ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ

16:42 | 13/10/2023

ຍສໝ - ໃນ​ການ​ຢ້ຽມຢາມ​ແຂວງ ເຊີນ​ລາ, ຕອນ​ເຊົ້າ​ວັນ​ທີ 12 ຕຸລາ, ຄະນະ​ເຮັດ​ວຽກ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ ​ໄຊ​ຍະ​ບູລີ ​ສປປ ລາວ ນຳ​ໂດຍ​ສະຫາຍດວງສີ ກັນທະຍາໂນ, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ເຊີນ​ລາ.

ການນໍາແຂວງໄຊຍະບູລີ ວາງພວງມະລາ ໂອກາດວັນຊາດ ຄົບຮອບ 45 ປີ ການນໍາແຂວງໄຊຍະບູລີ ວາງພວງມະລາ ໂອກາດວັນຊາດ ຄົບຮອບ 45 ປີ
ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕຳຫຼວດແຂວງກວາງນິງ - ຕຳຫຼວດແຂວງໄຊຍະບູລີ: ແລກປ່ຽນວຽກງານເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

ໃນ​ການ​ຢ້ຽມຢາມ​ແຂວງ ເຊີນ​ລາ, ຕອນ​ເຊົ້າ​ວັນ​ທີ 12 ຕຸລາ, ຄະນະ​ເຮັດ​ວຽກ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ ​ໄຊ​ຍະ​ບູລີ ​ສປປ ລາວ ນຳ​ໂດຍ​ສະຫາຍດວງສີ ກັນທະຍາໂນ, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ເຊີນ​ລາ.

ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ
ສະຫາຍດວງສີ ກັນທະຍາໂນ, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ​ໄຊ​ຍະ​ບູລີ ແລະ ສະຫາຍ ຫງວຽນ​ໄທ​ຮືງ

ທີ່ການຕ້ອນຮັບ, ສະຫາຍ ດວງສີ ກັນທະຍາໂນ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນພົ້ນເດັ່ນໃນການສົມທົບກັນ ລະຫວ່າງສະມາຄົມນັກຮົບເກົ່າຂອງ 2 ແຂວງໃນໄລຍະມໍ່ໆມານີ້. ສະແດງຄວາມຂອບ​ໃຈ​ແຂວງ ເຊີນລາ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ທີ່ເຄົາລົບນັບຖື, ສະຫາຍ ດວງສີ ກັນທະຍາໂນ ຫວັງ​ວ່າ ການ​ນຳ 2 ແຂວງ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ສະມາຄົມ​ນັກຮົບ​ເກົ່າ 2 ​ແຂວງ ​ໄດ້​ແລກປ່ຽນ, ຮ່ຳຮຽນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ວຽກ​ງານ​ສະມາຄົມ...

ຕາງໜ້າ​ການ​ນຳ​ແຂວງ, ສະຫາຍ ຫງວຽນ​ໄທ​ຮືງ ​ໄດ້​ສະແດງຄວາມອວຍພອນ​ຄະນະ​ເຮັດ​ວຽກ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ ​ໄຊ​ຍະ​ບູລີ ​ແລະ ປະກາດ​ບາງ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ ເຊີນ​ລາ ​ໃນ​ປີຜ່ານມາ. ສະຫາຍ ຫງວຽນ​ໄທ​ຮືງ ປາດຖະໜາວ່າ ສະມາຄົມນັກຮົບເກົ່າ 2 ແຂວງ ຈະສືບຕໍ່ມີການພົວພັນແລກປ່ຽນຫຼາຍດ້ານ ເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວຂອງສະມາຄົມຂອງ 2 ແຂວງນັບມື້ນັບພັດທະນາ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ 2 ແຂວງ ເວົ້າສະເພາະ ແລະ 2 ປະເທດໂດຍ​ທົ່ວ​ໄປ​ ທີໄດ້ນັບມື້ນັບແໜ້ນແຟ້ນ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.