ຕຳຫຼວດແຂວງເຊີນລາ ກັບຕຳຫຼວດ 3 ແຂວງ ສປປ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ

11:12 | 16/10/2023

ຕຳຫຼວດແຂວງເຊີນລາ ກັບຕຳຫຼວດ 3 ແຂວງ ສປປ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ

ກົມໃຫຍ່ການທ່ອງທ່ຽວ ສົມທົບ ກັບບໍລິສັດ La Vie ຈຳກັດ ເປີດຕົວ“ 100 ສິ່ງມະຫັດສະຈັນທາງທຳມະຊາດຂອງຫວຽດນາມ” ກົມໃຫຍ່ການທ່ອງທ່ຽວ ສົມທົບ ກັບບໍລິສັດ La Vie ຈຳກັດ ເປີດຕົວ“ 100 ສິ່ງມະຫັດສະຈັນທາງທຳມະຊາດຂອງຫວຽດນາມ”
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ມີການພົບປະສອງຝ່າຍຢູ່ນອກກອບກອງປະຊຸມ Shangri – La ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ມີການພົບປະສອງຝ່າຍຢູ່ນອກກອບກອງປະຊຸມ Shangri – La

ວັນທີ 16 ຕຸລາ, ຢູ່ແຂວງເຊີນລາ ໄດ້ດໍາເນີນການພົບປະແລກປ່ຽນວຽກງານລະຫວ່າງຕຳຫຼວດແຂວງເຊີນລາ ກັບຕຳຫຼວດ 3 ແຂວງຫຼວງພະບາງ, ຫົວພັນ ແລະບໍ່ແກ້ວ, ປະເທດ ສປປ ລາວ.

ນີ້ແມ່ນໂອກາດເພື່ອໃຫ້ກຳລັງຕຳຫຼວດແຂວງເຊີນລາ ພ້ອມກັບບັນດາແຂວງຂອງປະເທດເພື່ອນລາວ ຕີລາຄາວຽກງານສົມທົບກັນຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບຢູ່ເຂດຊາຍແດນປີ 2023 ແລະ ເປັນເອກະພາບຕໍ່ທິດທາງການຮ່ວມມືປີ 2024.

ຕຳຫຼວດແຂວງເຊີນລາ ກັບຕຳຫຼວດ 3 ແຂວງ ສປປ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ
ບັນຍາກາດທີ່ກອງປະຊຸມພົບປະແລກປ່ຽນວຽກງານ. ພາບ: nhandan.vn

ໃນໄລຍະຜ່ານມາ, ຕຳຫຼວດແຂວງເຊີນລາ ແລະຕຳຫຼວດ 3 ແຂວງຫຼວງພະບາງ, ຫົວພັນ ແລະບໍ່ແກ້ວ ຂອງປະເທດເພື່ອນລາວ ໄດ້ມານະພະຍາຍາມໃນການສືບຕໍ່ເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານ, ຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ຮ່ວມແຮງຮ່ວມໃຈກັນສ້າງເສັ້ນຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະພັດທະນາໃນທຸກດ້ານ.

ຕຳຫຼວດແຂວງເຊີນລາ ກັບຕຳຫຼວດ 3 ແຂວງ ສປປ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ

ຕຳຫຼວດແຂວງເຊີນລາ ແລະຕຳຫຼວດແຂວງຫຼວງພະບາງ, ປະເທດເພື່ອນລາວ ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ປີ 2024. ພາບ: nhandan.vn

ໃນຫຼາຍປີຜ່ານມາ, ພາຍໃຕ້ການຊີ້ນຳ, ນຳພາຂອງກະຊວງຕຳຫຼວດຫວຽດນາມ, ກະຊວງປ້ອງກັນຄວາມສະຫງົບລາວ ແລະຄະນະພັກບັນດາຂັ້ນ, ອຳນາດການປົກຄອງບັນດາແຂວງ, ຕຳຫຼວດແຂວງເຊີນລາ ແລະຕຳຫຼວດ 3 ແຂວງຫຼວງພະບາງ, ຫົວພັນ ແລະບໍ່ແກ້ວ ໄດ້ເພີ່ມທະວີການພົວພັນ, ການຮ່ວມມືຢ່າງແໜ້ນແຟ້ນໃນວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເປັນເຈົ້າການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນແກ້ໄຂບັນດາກໍລະນີ, ໂດຍສະເພາະແມ່ນໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳ, ປ້ອງກັນ ແລະຕ້ານຢາເສບຕິດ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງ, ປັບປຸງນ້ຳໃຈສາມັກຄີມິດຕະພາບແບບພິເສດ, ມູນເຊື້ອອັນດີງາມ.

ບູນມີ

ເຫດການ
302 Found

Found

The document has moved here.