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ ໂດຍທາງບໍລິສັດໄດ້ກະກຽມຫລາຍປັດໄຈຕ້ອນຮັບການເປີດປີທ່ອງທ່ຽວລາວ ຕິດພັນກັບກອງປະຊຸມທ່ອງທ່ຽວອາຊຽນທີ່ ສປປ ລາວ ເຮົາເປັນເຈົ້າພາບເຊິ່ງໄດ້ກະກຽມຄວາມພ້ອມໃນການປັບປຸງສະຖານທີ່ທ່ອງທ່ຽວ ນ້ຳຕົກຕາດເຍືອງ ເປັນຕົ້ນຈຸດຊົມວິວ, ທາງເຂົ້າ-ອອກ, ບຸກຄະລາກອນທ້ອງຖິ່ນ, ພ້ອມນີ້ຍັງໄດ້ສ່ົງເສີມການຜະລິດພືດຜັກຢູ່ໃນ ບ້ານຫລັກ 40 ເພ່ືອກະກຽມດ້ານສະບຽງອາຫານໄວ້ສະໜອງໃຫ້ແກ່ການມາທ່ອງທ່ຽວ, ຢ້ຽມຢາມນ້ຳຕົກຕາດເຍືອງ ກໍ່ຄື ແຂວງຈຳປາສັກ ຂອງນັກທ່ອງທ່ຽວໃຫ້ພຽງພໍ. ນອກຈາກນີ້, ກິດຈະກຳທ່ອງທ່ຽວໃໝ່ໆໃນຕົ້ນປີ 2024 ນີ້, ທາງບໍລິສັດພັດທະນາແຫລ່ງທ່ອງທ່ຽວນ້ຳຕົກຕາດເຍືອງ ກໍ່ໄດ້ກຽມຄວາມພ້ອມການທ່ອງທ່ຽວແບບຍ່າງປ່າ, ການທ່ອງທ່ຽວປູກຕົ້ນໄມ້ບໍ່ ສະເພາະປູກໄດ້ແຕ່ຢູ່ຕາດເຍືອງ ສາມາດປູກໄດ້ຫລາຍໆຈຸດພາຍໃນ ແຂວງຈຳປາສັກ ເຊື່ອມໂຍງໄປຫາ ແຂວງສາລະວັນ ໄປພ້ອມໆພັນ.

ຜູ້ປະກອບການທຸລະກິດລາວ ເລັ່ງກະກຽມຕ້ອນຮັບເປີດປີທ່ອງທ່ຽວ 2024

ແຂວງຈຳປາສັກ ກໍ່ແມ່ນແຂວງໜຶ່ງ ທີ່ມີແຫລ່ງທ່ອງທ່ຽວຫລາຍແຫ່ງ ເຊິ່ງນອກຈາກນ້ຳຕົກຕາດເຍືອງແລ້ວ, ຍັງມີນ້ຳຕົກຕາດຟານ, ຄອນພະເພັງ, ວັດພູ ແລະ ແຫລ່ງທ່ອງທ່ຽວປະຫວັດສາດອື່ນໆຕື່ມອີກ ແລະ ຂໍເຊີນຊວນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວ ແຂວງຈຳປາສັກ ຮັບຮອງວ່າປະທັດໃຈແນ່ນອນ. ທ່ານ ນາງ ສອນທິດາ ອຸນາພົມ ກ່າວຕື່ມວ່າ: ນອກຈາກການທ່ອງທ່ຽວ ຢູ່ນ້ຳຕົກຕາດເຍືອງແລ້ວ, ນັກທ່ອງທ່ຽວສາມາດໄປທ່ຽວຊົມນ້ຳຕົກຕາດເລາະ-ຕາດຮັງທີ່ຕັ້ງຢູ່ເມືອງເລົ່າງາມ ແຂວງ ສາລະວັນ ເຊິ່ງປັດຈຸບັນທາງ ບໍລິສັດກຳລັງເລັ່ງຟື້ນຟູ ພາຍຫລັງໄດ້ ມີພິທີເຊັນສັນຍາພັດທະນາແຫລ່ງທ່ອງທ່ຽວດັ່ງກ່າວ ໃນທ້າຍເດືອນກັນຍາມານີ້, ເພື່ອໃຫ້ສາມາດເປີດບໍລິການໃຫ້ແກ່ນັກທ່ອງທ່ຽວທີ່ຢາກມາທ່ຽວຊົມຕາດເລາະ-ຕາດຮັງ, ທັນກັບການ ເປີດທ່ອງທ່ຽວລາວ ແລະ ນີ້ກໍ່ແມ່ນກິດຈະກຳໜຶ່ງ ທີ່ທາງບໍລິສັດຢາກພັດທະນາ ແຫລ່ງທ່ອງທ່ຽວນ້ຳຕົກຕາດເລາະ-ຕາດຮັງ ເພື່ອເປົ້າໝາຍນອກຈາກທ່ອງທ່ຽວຢູ່ແຂວງຈຳປາສັກແລ້ວ, ນັກທ່ອງທ່ຽວຍັງສາມາດທ່ອງທ່ຽວ ເຊື່ອມຕໍ່ກັບແຂວງສາລະວັນຕື່ມອີກ. ຂະນະທີ່ມາຮອດປັດຈຸບັນໄດ້ກະກຽມປະໂມກໂຄສະນາ, ສ້າງເປັນແຜນການ, ສ້າງລາຍການທ່ອງທ່ຽວນຳສະເໜີໃຫ້ບັນດາບໍລິສັດ ທ່ອງທ່ຽວທີ່ມາໃຊ້ບໍລິການຢູ່ແຫລ່ງທ່ອງທ່ຽວນ້ຳຕົກຕາດເຍືອງ ນຳໄປໂຄສະນາຊ່ວຍ ແລະ ອື່ນໆ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.