ລົດແທັກຊີໄຟຟ້າຫວຽດນາມ ເຂົ້າສູ່ຕະຫຼາດລາວ

15:14 | 18/10/2023

ຍສໝ - ບໍລິສັດລົດແທັກຊີ GSM ຂອງ ເສດຖີເງິນຕື້ ຟ້າມເຍິດເວື້ອງ ຈະເຄື່ອນໄຫວການຂົນສົ່ງໂດຍສານທີ່ຢູ່ລາວໃນປີນີ້ ດ້ວຍຂອບຂະໜາດລົດເຖິງ 1,000 ຄັນ.

VUFO ຮັບຮູ້ການປະກອບສ່ວນຂອງປະຊາຊົນໜູນຊ່ວຍບັນດາໂຄງການປິ່ນປົວຕາຢູ່ຫວຽດນາມ VUFO ຮັບຮູ້ການປະກອບສ່ວນຂອງປະຊາຊົນໜູນຊ່ວຍບັນດາໂຄງການປິ່ນປົວຕາຢູ່ຫວຽດນາມ
PV GAS ເຮັດວຽກຢູ່ລາວ ແລະ ພົບປະກັບບັນດາບໍລິສັດດຳ​ເນີນ​ທຸ​ລະ​ກິດ LPG ໃນຕະຫຼາດລາວ PV GAS ເຮັດວຽກຢູ່ລາວ ແລະ ພົບປະກັບບັນດາບໍລິສັດດຳ​ເນີນ​ທຸ​ລະ​ກິດ LPG ໃນຕະຫຼາດລາວ

ວັນທີ 13 ຕຸລານີ້, ບໍລິສັດຫຸ້ນສ່ວນ Green – Smart – Mobility (GSM) ໃຫ້ຮູ້ວ່າ: ໄດ້ສົ່ງເສີມການນຳລົດໄຟຟ້າເຂົ້າມາຕະຫຼາດລາວ ເພື່ອຜັນຂະຫຍາຍການບໍລິການລົດແທັກຊີໄຟຟ້າ.

ໃນ​ເບື້ອງ​ຕົ້ນ​ມີ​ລົດ​ໄຟ​ຟ້າ 150 ຄັນ ​ແລະ​ ຈະຂະ​ຫຍາຍ​ຂອບຂະໜາດ​ຢ່າງສ່ອງໄວ ດ້ວຍຈຳນວນ 1,000 ຄັນ​ໃນ​ປີ​ນີ້​. ປະເພດລົດໄຟຟ້າແມ່ນລົດລຸ້ນ VF 5 Plus ແລະ VF e34. ໃນເບື້ອງຕົ້ນ, GSM ຈະພັດທະນາການບໍລິການລົດແທັກຊີໄຟຟ້າ, ກ້າວໄປເຖິງການພັດທະນາລະບົບນິເວດການບໍລິການຢ່າງເຕັມຮູບແບບ, ລວມທັງການໃຫ້ເຊົ່າລົດໄຟຟ້າ ແລະ ການບໍລິການມູນຄ່າເພີ່ມເຊັ່ນ: ການຈອງລົດແບບຄົບວົງຈອນ, ການຈອງລົດທ່ອງທ່ຽວ ແລະ ການຈອງເປັນລົດສ່ວນຕົວ…

ລົດແທັກຊີໄຟຟ້າຫວຽດນາມ ເຂົ້າສູ່ຕະຫຼາດລາວ

ລົດແທັກຊີໄຟຟ້າຫວຽດນາມ ນຳເຂົ້າຕະຫຼາດລາວ - ພາບ: VF

ນອກຈາກ​ການ​ເຄື່ອນ​ໄຫວ​ວິສາຫະກິດເອກະຊົນ, ​ໃນ​ອະນາຄົດ, ບໍລິສັດ GSM Laos ຍັງ​ຈະ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ B2B ​ເຊັ່ນ​ການ​ຂາຍ ​ແລະ ​ໃຫ້​ເຊົ່າ​ລົດ​ໄຟຟ້າ VinFast ​ເຊິ່ງຄ້າຍຄື​ກັບ​ຮູບ​ແບບ​ທີ່​ໄດ້​ປະສົບຜົນ​ສຳ​ເລັດ​​ຢູ່​ຫວຽດນາມ.

ໃນ​ເວັບ​ໄຊ​ສ່ວນ​ຕົວ​ຂອງ​ທ່ານ ຫງວຽນ​ວັນ​ແທ່ງ, CEO ຂອງ​ບໍ​ລິ​ສັດ GSM ໄດ້​ເປີດ​ເຜີຍ​ວ່າ ໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້, ລົດ​ໄຟ​ຟ້າ VinFast ຂອງ Green SM ຈະ​ອອກໄປສູ່​ຕະຫຼາດ​ຕ່າງ​ປະ​ເທດ, ຈຸດ​ໝາຍ​ທຳ​ອິດ​ແມ່ນ​ປະ​ເທດ​ເພື່ອນລາວ ໂດຍຜ່ານ​ແຜນ​ການ​ກ້າວອອກໄປສູ່​ຕະຫຼາດອາຊີຕາເວັນອອກສ່ຽງໃຕ້​ຂອງ​ບໍ​ລິ​ສັດ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.